ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຕືອນໄພ ພູເຂົາໄຟລະເບີດ ລະດັບສູງສຸດ ໃນເກາະ ບາຫຼີ ພາໃຫ້ມີການ ປິດສະໜາມບິນ


ຊາວບ້ານໃສ່ໜ້າກາກໃນເວລາທີ່ເຂົາເຈົ້າກຽມອົບພະຍົບອອກຈາກບ້ານຂອງເຂົາເຈົ້າ ໃກ້ກັບປາກພູເຂົາໄຟ ອາກຸງ, ບ້ານ
ເບຊາຄີ, ເມືອງ ຄາຣັງກາເຊັມ, ເກາະ ບາຫຼີ, ປະເທດ ອິນໂດເນ
ເຊຍ. 25 ພະຈິກ, 2017.
ຊາວບ້ານໃສ່ໜ້າກາກໃນເວລາທີ່ເຂົາເຈົ້າກຽມອົບພະຍົບອອກຈາກບ້ານຂອງເຂົາເຈົ້າ ໃກ້ກັບປາກພູເຂົາໄຟ ອາກຸງ, ບ້ານ ເບຊາຄີ, ເມືອງ ຄາຣັງກາເຊັມ, ເກາະ ບາຫຼີ, ປະເທດ ອິນໂດເນ ເຊຍ. 25 ພະຈິກ, 2017.

ບັນດາເຈົ້າໜ້າທີ່ໃນເກາະທ່ອງທ່ຽວ ບາຫຼີ ຂອງ ອິນໂດເນເຊຍ ໄດ້ຍົກລະດັບເຕືອນໄພ
ຂຶ້ນເປັນສູງທີ່ສຸດ ໃນຂະນະທີ່ພູເຂົາໄຟ ອາກຸງ ສືບຕໍ່ ທີ່ຈະເປັ່ງ, ພົ່ນຂີ້ເຖົ່າ ແລະ ຄວັນ
ຂຶ້ນເທິງຟ້າ.

ລາວາ ຫຼືຂີ້ຕົມໄຟ ທີ່ໄຫຼລົງມາ ແລະ ເສດດິນປຽກຂອງພູເຂົາໄຟ ໄດ້ສ້າງທາງດິນຕົມ
ລົງເຈີ້ຍພູຂອງພູເຂົາໄຟດັ່ງກ່າວ.

ບັນດາເຈົ້າໜ້າທີ່ໄດ້ຂະຫຍາຍເຂດອັນຕະລາຍຢູ່ອ້ອມພູເຂົາໄຟທີ່ກຳລັງພົ່ນຂຶ້ນຢູ່ນັ້ນ
ອອກເປັນ 10 ກິໂລແມັດໃນຫຼາຍສະຖານທີ່, ເປັນການເຄື່ອນໄຫວ ທີ່ໝາຍຄວາມວ່າ
ປະຊາຊົນຫຼາຍເຖິງ 100,000 ຄົນຜູ້ທີ່ອາໄສຢູ່ໃກ້ພູເຂົາໄຟ ຕ້ອງອົບພະຍົບອອກຈາກ
ພື້ນທີ່ນັ້ນ.

ທ່ານ ຊູໂຕໂປ ເປີໂວ ນູໂກຣໂຮ ໂຄສົກຂອງອົງການບັນເທົາໄພພິບັດແຫ່ງຊາດໄດ້
ເຕືອນປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນວ່າ ລາວາ, ຂອງແຫຼວ, ແລະ ກ້ອນຫີນທີ່ພູ
ເຂົາໄຟສົ່ງອອກມາ, “ຈະໄຫຼລົງຕາມເຈີ້ຍພູຢ່າງແນ່ນອນ.”

ບັນດາເຈົ້າໜ້າທີ່ກ່າວວ່າ ແຮງລະເບີດຈາກພູເຂົາໄຟ ສາມາດໄດ້ຍິນຈາກຫຼາຍກິໂລ
ແມັດຫ່າງອອກໄປ ແລະ ແປວໄຟກໍສາມາດແນມເຫັນໄດ້ຈາກຈອມຂອງມັນ.

ຂີ້ເຖົ່າຈາກພູເຂົາໄຟ ໄດ້ບັງຄັບໃຫ້ບັນດາເຈົ້າໜ້າທີ່ ຕ້ອງປິດສະໜາມບິນຂອງເກາະ
ຕາກອາກາດດັ່ງກ່າວ ໃນຕອນເຊົ້າຂອງວັນຈັນມື້ນີ້, ຍົກເລີກຖ້ຽວບິນ 445 ຖ້ຽວ ແລະ
ເຮັດໃຫ້ການເດີນທາງຂອງປະຊາຊົນ 59,000 ຄົນຕ້ອງຢຸດຊະງັກ. ບັນດາຜູ້ໂດຍສານ
ທີ່ພົບອຸປະສັກກ່າວວ່າ ເຂົາເຈົ້າບໍ່ໄດ້ຮັບການເຕືອນລ່ວງໜ້າ.

ອົງການຂ່າວ ຣອຍເທີສ໌ ກ່າວວ່າ ນັກທ່ອງທ່ຽວທີ່ຕິດຄ້າງບາງຄົນ ໃນເກາະ ບາຫຼີ ແມ່ນ
ໄດ້ສວຍໂອກາດ ເອົາສະຖານະການທີ່ດີທີ່ສຸດ ແລະ ໄດ້ໄປຈຸດສັງເກດການຂອງພູ
ເຂົາໄຟ ອາກຸງ ເພື່ອເປັນສັກຂີພິຍານໃນການລະເບີດຂອງຟູເຂົາໄຟນັ້ນ.

ເກາະ ບາຫຼີ ແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຂອງ ອິນໂດເນ
ເຊຍ, ດ້ວຍວັດທະນະທຳ ຮິນດູ ຂອງເຂົາເຈົ້າ, ຫາດຊາຍທີ່ສວຍງາມ ແລະ ປ່າໄມ້ທີ່
ຂຽວງາມ ໃນໃຈກາງເກາະ ໄດ້ດຶງດູດນັກທ່ອງທ່ຽວໄປຊົມປະມານ 5 ລ້ານຄົນຕໍ່ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG