ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ປະຫານຊີວິດ ຜູ້ນຳຝ່າຍຄ້ານ ຫົວຮຸນແຮງຈັດ ອິສລາມ


ນັກໂທດ Mohammad Kamaruzzaman (ກາງ) ຈາກພັກ Jamaat-e-Islami ນັ່ງຢູ່ໃນລົດຕູ້ ເຈົ້າໜ້າທີ່ຕຳຫລວດ ຫຼັງຈາກທີ່ໄດ້ຮັບຟັງ ຄຳຕັດສິນຂອງສານ ໃນນະຄອນຫລວງ Dhaka, ວັນທີ 9 ພຶດສະພາ 2013.
ນັກໂທດ Mohammad Kamaruzzaman (ກາງ) ຈາກພັກ Jamaat-e-Islami ນັ່ງຢູ່ໃນລົດຕູ້ ເຈົ້າໜ້າທີ່ຕຳຫລວດ ຫຼັງຈາກທີ່ໄດ້ຮັບຟັງ ຄຳຕັດສິນຂອງສານ ໃນນະຄອນຫລວງ Dhaka, ວັນທີ 9 ພຶດສະພາ 2013.

ບັງ​ກລາແດັສ ​ໄດ້​ປະຫານ​ຊີວິດ ຜູ້ນຳ​ລະດັບ​ສູງ​ຂອງ​ພວກ​ຫົວ​
ຮຸນ​ແຮງ​ຈັດ​ອິສລາມ ທີ່​ຖືກ​ສານ​ຕັດສິນ​ວ່າ ມີ​ຄວາມ​ຜິດ ​ໃນ​ຖານ
ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມວນ​ມະນຸດ ສຳ​ຫລັບ​ການ​ກະທຳ​ທີ່​ໂຫດ​ຫ້ຽມ
ໃນ​ລະຫວ່າງ​ ສົງຄາມປົດ​ປ່ອຍປະ​ເທດ​ຊາດ ​ຈາກ​ປາ​ກິ​ສຖານ ​
ເມື່ອປີ 1971.

ການ​ຮັກສາ​ຄວາມ​ປອດ​ໄພ ​ແມ່ນແໜ້ນໜາ ​ໃນຄືນວັນ​ເສົາ​ວານ​ນີ້
ຢູ່​ອ້ອມບໍລິ​ເວນ​ຄຸກ​ໃຫຍ່ ໃນນະຄອນຫລວງ Dhaka ສຳ​ຫລັບ
​ການ​ປະຫານ​ຊີວິດ ​ດ້ວຍ​ການ​ແຂວນ​ຄໍນັກ​ໂທດ Mohammad
Kamaruzaman ອາຍຸ 63 ປີ.

​ບັນດາ​ໄອ​ຍະການ ກ່າວ​ວ່າ ໃນ​ຂະນະ​ທີ່​ເປັນ ຜູ້​ຊ່ວຍ​ເລຂາທິການ​ໃຫຍ່​ຂອງ​ພັກ Jamaat
-e-Islami ນັ້ນຜູ້ກ່ຽວ​ແມ່ນ​ມີ​ຄວາມຮັບຜິດຊອບ ຕໍ່​ການສັງຫານ​ໝູ່​ຊາວກະ​ເສດ​ຕະກອນ
​ທີ່​ບໍ່​ມີ​ອາວຸດ ຢ່າງ​ນ້ອຍ 120 ຄົນ.

ປະມານ 3 ລ້ານ​ຄົນ​ເສຍ​ຊີວິດ​ໄປ ​ໃນ​ສົງຄາມເກົ້າ​ເດືອນ ເພື່ອຕໍ່ສູ້​ເອົາ​ເອກະລາດ ຈາກ​
ປາ​ກິ​ສຖານນັ້ນ.

ພັກ Jamaat-e-Islami ​ໄດ້​ປະ​ທ້ວງ​ ຕໍ່​ການ​ປະຫານ​ຊີວິດດັ່ງກ່າວ ​ແລະ​ ໄດ້ຮຽກຮ້ອງ
ໃຫ້​ປວງ​ຊົນທົ່ວ​ປະ​ເທດ ພາກັນ​ຢຸດງານ ​ເພື່ອ​ປະ​ທ້ວງ​ໃນ​ວັນ​ຈັນ ​ມື້​ອື່ນ​ນີ້.

ອົງການ​ສະຫະ​ປະຊາ​ຊາດ ສະຫະພາບ​ຢູ​ໂຣບ ​ແລະ ສະຫະລັດ ​ໄດ້​ຊຸກຍູ້​ລັດຖະບານ​
ບັງ​ກລາ​ແດັສ ບໍ່​ໃຫ້​ດຳ​ເນີນ​ການ​ປະຫານ​ຊີວິດ ຫຼັງຈາກ​ທີ່​ອົງການ​ສະຫະ​ປະຊາ​ຊາດ
ກ່າວວ່າ ການ​ດຳ​ເນີນ​ຄະດີ ບໍ່​ໄດ້​ມາດຕາ​ຖານ​ສາກົນ.

Bangladesh Execution
please wait
Embed

No media source currently available

0:00 0:00:26 0:00

Bangladesh has executed a top Islamist leader on a conviction of crimes against humanity for atrocities committed during the 1971 war of independence from Pakistan.

Security was tight Saturday night around the central jail in the capital, Dhaka, for the hanging of 63-year-old Mohammad Kamaruzzaman.

As an assistant secretary-general of the Jamaat-e-Islami party, prosecutors said Kamaruzzaman was responsible for the massacre of at least 120 unarmed farmers.

Around three million people died in the nine-month war of independence against Pakistan.

Jamaat-e-Islami protested the execution and called for a general, nation-wide strike on Monday

The United Nations, European Union and United States had urged the government not to proceed with the execution after the U.N. said the trial did not meet international standards.

XS
SM
MD
LG