ບັງກລາແດັສ ໄດ້ທຳການປະທ້ວງ ຕໍ່ການລ່ວງລະເມີດເຂດອາກາດຂອງຕົນໂດຍເຮືອ
ບິນເຮຣີຄອບເຕີ້ແລະເຮືອບິນບໍ່ມີຄົນຂັບຂອງມຽນມາຂະນະທີ່ຄວາມເຄັ່ງຕຶງລະຫວ່າງ
ປະເທດທັງສອງເພີ້ມທະວີຂຶ້ນ ຍ້ອນການຫຼັງໄຫຼ ເປັນຈຳນວນຫລວງຫຼາຍຂອງອົບພະ
ຍົບໂຣຮິງຢາ ເຂົ້າໄປໃນບັງກລາແດັສ.
ກະຊວງການຕ່າງປະເທດບັງກລາແດັສ ໄດ້ຮຽກຕົວ ອຸບປະທູດມຽນມາເຂົ້າພົບ ທີ່ນະ ຄອນຫຼວງດາກາ ແລະໄດ້ເຕືອນກ່ຽວກັບການລ່ວງລະເມີດ ຕໍ່ເຂດອາກາດຂອງຕົນ ທີ່
ອາດຈະນຳໄປສູ່ “ຜົນທີ່ຕິດຕາມມາແບບຮັບປະກັນບໍ່ໄດ້.”
ນີ້ແມ່ນເທື່ອທີ 3 ໃນໄລຍະ 3 ອາທິດ ທີ່ບັງກລາແດັສ ໄດ້ຮຽກຕົວ ເຈົ້າໜ້າທີ່ການທູດ
ຂອງມຽນມາເຂົ້າພົບໃນຂະນະທີ່ວິກິດການອົບພະຍົບໂຣຮິງຢາທະວີຄວາມຮ້າຍແຮງ
ຂຶ້ນ.
ໂຄສົກຂອງອົງການສະຫະປະຊາຊາດ ທ່ານ Stephane Dujarric ກ່າວໃນວັນສຸກ
ວານນີ້ວ່າ ຈຳນວນພວກອົບພະຍົບໂຣຮິງຢາ ທີ່ຫລົບໜີຂ້າມຊາຍແດນຈາກມຽນມາ
ເຂົ້າໄປໃນບັງກລາແດັສນັ້ນ ໄດ້ເພີ້ມຂຶ້ນເປັນ 391,000 ຄົນແລ້ວ.
ພວກອົບພະຍົບໂຣຮິງຢາ ກ່າວວ່າ ທະຫານມຽນມາ ແລະພວກຊາວພຸດ ຊຶ່ງເປັນຄົນ
ກຸ່ມໃຫຍ່ໃນປະເທດດັ່ງກ່າວ ໄດ້ໂຈມຕີໝູ່ບ້ານເຂົາເຈົ້າຢູ່ລັດຣາໄຄນ໌ທາງພາກເໜືອ
ຂອງປະເທດ ໂດຍໄດ້ບັງຄັບໃຫ້ພວກເຂົາເຈົ້າຫຼົບໜີ. ມີລາຍງານວ່າ ບ້ານຕ່າງໆໄດ້
ຖືກຈູດເຜົາ ແລະພວກທະຫານໄດ້ແນເປົ້າໝາຍໃສ່ພົນລະເຮືອນ ດ້ວຍຄວາມຕັ້ງໃຈ
ແຕ່ການເຂົ້າໄປເຖິງເຂດເຫຼົ່ານັ້ນ ແມ່ນໄດ້ຖືກຈຳກັດ ແລະລາຍງານຕ່າງໆກໍຍັງບໍ່ສາ
ມາດໄດ້ຮັບການພິສູດຢ່າງເປັນອິດສະຫຼະໄດ້.
ທ່ານ Dujarric ເວົ້າວ່າ ລົດບັນທຸກ 15 ຄັນ ຂອງຈຳນວນທັງໝົດ 35 ຄັນທີ່ລຳລຽງ
ການຊ່ອຍເຫຼືອ ຂອງອົງການອົບພະຍົບສະຫະປະຊາຊາດ ໄດ້ໄປເຖິງເຂດ Cox’s
Bazaar ໃນວັນສຸກວານນີ້ໃນຂະນະທີ່ອົງການໃຫ້ຄວາມຊ່ອຍເຫຼືອອື່ນໆໄດ້ຈັດສົ່ງ
ການຊ່ອຍເຫລືອຂອງພວກເຂົາເຈົ້າໄປຍັງບັງກລາແດັສໂດຍທາງເຮືອ ບິນ.
ໂຄສົກກ່າວວ່າ ອົງການອະນາໄມໂລກເລີ້ມການຊັກຢາວັກຊີນໃຫ້ພວກເດັກນ້ອຍ
ອົບພະຍົບໃນວັນເສົາມື້ນີ້ ເພື່ອປ້ອງກັນໂຮກໄຂ້ອອກຕຸ່ມ ແລະໂປລີໂອ.