ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ຕໍ່​ຕ້ານ​ ການ​ກໍ່​ການ​ຮ້າຍ ບັ​ງກ​ລາ​ແດັ​ສ ຕັດ​ສິນ ປະ​ຫານ​ຊີ​ວິດ ຫົວ​ຮຸນ​ແຮງ 7 ຄົນ


ນັກ​ໂທດຫົວ​ຮຸນ​ແຮງທີ່​ຖືກ​ສານ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ບັງ​ກ​ລາ​ແດັ​ສ ຕັດ​ສິນ​ປະ​ຫານ​ຊີ​ວິດ.
ນັກ​ໂທດຫົວ​ຮຸນ​ແຮງທີ່​ຖືກ​ສານ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ບັງ​ກ​ລາ​ແດັ​ສ ຕັດ​ສິນ​ປະ​ຫານ​ຊີ​ວິດ.

ສານ​ພິ​ເສດ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ໃນ ແບັງ​ກ​ລາ​ແດັ​ສ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ​ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອິ​ສ​ລາມ ເຈັດ​ຄົນສຳ​ລັບ​ການ​ວາງ​ແຜນ​ໂຈມ​ຕີຮ້ານ​ອາ​ຫານ​ໃນ​ນະ​ຄອນຫຼວງ ດາ​ກາ ເຊິ່ງ 22 ຄົນ, ທີ່​ສ່ວນຫຼາຍ​ແມ່ນ​ຕ່າງ​ປະ​ເທດ​ນັ້ນ, ໄດ້​ເສຍ​ຊີ​ວິດ.

ບັນ​ດາ​ໄອ​ຍະ​ການ​ໄດ້​ກ່າວ​ຕໍ່​ນັກ​ຂ່າວຫຼັງ​ຈາກ​ການ​ຕັດ​ສິນ​ໄດ້​ຖືກ​ປະ​ກາດ​ວ່າ ຂໍ້​ກ່າວ​ຫາ​ຕໍ່​ຫົວ​ຮຸນ​ແຮງ​ເຈັດ​ຄົນບໍ່​ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ສົງ​ໄສ​ຫຍັງ. ບັນ​ດາ​ເຈົ້າ​ໜ້າ​ທີ່​ສານ​ໄດ້​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ນັ້ນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ວາງ​ແຜນ​ໂຈມ​ຕີ.

ຄົນ​ທີ 8 ທີ່​ຖືກ​ກ່າວ​ຫາ​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ ໄດ້​ຖືກ​ຕັດ​ສິ​ນ​ໃຫ້ພົ້ນ​ໂທດ.

ຫົວ​ຮຸນ​ແຮງ 5 ຄົນ​ຂອງ​ກຸ່ມ​ອິ​ສ​ລາມ ຈາ​ມາດ ອຸ​ລ ມູ​ຈາ​ຮິ​ດີນ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ ໃນ​ນະ​ຄອນຫຼວງ ດາ​ກາ ເມື່ອ​ວັນ​ທີ 1 ກໍ​ລະ​ກົດ 2016, ຈັບ​ຜູ້​ຮັບ​ປະ​ທານ​ອາ​ຫານ​ເປັນ​ຕົວ​ປະ​ກັນ ແລະ ໄດ້​ຂ້າ​ເຂົາ​ເຈົ້າ​ໃນ​ລະ​ຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ 12 ຊົ່ວ​ໂມງ. ຄົນ​ອິ​ຕາ​ລີ 9 ຄົນ, ຍີ່​ປຸ່ນ 7 ຄົນ, ຄົນ​ນຶ່ງ​ຈາກ ອາ​ເມ​ເຣິ​ກາ ແລະ ອິນ​ເດຍ ແມ່ນ​ລວມ​ຢູ່​ໃນ​ຜູ້​ເສຍ​ຊີ​ວິດ​ນັ້ນ. ນັກ​ໂຈມ​ຕີ 5 ຄົນ​ໄດ້​ເສຍ​ຊີ​ວິດ​ເຊັ່ນ​ກັນ​ ໃນ​ການ​ຍິງ​ຕໍ່​ສູ້​ກັບ​ທະ​ຫານກອມ​ມັງ​ໂດ ທະ​ຫານ​ບົກ.

ກຸ່ມ​ຈາ​ມາດ ອຸ​ລ ມູ​ຈ​າ​ຮິ​ດີນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ກົດ​ລະ​ບຽບ ຊາ​ເຣຍ ໃນ​ປະ​ເທດ​ທີ່​ມີ​ຄົນ​ມຸ​ສ​ລິມ​ອາ​ໄສ​ຢູ່​ສ່ວນ​ໃຫຍ່​ນັ້ນ.

A special anti-terrorism tribunal in Bangladesh has sentenced seven members of a banned Islamist militant group to death for plotting an attack on a restaurant in Dhaka in which 22 people, mostly foreigners, were killed.

Prosecutors told reporters after the verdict was announced that the charges against the seven militants were proved beyond any doubt. Court officials said the militants were involved in planning the attack.

An eighth person accused of involvement in the attack was acquitted.

Five militants of the Jamaat-ul-Mujahideen Islamist group stormed the cafe in Dhaka on July 1, 2016, took diners hostage and killed them during a 12-hour standoff.Nine Italians, seven Japanese, an American and an Indian were among the dead.Fiveattackers were also killed in a fire fight with army commandos.

Jamaat-ul-Mujahideen seeks to establish sharia rule in the predominantly Muslim country.

XS
SM
MD
LG