ບັນດາເຈົ້າໜ້າທີ່ບັງກລາແດັສ ກ່າວວ່າ ເຮືອຂ້າມຟາກ
ລຳນຶ່ງ ໄດ້ບັນຈຸຜູ້ໂດຍສານເກີດອັດຕາ ໂດຍມີຢ່າງນ້ອຍ
200 ຄົນ ໄດ້ຂວ້ຳຈົມລົງ ໃນແມ່ນ້ຳ ຢູ່ພາກກາງ ຂອງ
ບັງກລາແດັສ.
ເຈົ້າໜ້າທີ່ຕຳຫລວດ ກ່າວວ່າ ຜູ້ໂດຍສານ ປະມານ 100
ຄົນ ໄດ້ຮັບການຊ່ວຍເຫຼືອມາໄດ້ ຕັ້ງແຕ່ເຮືອລຳດັ່ງກ່າວ
ຈົມລົງ ໃນວັນຈັນມື້ນີ້ ຢູ່ທາງທິດໃຕ້ ຂອງນະຄອນຫລວງ
Dhaka ໄກອອກໄປປະມານ 30 ກິໂລແມັດ.
ຜູ້ລອດຊີວິດມາໄດ້ຄົນນຶ່ງເວົ້າວ່າ ກັບຕັນເຮືອໄດ້ໂດດລົງນ້ຳ
ປະເຮືອໄປ ຫລັງຈາກທີ່ ລົມແຮງ ແລະ ຄື້ນຟອງປັ່ນປ່ວນ ເຮັດໃຫ້ເຮືອງ່ຽງໄປທາງນຶ່ງ
ແລ້ວຂໍ້ວາລົງ ໃນແມ່ນ້ຳ Padma. ລາວເວົ້າວ່າ:
“ຫຼັງຈາກບໍ່ສາມາດຄວບຄຸມເຮືອໄດ້ ຍ້ອນລົມແລະຄື້ນຟອງແຮງ ເຮັດໃຫ້ເຮືອ
ງ່ຽງໄປງ່ຽງມາ ຄົນຂັບເຮືອກໍໂດດລົງນ້ຳໄປ ແລະຫຼັງຈາກຄົນຂັບໂດດໜີປະ
ເຮືອແລ້ວ ໃນທີ່ສຸດເຮືອກໍຂໍ້ວາ. ໃນຈຳນວນຜູ້ໂດຍສານ ປະມານ 350 ຄົນນັ້ນ
ມີພວກເຮົາ ປະມານ 40 ຄົນ ທີ່ສາມາດລອຍເຂົ້າຝັ່ງໄດ້.”
ປະຊາຊົນທີ່ໄປເບິ່ງ ແລະບັນດາຍາດພີ່ນ້ອງຂອງພວກຫາຍສາບສູນ ພາກັນໄປເຕົ້າ
ໂຮມຢູ່ແຄມແມ່ນ້ຳ ຂະນະທີ່ພວກກູ້ໄພສືບຕໍ່ຊອກຫາຜູ້ເຄາະຮ້າຍ. ເຈົ້າໜ້າທີ່ກ່າວວ່າ
ມີລາຍລະອຽດໜ້ອຍ ກ່ຽວກັບສາເຫດ ຂອງເຮືອຫຼົ້ມຄັ້ງນີ້.
ອຸບັດເຫດເຮືອຂ້າມຟາກຂໍ້ວາຫລືຫຼົ້ມ ແມ່ນເປັນເລື້ອງທຳມະດາ ຢູ່ໃນ ບັງກລາແດັສ
ເພາະມີມາດຕະຖານດ້ານຄວາມປອດໄພຕ່ຳ ສຳຫລັບເຮືອກຳປັ່ນຕ່າງໆ ຊຶ່ງສ່ວນຫຼາຍ
ແລ້ວແມ່ນບັນຈຸຄົນໂດຍສານເກີນກຳນົດ.