ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ທ່ານ Ban ວ່າ ສປຊ ຈະເປັນຜູ້ນຳ ໃນການຮັບມື ກັບ ອີໂບລາ (ສະໄລດ໌/ວີດີໂອ)


Ebola CNPK
please wait
Embed

No media source currently available

0:00 0:01:54 0:00

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon
ກ່າວວ່າ ອົງການ ສະຫະປະຊາຊາດ “ຈະເປັນຜູ້ນຳ” ໃນການ
ດຳເນີນຄວາມພະຍາຍາມເພື່ອຕໍ່ສູ້ກັບເຊື້ອໄວ ຣັສອີໂບລາ ທີ່ກຳລັງ
ແຜ່ລະບາດ ຢູ່ໃນອາ​ຟຣິກາ​ຕາ​ເວັນ​ຕົກ.

ທ່ານໄດ້ບອກກັບບັນດານັກຂ່າວ ໃນວັນອັງຄານວານນີ້ວ່າ
ທ່ານແລະທ່ານນາງ Margaret Chan ຜູ້ອຳນວຍການອົງການ
ອະນາໄມໂລກ ຫຼື WHO ຈະກ່າວເຖິງແຜນ ການນາໆຊາດ
ໃນວັນພະຫັດມື້ອື່ນນີ້ ໃນລະຫວ່າງກອງປະຊຸມສຸກເສີນຂອງ
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

ສະພາດັ່ງກ່າວ ມີກຳນົດຈະລົງຄະແນນສຽງໃນມື້ດຽວກັນ ກ່ຽວກັບຮ່າງຍັດຕິທີ່ນຳສະເໜີ ໂດຍສະຫະລັດທີ່ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສົ່ງການຊ່ອຍເຫຼືອໃນທັນທີ ໂຮງພະຍາບານສະໜາມ ແລະພະນັກງານສາທາລະນະສຸກ ໄປຍັງບັນດາປະເທດທີ່ໄດ້ ຮັບຜົນກະທົບ ພ້ອມທັງການການຍົກເລີກ ການຫ້າມເດີນທາງໄປຍັງຂົງເຂດດັ່ງກ່າວນຳ.

ທ່ານ Ban ​ໄດ້​ກ່າວ​ວ່າ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຍັງຈະ​ຈັດ​ກອງ​ປະຊຸມ​ລະດັບ​ສູງ ກ່ຽວ​ກັບ​ສະຖານະ​ການ​ໃນ​ສັບປະດາ​ໜ້າ. ທ່ານ​ໄດ້ເອີ້ນ ການ​ແຜ່​ລະບາດ​ຂອງ​ອີ​ໂບລາ​ນີ້​ວ່າ “​ເປັນ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ແລະ​ຕ້ອງການ​ ການ​ຕອບ​ຮັບ
ທີ່ ດີເປັນພິເສດຂອງໂລກ.”

ທ່ານ Ban ກ່າວ​ວ່າ: “​ໃນ​ແຕ່ລະ​ມື້ ທີ່ພວກ​ເຮົາ​ໄດ້ຊັກຊ້າ​ ງົບປະມານການ​ໃຊ້ຈ່າຍ​
ແລະ​ພວກ​ທີ່ໄດ້ຮັບຄວາມທຸກທໍລະ​ມານ​ ​ແມ່ນ​ຍິ່ງ​ເພີ້​ມທະວີ​ຂຶ້ນ​ສູງຢ່າງ​ຫຼວງຫຼາຍ.
ພວກ​ເຮົາ​ບໍ່​ປ່ອຍໃຫ້​ການຫ້າມ​ເດີນທາງ ຫຼື​ການຂົນສົ່ງໃດໆ ເຮັດໃຫ້ພວກເຮົາມີ
ການຊັກ​ຊ້າ​ພວກ​ເຮົາ​ລົງ​. ພວກ​ເຮົາ​ຕ້ອງໄດ້ໂດດດ່ຽວພວກທີ່ໄດ້ຮັບຜົນກະທົບ
​ຈາກ​ອີ​ໂບລາ ບໍ່​ແມ່ນ​ບັນດາ​ປະ​ເທດ​ຕ່າງໆ​ ທີ່​ພວມດີ້ນຮົນເພື່ອຮັບມືກັບບັນຫາ​ດັ່ງກ່າວ.”

ປະທານາທິບໍດີສະຫະລັດ ​ບາຣັກ ໂອ​ບາ​ມາ ​ໄດ້​ປະກາດ​ໃນ​ວັນ​ອັງຄານວານ​ນີ້​ ກ່ຽວກັບການ
​ສົ່ງ​ທະຫານສະຫະລັດຫຼາຍພັນ​ຄົນ​ ຊຶ່ງໝາຍຄວາມວ່າ​ເພື່ອ​ຊ່ອຍ​ເພີ້​ມຄວາມສາມາດ​ໃນການ
​ໃຫ້​ບໍລິການ​ທາງ​ດ້ານ​ສາທາລະນະ​ສຸກ​ໃນເຂດອາ​ຟຣິກາ​ຕາ​ເວັນ​ຕົກ​ ບ່ອນ​ທີ່​ເກືອບ 2 ພັນ 5 ຮ້ອຍ​ຄົນແລ້ວ ​ໄດ້ເສຍ​ຊີວິດຍ້ອນການ​ແຜ່​ລະບາດ​ຂອງ​ໂຣກອີ​ໂບລາ​ນີ້.

XS
SM
MD
LG