ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊ​ໂຄ​ລນ​ຂະ​ໜາດ​ແຮງ ພັດ​ຂຶ້ນ​ຝັ່ງ ​ທີ່​ມຽນ​ມາ ເຮັດ​ໃຫ້ຫຼັງ​ຄາ​ເຮືອນ​ຊານ​ເສຍ​ຫາຍ ແລະ​ມີ​ຜ​ູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 3 ຄົນ


ເສົາ​ໄຟ​ແລະ​ໝໍ້​ແປງ​ໄຟ​ຟ້າ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຊ​ໂຄ​ລນ​ໂມ​ກາ ທີ່​ທາງ​ສາຍ​ນຶ່ງ​ໃນ​ເມືອງ ກວາ (Gwa) ລັດ​ຣາ​ໄຄ​ນ໌ ເມື່ອ​ວັນ​ທີ 14 ພຶດ​ສະ​ພາ 2023.
ເສົາ​ໄຟ​ແລະ​ໝໍ້​ແປງ​ໄຟ​ຟ້າ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຊ​ໂຄ​ລນ​ໂມ​ກາ ທີ່​ທາງ​ສາຍ​ນຶ່ງ​ໃນ​ເມືອງ ກວາ (Gwa) ລັດ​ຣາ​ໄຄ​ນ໌ ເມື່ອ​ວັນ​ທີ 14 ພຶດ​ສະ​ພາ 2023.

ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ ​ພາ​ກັນ​ເຂົ້າ​ໄປ​ຫາ​ບ່ອນ​ຊົ້ນ ​ຢູ່​ຕາມສະ​ຖານ​ທີ່​ທາງ​ສາ​ສະ​ໜາ ວັດ​ວາ ແລະ​ໂຮງ​ຮຽນແຫ່ງ​ຕ່າງໆ ເພື່ອ​ຫຼົບ​ໄພ​ລົມ​ພາ​ຍຸ​ຂະ​ໜາດ​ແຮງ​ທີ່​ພັດ​ເຂົ້າ​ຖະ​ຫຼົ່ມ​ເຂດ​ແຄມ​ຝັ່ງ​ທະ​ເລ​ຂອງ​ມຽນ​ມາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ລາຍ​ງານ​ແຈ້ງ​ຂ່າວວ່າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 3 ຄົນ. ​ໄຊ​ໂຄ​ລ​ນ ​ໂມ-​ກາ ໄດ້​ພັດ​ຂຶ້ນ​ຝັ່ງ​ໃນ​ຕອນ​ບ່າຍ​ວັນ​ອາ​ທິດ​ວານນີ້ ໃກ້​ກັບ​ເມືອງ​ຊິດ​ເວ ​ໃນ​ລັດ​ຣາ​ໄຄ​ນ໌ຂ​ອງ​ມຽນ​ມາ ດ້ວຍ​ລົມ​ທີ່​ມີ​ຄວາມ​ແຮງ ​ສູງ​ເຖິງ 130 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ໃນ​ຂະ​ນະ​ທີ່​ຕອນ​ກາງ​ຄືນ​ມາ​ເຖິງນັ້ນ ຂອບ​ເຂດ​ຂອງ​ຄວາມ​ເສຍ​ຫາຍ​ຈຶ່ງ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ. ໃນ​ຕອນ​ກາງ​ເວັນ​ຂອງມື້​ວານນີ້ ລົມ​ແຮງ​ໄດ້​ເຮັດ​ໃຫ້​ເສົາ​ໂທ​ລະ​ສັບ​ມື​ຖື​ຫັກ ຊຶ່ງ​ໄດ້​ເຮັດ​ໃຫ້​ການ​ສື່​ສານ​ຄົມ​ມະ​ນາ​ຄົມ ​ຖືກ​ຕັດ​ຂາດ​ ຢູ່​ໃນ​ບໍ​ລິ​ເວນ​ສ່ວນ​ໃຫຍ່. ລາຍ​ງານ​ຂອງ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ແຈ້ງວ່າ ນ້ຳ​ໄດ້​ຖ້ວມ​ຖະ​ໜົນ​ຫົນ​ທາງ ເຮັດ​ໃຫ້​ຜູ້​ຄົນຕົກ​ຄ້າງ​ຢູ່​ຕາມ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ເຂ​ດ​ທີ່​ມີ​ດິນ​ຕ່ຳ ໃນ​ຂະ​ນະ​ທີ່​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ຢູ່ນອກ​ອອກ​ໄປ​ຕ່າງ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ແລະ​ຮ້ອງ​ຂໍ​ໃຫ້​ມີ​ການ​ຊ່ວຍ​ກູ້​ໄພ. ບັງ​ກ​ລາ​ແດັ​ສ​ສ່ວນ​ໃຫຍ່ໄດ້​ລອດ​ພົ້​ນ​ຈາກລົມ​ພາ​ຍຸ​ຫົວ​ນີ້ ທັງໆ​ທີ່​ໃນ​ຂັ້ນ​ຕົ້ນ​ມີ​ຄວາມ​ຢ້ານ​ກົວ​ກັນ.

Thousands of people have hunkered down in monasteries, pagodas and schools, seeking shelter from a powerful storm that slammed into the coast of Myanmar. At least three people have been reported killed. Cyclone Mocha made landfall Sunday afternoon in Myanmar's Rakhine state near Sittwe township with winds of up to 130 miles per hour. As night fell, the extent of the damage in Sittwe is not clear. Earlier in the day, high winds crumpled cell phone towers, cutting off communications in much of the area. Local media reported that streets were flooded, trapping people in low-lying areas in their homes as worried relatives outside the township appealed for rescue. The storm mostly missed Bangladesh despite earlier fears.

XS
SM
MD
LG