ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເຮືອຂ້າມຟາກ ຂວ້ຳຈົມນ້ຳ ໃນບັງກລາແດັສ ມີຜູ້ເສຍຊີວິດ ຢ່າງນ້ອຍ 30 ຄົນ


ຊາວບັງກລາແດັສ ທີ່ເຫັນເຫດການ ພາກັນຊ່ວຍຫາມສົບ ຂອງຜູ້ເຄາະຮ້າຍເສຍຊີວິດ ໃນອຸບັດເຫດເຮືອຂ້າມຟາກ ຂວ້ຳຈົມນ້ຳ ຢູ່ເມືອງ Manikganj ຫ່າງຈາກນະຄອນຫລວງ Dhaka ໄປທາງທິດພາກຕາເວັນຕົກ ປະມານ 40 ກິໂລແມັດ, ວັນທີ 22 ກຸມພາ 2015.
ຊາວບັງກລາແດັສ ທີ່ເຫັນເຫດການ ພາກັນຊ່ວຍຫາມສົບ ຂອງຜູ້ເຄາະຮ້າຍເສຍຊີວິດ ໃນອຸບັດເຫດເຮືອຂ້າມຟາກ ຂວ້ຳຈົມນ້ຳ ຢູ່ເມືອງ Manikganj ຫ່າງຈາກນະຄອນຫລວງ Dhaka ໄປທາງທິດພາກຕາເວັນຕົກ ປະມານ 40 ກິໂລແມັດ, ວັນທີ 22 ກຸມພາ 2015.

ຕຳຫລວດບັງ​ກລາ​ແດັສ​ກ່າວ​ວ່າ ມີຜູ້​ໂດຍສານຫຼາຍສິບ​ຄົນ ​
ຍັງ​ຫາຍ​ສາບ​ສູນ ຫຼັງຈາກ​ທີ່​ເຮືອ​ຂ້າມ​ຟາກລຳ​ນຶ່ງ​ໄດ້​ຕຳ ​ກັບ
​ເຮືອ​ຂົນ​ສົ່ງ​ສິນຄ້າ ແລະ​ຂວ້ຳຈົມ​ລົງນ້ຳ ​ໃນ​ວັນ​ອາທິດ​ມື້​ນີ້​.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ມີຫຼາຍກວ່າ 30 ຄົນ​ໄດ້​ລອຍ​ເຂົ້າຝັ່ງ
ຫຼື ຖືກດຶງ​ຂຶ້ນ​ມາໄດ້ ຈາກ​ແມ່ນ້ຳ Padma ຫຼັງຈາກ​ເຮືອ​ຂ້າມ​ຟາກ
​ໄດ້​ຂວ້ຳ ​ແລະ​ ຈົມ​ລົງ ຢູ່ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ
ນະຄອນ​ຫລວງ Dhaka ຫ່າງ​ຈາກ​ໄປ ປະມານ 40 ກິ​ໂລ​ແມັດ.

ຈຳນວນອັນ​ແທ້​ຈິງ ​ຂອງ​ຜູ້ໂດຍສານນັ້ນ ບໍ່​ເປັນ​ທີ່​ຮູ້ຈັກເທື່ອ.

​ເຮືອ​ຂວ້ຳຈົມນ້ຳ ​ແມ່ນ​ເກີດ​ຂຶ້ນ​ເລື້ອຍໆ ​ຢູ່​ໃນ​ບັງ​ກລາ​ແດັສ. ບັນດາ​ຜູ້​ຊ່ຽວຊານ ຖິ້ມ​ໂທດ​ໃສ່ ​ການ​ບຳລຸງ​ຮັກສາ​ເຮືອ​ບໍ່​ດີ ການ​ອອກແບບ​ທີ່​ຜິດພາດ ​ແລະ ການ​ບັນຈຸ​ຜູ້​ໂດຍສານ​ເກີນ​ກຳນົດ ວ່າ​ເປັນສາ​ເຫດ​ຂອງ​ໂສກ​ນາດຕະກຳ​ສ່ວນ​ໃຫຍ່ ທີ່​ເກີດ​ຂຶ້ນ.

Dozens of passengers are missing after a river ferry collided with a cargo ship and sank Sunday in Bangladesh, police said.

Authorities say more than 30 people swam to shore or were pulled from the Padma river after the ferry capsized and sank about 40 kilometers northwest of the capital, Dhaka.

The exact number of passengers was not immediately known.

Boat capsizings are common in Bangladesh.Experts blame poorly maintained vessels, flaws in design and overcrowding for most of the tragedies.

XS
SM
MD
LG