ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ແມ່ຄົນໜຶ່ງ ທີ່ເມືອງ Baltimore ໄດ້ຮັບຄຳຍ້ອງຍໍ ຫຼັງຈາກ ເອົາມາດຕະການ ກັບລູກຊາຍ ທີ່ເຂົ້າຮ່ວມ ການຈະລາຈົນ


ຮູບພາບທີ່ ຕາໜ່າງຂ່າວ CBS ສະແດງໃຫ້ເຫັນ ນາງ Toya Graham ທີ່ Baltimoreດຶງລູກຊາຍອອກຈາກການກໍ່ການຈະລາຈົນ

ແມ່​ຄົນ​ໜຶ່ງ​ໃນ​ສະຫະລັດ ກຳລັງ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​
ຢ່າງ​ແຜ່​ຫຼາຍ ທີ່​ນາງ​ໄດ້​ຕີ​ລູກ​ຊາຍ​ໄວ​ລຸ້ນຄົນ​ນຶ່ງຂອງ​ນາງ​ຊ້ຳ
​ແລ້ວ​ຊ້ຳ​ອີກ ແລະ​ດຶງ​ຜູ້ກ່ຽວ​ອອກ​ຈາກ​ຖະໜົນ​ຫົນທາງ ​ໃນ​ນະ
ຄອນ Baltimore ຫຼັງ​ຈາກ​ແມ່​ຄົນ​ນີ້​ເຫັນ​ລູກ​ຊາຍ​ຂອງ​ລາວ​
ແກວ່ງ​ກ້ອນ​ຫິນ​ໃສ່​ຕຳຫຼວດ​ໃນ​ລະຫວ່າງ​ເກີດ​ຄວາມ​ວຸ້ນວາຍ
ໃນ​ຕົ້ນ​ສັບປະດາ​ນີ້.

ມີ​ບາງ​ຄົນ​ໃນ​ສື່​ສັງຄົມ ​ເອີ້ນ​ນາງ Toya Graham ຊຶ່ງ​ເປັນ​ແມ່​
ຂອງ​ລູກ 6 ຄົນນັ້ນວ່າ ​ເປັນ “ແມ່​ປະຈຳ​ປີ.”

ຫຼັງ​ຈາກ​ລາວ​ຫຼຽວ​ເຫັນ​ລູກ​ຊາຍ ທ້າວ Michael ​ໄວ 16 ປີ ​ກຳ
ລັງແກວ່ງ​ກ້ອນ​ຫິນຢູ່ ນາງ Graham ​ໄດ້ແລ່ນ​ໄລ່​ລູກ​ຊາຍ​ຂອງ​ລາວ​ໃນ​ກາງ​ຖະໜົນ ໂດຍ​ເອົາ​ຝາ​ມື​ຟາດ​ໜ້າ​ລູກ​ຊາຍ​ຫຼາຍບາດ ​ແລະ​ດຶງ​ຜູ້ກ່ຽວ​ອອກ​ຈາ​ກການ​ກໍ່​ການ​ຈະລາຈົນ. ສະຖານີ​ໂທລະພາບ​ທ້ອງ​ຖິ່ນ ​ໄດ້​ຖ່າຍ​ພາບ​ນາງ​ກຳລັງ​ຕຳ​ໜິລູກ​ຊາຍ​ຢ່າງ​ໂກດ​ແຄ້ນ​ນັ້ນ.

ນາງ​ຖາມລູກ​ຊາຍ​ວ່າ “​ເຈົ້າເຮັດ​ແທ້ໆ​ບໍ?"ແມ່ນ​ອີ​ຫລີ​ບໍ? ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຢາກ​ເຮັດ​ບໍ?

ທ່ານ Anthony Batts ຫົວໜ້າ​ຕຳຫຼວດ​ນະຄອນ Baltimore ກ່າວຫຼັງ​ຈາກ​ເກີດ​ການ​ຈະ
ລາຈົນໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ “ຂ້ອຍ​ຫວັງ​ຢາກ​ມີ​ແມ່​ແບບ​ນີ້​ຫລາຍ​ຄົນ​ຕື່ມ​ອີກ ທີ່​ກຳ​ກັບ​ນຳພວກ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າຢູ່​ຂ້າງນອກ ໃນ​ຄືນ​ນີ້​.”

ຫຼັງ​ຈາກ​ເຫດການ​ງຽບ​ສະຫງົບ​ລົງ​ແລ້ວ ​ນາງ Toya Graham ແມ່​ຂອງ​ທ້າວ Michael ກ່າວ​ຕໍ່ອົງການ​ຂ່າວ CBS ວ່າ “ຂ້ອຍ​ຫາ​ກໍ​ເສຍ​ເລື້ອງ​ນີ້ ຂ້ອຍ​ໄດ້​ຕື່ນ​ຕົກ​ໃຈ ຂ້ອຍ​ເກີດ​ໂມ​ໂຫຫຼາຍ ​ເພາະວ່າ ​ເຮົາ​ບໍ່​ຢາກ​ເຫັນລູກ​ເຮົາ​ກະທຳ​ເຊັ່ນ​ນັ້ນ​ຈັກ​ເທື່ອ. ຂ້ອຍ​ເປັນ​ແມ່​ທີ່​ບໍ່​ມີການໂຍະຍານ ທຸກໆ​ຄົນຮູ້​ຈັກ​ຂ້ອຍ​ດີ ​ແລະ​ຮູ້ຈັກ​ວ່າ​ ຂ້ອຍ​ບໍ່​ເຮັດ​ແນວ​ນັ້ນ.”

Baltimore Mother Son
please wait
Embed

No media source currently available

0:00 0:00:21 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG