ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ບັງກລາແດັສ ສັງໃຫ້ປ່ອຍ ທ່ານນາງ ຄາລີດາ ເຊຍ ຫຼັງຈາກ ປະກັນໂຕ


ທ່ານນາງ ຄາລີດາ ເຊຍ ເປັນຫົວໜ້າພັກຝ່າຍຄ້ານ ຊາດນິຍົມບັງກລາແດັສ ທີ່ເປັນ ແລະເປັນອະດີດນາຍົກ ລັດຖະມົນຕີ ເດີນທາງໄປຮອດ ສານເພື່ອຮັບຟັງ ການຕັດສິນຂອງສານ ໃນເມືອງດັກກາ ຂອງບັງກລາແດັສ, ວັນທີ 8 ກຸມພາ 2018.
ທ່ານນາງ ຄາລີດາ ເຊຍ ເປັນຫົວໜ້າພັກຝ່າຍຄ້ານ ຊາດນິຍົມບັງກລາແດັສ ທີ່ເປັນ ແລະເປັນອະດີດນາຍົກ ລັດຖະມົນຕີ ເດີນທາງໄປຮອດ ສານເພື່ອຮັບຟັງ ການຕັດສິນຂອງສານ ໃນເມືອງດັກກາ ຂອງບັງກລາແດັສ, ວັນທີ 8 ກຸມພາ 2018.

ສານສູງສຸດ ຂອງບັງກລາແດັສ ໄດ້ຕັດສິນເຫັນພ້ອມ ກັບສານຊັ້ນຕົ້ນ ທີ່ໄດ້ອະນຸຍາດ
ໃຫ້ປະກັນໂຕ ອະດີດນາຍົກລັດຖະມົນຕີ ທ່ານນາງຄາລີດາ ເຊຍ.

ທ່ານນາງເຊຍ ໄດ້ຖືກຕັດສິນວ່າ ມີຄວາມຜິດ ເມື່ອເດືອນກຸມພາຜ່ານມາ ໃນຂໍ້ຫາສໍ້ໂກງ
ເງິນຫຼາຍເຖິງ 250,000 ໂດລາ ຈາກກອງທຶນ ທີ່ເກັບສະສົມໄວ້ເພື່ອພວກເດັກກຳພ້າ
ໃນລະຫວ່າງ ຮັບໜ້າທີ່ເປັນນາຍົກລັດຖະມົນຕີ ແຕ່ປີ 2001 ຫາ 2006. ນາງໄດ້ຖືກ
ຕັດສິນ ຈຳຄຸກ 5 ປີ.

ການຕັດສິນດັ່ງກ່າວ ໄດ້ຫ້າມ ບໍ່ໃຫ້ທ່ານນາງເຊຍ ອາຍຸ 72 ປີ ທີ່ເປັນຫົວໜ້າພັກຊາດ
ນິຍົມບັງກລາແດັສ ທີ່ເປັນພັກຝ່າຍຄ້ານບໍ່ໃຫ້ລົງແຂ່ງຂັນໃນການເລືອກຕັ້ງແຫ່ງຊາດ
ຄັ້ງຕໍ່ໄປ ໃນເດືອນທັນວາທີ່ຈະມາເຖິງ. ທະນາຍຄວາມຂອງທ່ານນາງ ໄດ້ປະນາມ
ການດຳເນີນຄະດີນີ້ວ່າ ມີຈຸດປະສົງທາງດ້ານການເມືອງ.

ສະຖານະການທາງດ້ານການເມືອງ ໃນບັງກລາແດັສ ແມ່ນຄອບງຳດ້ວຍການແຂ່ງຂັນ
ກັນຢ່າງດຸເດືອດ ລະຫວ່າງ ທ່ານນາງເຊຍ ແລະນາຍົກລັດຖະມົນຕີ ຄົນປັດຈຸບັນ ທ່ານ
ນາງຊິກ ຮາຊີນາ (Sheikh Hasina) ຊຶ່ງເປັນລູກສາວ ແລະພັນລະຍາໝ້າຍ ຂອງ
ປະທານາທິບໍດີ ທີ່ຖືກລອບສັງຫານ ທີ່ໄດ້ມີການປ່ຽນມືກັນ ໃນການກຳອຳນາດໄປໆ
ມາໆ ໄດ້ຫຼາຍທົດສະວັດແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG