ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທິມຟຸດບອລ Ravens ຂອງ Baltimore ຄອງຕໍາແໜ່ງແຊ້ມ Super Bowl 2013 (ສະໄລດ໌)


San Francisco 49ers ທ້າວ Frank Gore (21) ນໍາໝາກບານ ແລ່ນເຂົ້າໂກລ ເສັ້ນໄຊຊະນະ ຂອງທິມ Ravens Baltimore.
San Francisco 49ers ທ້າວ Frank Gore (21) ນໍາໝາກບານ ແລ່ນເຂົ້າໂກລ ເສັ້ນໄຊຊະນະ ຂອງທິມ Ravens Baltimore.
ໃນ​ການ​ແຂ່ງ​ຂຽນ​ເອົາ​ຕໍາ​ແໜ່​ງ​ແຊ້ມກິລາຟຸດ​ບອລອາຊີບ​ຂອງ
ອາ​ເມຣິ ການັ້ນ ທີ​ມ Ravens ຂອງ​ເມືອງ Baltimore ຫລື
Baltimore Ravens ​ຄ້ວາ​ເອົາ​ຂັນ Super Bowl ປີ 2013
ມາ​ໄດ້​ ​ໂດຍ​ໄດ້ຊະນະ ທີມ 49ers ຂອງ​ເມືອງ San Francisco
ຫລື San Francisco 49ers ໃນ​ແລງ​ວັນ​ອາທິດວານ​ນີ້ ຢ່າງ
ໝິ່ນໆ ດ້ວຍ​ຄະ​ແນນ 34-31.

ທີມ the Ravens ​ທໍາ​ຄະ​ແນນ​ນໍາໜ້າ​ຢ່າງ​ຫລວງຫລາຍ​ ​ເວລາ
ທ້າວ Jacoby Jones ສ້າງ​ສະ​ຖິຕິ Super Bowl ​ໂດຍ​ການ​
ຫອບ​ໝາກ ບານ​ ທີ່​ຮັບໄດ້ຈາກ​ການ​ເຕະ​ສົ່ງ​ມາຂອງ​ທີ​ມກົງກັນ
ຂ້າມ ໃນ​ຕອນ​ເລີ້ມ​ຕົ້ນການ​ຫລີ້ນເຄິ່ງເວລາ​ທີ​ສອງນັ້ນ ແລ່ນ 108
yard ​ໄປ​ສູ່​ໂກລ ​ທີ່​ເຮັດ​ໃຫ້ທິມ Baltimore ມີຄະ​ແນນນໍາ​ໜ້າ 28-6​ ​ແຕ່​ວ່າ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ນາທີ​ຕໍ່​ມາ ການ​ຫລີ້ນໄດ້ຢຸດ​ສະຫງັກລົງ ​ຍ້ອນເກີດໄຟຟ້າ​ມອດ​ມືດ​ໄປເຄິ່ງນຶ່ງ ຢູ່​ໃນ​ເດີ່ນ​ກິລາ ​Superdome ທີ່ມີ​ຫລັງ
ຄາປົກຄຸມຂອງ ນະຄອນ New Orleans. ການ​ແຂ່ງຂັນ​ໄດ້​ເລີ້ມ​ຂື້ນ​ອີກ​ຫລັງ​ຈາກ 35 ນາ​ທີ
ຕໍ່​ມາ.

Joe Flacco ຜູ້​ສົ່ງ​ບານຫລື Quarterback ຂອງ​ທິມ Baltimore ທີ່​ໄດ້ແກວ່ງ​ໝາກບານ
​ໃຫ້​ສະມາຊິກ​ທີ​ມຫອບ​ແລ່ນເຂົ້າ​ສູ່​ເສັ້ນໄຊຊະນະ​ໄດ້​ເຖິງ 3 ປະຕູ ​ໃນ​ການ​ຫລີ້ນ​ເຄິ່ງ​ເວລາ​
ທໍາ​ອິດນັ້ນ ໄດ້ຖືກເລືອກ​ເປັນ ​ນັກ​ກິລາ​ທີ່​ມີ​ຄຸນຄ່າ​ທີ່​ສຸດ.

ການ​ແຂ່ງຂັນ​ຄັ້ງ​ນີ້ ​ຍັງເປັນ​ການ​ແຂ່ງຂັນ​ໃນ​ຄອບຄົວອີກ ຄື​ເປັນ​ເທື່ອ​ທໍາ​ອິດຢູ່​ໃນ ສີ່ກິລາ​ອາ​ຊີບຂອງສະຫະລັດ ​ກໍ​ຄື ກິລາຟຸດ​ບອລ ​ເບ​ສະບອລ ບັດສະ​ເກັດ​ບອລ ​ແລະ​ຕີຄີ​ນໍ້າກ້ອນນັ້ນ
ທີ່​ອ້າ​ຍແລະນ້ອງເປັນ​ຄູ​ຝຶກຂອງ​ທີ​ມທີ່ແຂ່ງຂັນ​ກັນ​ເປັນ​ແຊມປ້ຽນ. John Harbaugh ຄູ​ຝຶກ​ຂອງທີ​ມ Baltimore ​ແລະ​ນ້ອງ​ຊາຍ Jim Harbaugh ຄູ​ຝຶກ​ຂອງ San Francisco ​ໄດ້​ຖືກ​ເບິ່ງ​ເຫັນ​ວ່າ ຮວມຢູ່​ໃນບັນດາ​ຄູ​ເຝິກ​ທີ່ມີ​ຄວາມ​ສາມ​າດທີ່​ສຸດ ໃນ​ກິລາ​ຟຸດ​ບອລ. ບັດ​ນີ້ John ​ຜູ້ເປັນອ້າຍ ​ແມ່ນໄດ້​ເປັນຜູ້ຊະນະໃນ​ການ​ແຂ່ງຂັນກັນ ທັງ​ສອງ​ຄັ້ງ ລະຫວ່າງ​ສອງ​ທິມນີ້.

ທີ​ມ San Francisco ​ໄດ້​ເສຍ​ໄຊ​ໃນ​ວັນ​ອາທິດ ​ເປັນ​ຄັ້ງ​ທໍາ​ອິດ ​ໃນ​ການເຂົ້າ​ແຂ່ງຂັນ Super Bowl ມາ​ 6 ​ເທື່ອ​. ສ່ວນທີ​ມ Baltimore ​ໄດ້​ເຂົ້າ​ແຂ່ງຂັນ​ Super Bowl ສອງ​ເທື່ອ ​ແລະ​ກໍ​ໄດ້​ຊະນະ​ທັງ​ສອງ​ເທື່ອ​.

​ຄາດ​ຄະ​ເນກັນ​ວ່າ ມີ​ປະມານ 100 ລ້ານ​ຄົນ​ຢູ່​ທົ່ວ​ໂລກ ​ໄດ້ຊົມ​ການແຂ່ງຂັນ Super Bowl ​ຄືນວານນີ້.

XS
SM
MD
LG