ເຈົ້າຫນ້າທີ່ທະນາຄານກາງເກົາຫຼີກ່າວວ່າ ເກົາຫຼີໃຕ້ ຄວນພະຍາຍາມແກ້ໄຂ ຄ່າຄອງຊີບທີ່ສູງຂອງປະເທດໂດຍຜ່ານການປະຕິຮູບໂຄງສ້າງ ແທນທີ່ຈະອີງ ໃສ່ທະນາຄານກາງເພື່ອຕໍ່ສູ້ກັບສິ່ງທີ່ເກີດຂຶ້ນ, ໃນຂະນະທີ່ທະນາຄານຫຼັກແຫ່ງນີ້ ແນເປົ້າຫມາຍໃສ່ອັດຕາເງິນເຟີ້ ຫຼາຍກວ່າລະດັບຂອງລາຄາ.
ຮອງຜູ້ປົກຄອງລັດອາວຸໂສ ທ່ານ ຣີອູ ເຊັງດາຍ (Ryoo Sangdai) ກ່າວໃນ ການຕອບຄໍາຖາມຂອງ Reuters ວ່າ “ການແນເປົ້າຫມາຍໃສ່ລະດັບລາຄາ ແທນທີ່ຈະເປັນອັດຕາເງິນເຟີ້ນັ້ນ ອາດສົ່ງຜົນເຮັດໃຫ້ມີການເຫນັງຕີງເພີ້ມຂຶ້ນ ຕໍ່ອັດຕາເງິນເຟີ້ ແລະລະບົບເສດຖະກິດ ເນື່ອງຈາກນະໂຍບາຍການເງິນ ຈະຕອບສະຫນອງໂດຍສະທ້ອນກັບຕໍ່ທ່າອ່ຽງຂອງລາຄາ.”
ທ່ານ ຣີອູ, ສະມາຊິກສະພາຜູ້ທໍາການລົງຄະແນນສຽງ ໄດ້ຕອບຕໍ່ຄຳຖາມທີ່ວ່າ ທະນາຄານກາງຄວນດໍາເນີນງານຫຼາຍກວ່ານີ້ເພື່ອແກ້ໄຂອັດຕາເງິນເຟີ້ທີ່ກໍາລັງ ກິນເງິນເດືອນຂອງປະຊາຊົນຫຼືບໍ່.
ການພຸ້ງສູງຂຶ້ນຂອງລາຄາອາຫານໃນເກົາຫຼີໃຕ້ ລວມທັງໝາກແອັບເປີ້ນ ແລະ ຜັກບົ່ວໃບ ໄດ້ກາຍມາເປັນຈຸດສໍາຄັນໃນການໂຕ້ວາທີຂອງປະຊາຊົນ ນັບຕັ້ງແຕ່ ການເລືອກຕັ້ງລັດຖະສະພາຂອງປະເທດໃນເດືອນເມສາທີ່ຜ່ານມາ, ບ່ອນທີ່ພັກ ຂອງປະທານາທິບໍດີ ຢຸນ ຊຸກ ໂຢລ ປະສົບກັບຄວາມພ່າຍແພ້ຢ່າງໜັກ ທ່າມກາງຄວາມໂກດແຄ້ນຂອງຜູ້ລົງຄະແນນສຽງກ່ຽວກັບລາຄາອາຫານທີ່ເພີ້ມ ຂຶ້ນ.
ຄຳເຫັນຂອງ ທ່ານ ຣີອູ ມີຂຶ້ນໃນຂະນະທີ່ອາລົມກ່ຽວກັບຄວາມບໍ່ພໍໃຈຕໍ່ເສດຖະກິດໃຫຍ່ອັນດັບສີ່ຂອງເອເຊຍແຫ່ງນີ້ກໍາລັງເພີ້ມສູງຂຶ້ນ ກ່ອນກອງປະຊຸມນະໂຍບາຍການເງິນໃນວັນພະຫັດມື້ນີ້. ມັນຈະເປັນຄັ້ງທໍາອິດທີ່ຄະນະ ນະໂຍບາຍຂອງຕົນປະຊຸມກັນ ລຸນຫລັງປະທານາທິບໍດີ ຢຸນ ກ່າວໃນອາທິດນີ້ວ່າ ອາດຈໍາເປັນທີ່ຈະຕ້ອງຕັດລາຄາ, ເຊິ່ງເປັນຄໍາປາໄສທີ່ເຂັ້ມແຂງຈາກລັດຖະບານ.
ທ່ານ ຣີອູ ປະຕິເສດທີ່ຈະໃຫ້ຄໍາເຫັນກ່ຽວກັບອັດຕາດອກເບ້ຍ ກ່ອນການຕັດ ສິນໃຈສໍາລັບນະໂຍບາຍໃນອາທິດຫນ້ານີ້, ແຕ່ທ່ານກ່າວວ່າ ການເຄື່ອນໄຫວ ຄັ້ງຫຼ້າສຸດຂອງສະກຸນເງິນ ວອນ ທ່າມກາງຄວາມຄາດຫວັງຂອງການຫຼຸດ ອັດຕາດອກເບ້ຍລົງ ເບິ່ງຄືວ່າຍັງໄດ້ຮັບຜົນກະທົບໂດຍສະພາບທາງດ້ານເສດ ຖະກິດຂອງເກົາຫຼີໃຕ້ ພ້ອມການໄຫຼວຽນຂອງເງິນທຶນ ແລະອື່ນໆ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
SEOUL, July 4 (Reuters) - South Korea should try to address the country's high cost of living through structural reforms instead of relying on the central bank to fight it, a Bank of Korea official said, as the bank mainly targets inflation rather than price levels.
"Targeting price level rather than the inflation rate could end up increasing volatilities to inflation and the economy as monetary policies would be responding backwardly to price trends," Senior Deputy Governor Ryoo Sangdai said in a written response to Reuters' queries.
Ryoo, a voting board member, was responding to whether the central bank should do more to address inflation eating into people's paychecks.
Soaring food prices around South Korea's staples including Apples and green onions have been at the center of public debate since the country's parliamentary election in April, where President Yoon Suk Yeol's party suffered a stinging defeat amid voter anger over rising food prices.
Ryoo's comments come as the mood turns increasingly dovish in Asia's fourth-largest economy ahead of a monetary policy meeting next Thursday. It will be the first time its policy board meets after President Yoon said this week a cut may be necessary, in strongest remarks yet from the government.
Ryoo declined to comment on interest rates ahead of next week's policy decision, but said the won's recent movements amid rate cut expectations seem to be also affected by South Korea's economic conditions and capital flows, among others.
ຟໍຣັມສະແດງຄວາມຄິດເຫັນ