ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຫ້າມສັນຈອນ ໃນຍາມມື້ຄືນ ຍຸດຕິລົງ ໃນນະຄອນຫຼວງ ຂອງອີຣັກ


ພວກຂີ່ລົດຈັກ ພາກັນສະເຫຼີມສະຫຼອງ ການຍົກເລີກ ການ
ຫ້າມສັນຈອນໄປມາ ໃນຍາມມື້ຄືນ ທີ່ຈະຕຸລັດ Tahrir ໃນ
ແບັັກແດດ, ວັນທີ 7 ກຸມພາ 2015.
ພວກຂີ່ລົດຈັກ ພາກັນສະເຫຼີມສະຫຼອງ ການຍົກເລີກ ການ ຫ້າມສັນຈອນໄປມາ ໃນຍາມມື້ຄືນ ທີ່ຈະຕຸລັດ Tahrir ໃນ ແບັັກແດດ, ວັນທີ 7 ກຸມພາ 2015.

ການ​ຫ້າມ​ສັນຈອນ​ໄປມາ​ໃນ​ຍາມ​ມື້​ຄືນ​ ມາ​ເປັນ​ເວລາ​ນຶ່ງ​ທົດ​
ສະ​ວັດ ​ໃນ​ນະຄອນຫຼວງ​ແບກ​ແດັດ​ ຂອງ​ອີຣັກ ໄດ້​ຍຸດຕິ​ລົງ ​
ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກເກີດລະ​ເບີດ​ແຕກ​ຂຶ້ນ
​ຫຼາຍ​ບັ້ນ​ຕິດ​ຕໍ່​ກັນ​ ທີ່​ໄດ້​ສັງ ຫານ​ປະຊາຊົນ​ໄປ ຢ່າງ​ນ້ອຍ 37
ຄົນ ​ແລະ​ເຮັດ​ໃຫ້​ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ສິບ​ຄົນຕື່ມ​ອີກ​ນັ້ນ.

ການ​ຫ້າມ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ໄດ້​ຍຸດຕິ​ລົງ​ໃນ​ເວລາ
​ທ່ຽງ​ຄືນ ວານ​ນີ້ ຊຶ່ງ​ໄດ້​ອຳນວຍໃຫ້​ພົນລະ​ເມືອງ​ສາມາດ​ອອກ​
ໄປ​ຍັງຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໄດ້ ​ໃນ​ຕອນ​ເຊົ້າ​ມືດວັນ​ອາ
ທິດ​ມື້​ນີ້. ການ​ຫ້າມ ​ສັນຈອນໃນ​ຍາມ​ກາງຄືນ ​ໄດ້​ຖືກ​ບັງຄັບ​ໃຊ້​
ມາ​ໃນນະຄອນຫຼວງ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ລົດ​ຜ່ອນ​ຄວາມ​ຮຸນ​ແຮງ ​ແລະ​ການ​ລັກພາ​ໂຕ​ຜູ້​ຄົນ.

ທ້າວ Ali Saad ຊາວ​ເມືອງແບກ​ແດັດ ກ່າວ​ວ່າ “ບັດ​ນີ້​ພວກ​ເຮົາ​ມີອິດ​ສະລະ ພວກ​ເຮົາ​ສາມາດ​ອອກ​ໄປ​ນອກ​ບ້ານ​ເຮືອນ​ໄດ້​ ຫຼັງ​ຈາກ​ທ່ຽງ​ຄືນ ພວກ​ເຮົາ​ສາມາດ​ຂັບ​ລົດ​ໄປ​ໄດ້​ຢ່າງ​ເສລີ ​ເພື່ອ​ໄປມ່ວນ​ຊື່ນຢ່າງ​ມີ​ຊີວິດ​ຊີວາໃນ​ຍາມ​ກາງຄືນອອກ​ຈາກ​ຄວາມ​ແອ​ອັດ​ໃນ​ຍາມ​ມື້​ສວາຍ​ນັ້ນ."

ການ​ໂຈມ​ຕີ​ບັ້ນ​ນຶ່ງ​ທີ່​ຮ້າຍ​ແຮງໃນ​ວັນ​ເສົາ​ວານ​ນີ້ ​ໂດຍຜູ້​ວາງ​ລະ​ເບີດ​ສະລະ​ຊີ​ບຄົນ​ນຶ່ງ​ໃນ​ຖະໜົນ​ທີ່​ມີ​ຜູ້​ຄົນສັນຈອນ​ຢ່າງ​ແອ​ອັດ​ ​ໃກ້​ກັບ​ຮ້ານອາຫານ​ແຫ່ງ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ນ້ອຍ 22 ຄົນ ​ແລະ​ໄດ້​ຮັບບາດ​ເຈັບ​ອີກ​ຫຼາຍ​ຄົນ.

​ໃນ​ການ​ເຄື່ອນ​ໄຫວ​ອີກອັນ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ ນາຍົກລັດຖະມົນຕີ Haider al-Abadi ​ແຫ່ງ​ອີຣັກ ​ໄດ້​ພົບ​ປະ​ກັບ​ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ​ແລະ​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ທີ່​ນະຄອນ Munich. ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ພວກ​ທ່ານໄດ້​ໂອ້​ລົມ​ສົນທະນາ​ກັນ​ ເລື້ອງ​ຄວາມ​ພະຍາຍາມ​ຕ່າງໆ​ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ​ແລະກ່ຽວ​ກັບ​ຄວາມ​ສຳຄັນຂອງ​ເລື້ອງການ​ເຂົ້າ​ຫາ​ປະຊາຊົນ ​ແລະ​ລົງ​ສູ່​ພື້ນຖານ​ໂດຍ​ເຕັມ​ ຂອງລັດຖະບານ​ ​ເພື່ອອຳນວຍ​ໃຫ້ມີ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ດີ ​ການບູລະນະ​ສ້າງສາບ້ານ​ເມືອງຄືນ​ໃໝ່ ແລະ​ໂອກາດດ້ານເສດຖະກິດ​ ໃນ​ບັນດາ​ຂົງ​ເຂດ​ທີ່​ຖືກ​ປົດ​ປ່ອຍ​ ຈາກ​ກຸ່ມ​ລັດ​ອິສລາມແລ້ວນັ້ນ.

iraqbombings8february15
please wait

No media source currently available

0:00 0:00:29 0:00

Baghdad's decade-old curfew has ended, just hours after a series of bombs killed at least 37 people and wounded scores of others.

The curfew came to an end at midnight, allowing citizens on the streets in the early hours of Sunday. The nighttime curfew had been put in place in the capital in an attempt to reduce violence and kidnappings.

((OPT ACT (Arabic) Ali Saad, local resident:

''Now we are free, we can go out after midnight. We can drive our cars freely to enjoy a vibrant night life away from the congestion during the day.''

END OPT ACT))

In one of Saturday's attacks, a suicide bomber set off explosives on a busy street near a restaurant, killing at least 22 people and wounding many others.

((OPT ACT (Arabic) Mohamed Saeed, eyewitness:

"The restaurant was full of young people, children and women when the suicide bomber blew himself up, many got killed."

XS
SM
MD
LG