ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສຍົກຍ້າຍຊາວອົບພະຍົບ ໂຣຮິງຢາກຸ່ມທີສອງ ໄປເກາະທີ່ຕໍ່າ ໃນອ່າວເບັງກາລ


ຊາວອົບພະຍົບໂຣຮິງຢາໄປເຖິງເກາະ Bhashan Char island ໃນອ່າວເບັງກາລ, ວັນທີ 29 ທັນວາ, 2020
ຊາວອົບພະຍົບໂຣຮິງຢາໄປເຖິງເກາະ Bhashan Char island ໃນອ່າວເບັງກາລ, ວັນທີ 29 ທັນວາ, 2020

ບັງກລາແດັສ ໄດ້ຍົກຍ້າຍຊາວອົບພະຍົບໂຣຮິງຢາກຸ່ມທີສອງ ໄປເກາະທີ່ຕໍ່າໃນອ່າວເບັງກາລ, ເຖິງແມ່ນວ່າຈະມີການຄັດຄ້ານຢ່າງແຂງຂັນຈາກນັກເຄື່ອນໄຫວດ້ານສິດທິມະນຸດສາກົນກໍຕາມ.

ບັນດາເຈົ້າໜ້າທີ່ກ່າວວ່າມີຊາວໂຣຮິງຢາຫຼາຍກວ່າ 1,800 ຄົນ ໄດ້ເດີນທາງໄປຮອດເກາະບາຊານຊາ (Bhasan Char) ໂດຍເຮືອຂົນສົ່ງຫຼາຍລຳໃນວັນອັງຄານວານນີ້ ນຶ່ງມື້ຫລັງຈາກໄດ້ອອກຈາກສູນອົບພະຍົບທີ່ສົກກະປົກແລະແອອັດໄປດ້ວຍຜູ້ຄົນ ໃນເຂດເມືອງຄັອກບາຊາ (Cox’s Bazar.)

ລັດຖະມົນຕີການຕ່າງປະເທດບັງກລາແດັສ ທ່ານອັບດູລ ໂມແມັນ (Abdul Momen) ກ່າວໃນວັນຈັນຜ່ານມານີ້ວ່າ ພວກອົບພະຍົບໄດ້ຖືກຍົກຍ້າຍໄປຍັງອັນທີ່ທ່ານເອີ້ນວ່າ “ສະຖານທີ່ຕາກອາກາດທີ່ສວຍງາມ.”

ທ່ານໂມແມັນຢືນຢັດວ່າ ເກາະດອນດັ່ງກ່າວ ແມ່ນ “100 ເທົ່າດີກວ່າ” ຢູ່ສູນແຫ່ງຕ່າງໆ ບ່ອນທີ່ພວກອົບພະຍົບອາໄສຢູ່ໃນເວລານີ້ ແລະພວກເຂົາເຈົ້າໄດ້ “ຮ້ອງຂໍ” ໃຫ້ຍົກຍ້າຍພວກເຂົາເຈົ້າໄປທີ່ເກາະບາຊານຊາ (Bhasan Char.)

ແຕ່ພວກອົບພະຍົບ ແລະພະນັກງານໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳ ກ່າວວ່າ ພວກຊາວໂຣຮິງຢາບາງຄົນໄດ້ຖືກບັງຄັບໃຫ້ຮັບເອົາການຍົກຍ້າຍໄປຢູ່ທີ່ນັ້ນ.

ໃນຕົ້ນເດືອນນີ້ ພວກອົບພະຍົບມຸສລິມໂຣຮິງຢາຈຸທຳອິດ ຫຼາຍກວ່າ 1,600 ຄົນຈາກປະເທດມຽນມາໄດ້ຖືກສົ່ງໄປຍັງເກາະບາຊານຊາ (Bhasan Char.)

ບັນດາອົງການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ ທັງສາກົນແລະໃນທ້ອງຖິ່ນຕະຫຼອດທັງກຸ່ມປົກປ້ອງສິດທິມະນຸດ ໄດ້ພາກັນຄັດຄ້ານຕໍ່ການຍົກຍ້າຍພວກອົບພະຍົບດັ່ງກ່າວ ໂດຍເວົ້າວ່າ ເກາະບາຊານຊາ ຊຶ່ງໃຊ້ເວລາຫຼາຍໆຊົ່ວໂມງເດີນທາງໂດຍທາງເຮືອຈາກແຜ່ນດິນໃຫຍ່ນັ້ນ ແມ່ນມັກເກີດນ້ຳຖ້ວມແລະມີລົມພາຍຸໄຊໂຄລນຢູ່ເລື້ອຍໆ ແລະອາດຈະຖືກນ້ຳຖ້ວມໃນລະຫວ່າງທີ່ລະດັບນ້ຳທະເລມີຍື່ງຂຶ້ນ.

ເກາະບາຊານຊາ (Bhasan Char) ໄດ້ພົ້ນຈາກນໍ້າທະເລຂຶ້ນມາ ເມື່ອ 20 ປີທີ່ແລ້ວ ແລະກໍບໍ່ເຄີຍມີຜູ້ຄົນໄປອາໄສຢູ່ທີ່ນັ້ນມາກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG