ລິ້ງ ສຳຫລັບເຂົ້າຫາ

ການສ້າງໂອກາດໃນຊ່ວງການລະບາດຂອງໂຄວິດ-19 ໂດຍຜ່ານເທັກໂນໂລຈີສະໄໝໃໝ່ຂອງຊົນເຜົ່າ ບາດູຍ ໃນປະເທດອິນໂດເນເຊຍ


ແຜນທີ່ຮູບພາບ ທະເລຈີນໃຕ້.

​ບັນດາຊົນເຜົ່າທີ່ຢູ່ໂດດດ່ຽວທັງຫຼາຍ ໄດ້ຮັບຜົນກະທົບຈາກການລະບາດໃຫຍ່ຂອງ COVID-19. ເຊັ່ນວ່າ ຊົນເຜົ່ານຶ່ງໃນອິນໂດເນເຊຍ, ຊົນເຜົ່າ ບາດູຍ (Baduy) ໄດ້ຮັບຜົນເສຍຫາຍຢ່າງໜັກທາງດ້ານເສດຖະກິດ. ເພື່ອຄວາມຢູ່ລອດ, ສະມາຊິກບາງຄົນຂອງເຜົ່ານີ້ ຕ້ອງໄດ້ຮັບເອົາຂໍ້ຫ້າມຂອງທ້ອງຖິ່ນ, ເຣນດີ້ ວິຄັກຊະນາ (Rendy Wicaksana) ນັກຂ່າວຂອງ VOA ມີລາຍງານ. ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າວຊາກາ ແລະນາງອາຢູ ເດວີ ເປັນຄູ່ສາມີພັນລະຍາ ຜູ້ຜະລິດລາຍການໃສ່ຊ່ອງຢູທູບ ຫຼື YouTuber ເຊິ່ງມາຈາກຊົນເຜົ່າ ບາດູຍເຂດນອກ, ອັນເປັນຊຸມຊົນເກົ່າແກ່ດັ້ງເດີມ.

ຢູ່ໃນແຂວງ ບານເຕັນ (Banten) ຂອງປະເທດອິນໂດເນເຊຍ, ຖ້າຂັບລົດໄປ ຈາກນະຄອນຫຼວງຈາກາຕາ ໃຊ້ເວລາປະມານ 4 ຊົ່ງໂມງ.

ຕັ້ງແຕ່ປີ 2018, ທ້າວຊາກາ ຜູ້ທີ່ໃຊ້ພຽງຊື່ດຽວ ເລີ້ມຕົ້ນນຳເອົາວີດີໂອກ່ຽວກັບຊີວິດປະຈໍາວັນຂອງລາວ ໃນຖານະທີ່ເປັນຜູ້ສືບທອດຊົນເຜົ່າ ບາດູຍ ລຸ້ນໃໝ່ ລົງໃນຊ່ອງຢູທູບຂອງລາວເອງ.

ພວກເຂົາໄດ້ຮັບຄວາມນິຍົມທາງສື່ສັງຄົມອອນລາຍເປັນຈໍານວນຫລາຍ, ໃນວີດີໂອບາງອັນ ຍັງຮວບຮວມສະສົມຜູ້ທີ່ຕິດຕາມຮັບຊົມໄດ້ຫລາຍແສນຄົນ.

ນາງ ອາຢູ ເດວີ (Ayu Dewi) ເປັນຢູທູບເບີ້ ເຮັດວີດີໂອກ່ຽວກັບຊົນເຜົ່າ ບາດູຍ ເລົ່າວ່າ:

“ພວກເຮົາໄດ້ບັນຈຸເລື້ອງລາວເນື້ອຫາກ່ຽວກັບການເຮັດກະສິກໍາ, ການປະດິດສິ່ງຂອງທີ່ລະລຶກ ເຊັ່ນວ່າການຕໍ່າຫູກ-ຈັກສານ ເຂົ້າໃນຢູທູບ.”

ນາງອາຢູ ພວມຕໍ່າຫູກ, ສ່ວນຂ້ອຍປະດິດພວກກະຕ່າທີ່ເຮັດຈາກໄມ້.

ຄວາມສໍາເລັດຂອງພວກເຂົາເຈົ້າທີ່ໄດ້ຮັບຄວາມສົນໃຈຫຼວງຫຼາຍ ເປັນເລື້ອງທີ່ໜ້າປະຫຼາດໃຈ ເມື່ອຄຳນຶ່ງເຖິງຊົນເຜົ່າ ບາດູຍ ແລ້ວ, ເໝືອນດັ່ງຊຸມຊົນເກົ່າແກ່ຫຼາຍໆແຫ່ງທີ່ພະຍາຍາມຫຼີກລ້ຽງຈາກເທັກໂນໂລຈີໃນປັດຈຸບັນ.

ຊົນເຜົ່າ ບາດູຍ ມີປະຊາກອນຂອງເຜົ່າຢູ່ປະມານ 18,000 ຄົນ, ເຊິ່ງໄດ້ອາໄສຢູ່ໃນ 68 ໝູ່ບ້ານທີ່ແຕກຕ່າງກັນ.

ຢູ່ໃນຊຸມຊົນປະກອບດ້ວຍສອງກຸ່ມຄື ບາດູຍເຂດນອກ (Outer Baduy) ແລະບາດູຍເຂດໃນ (Inner Baduy). ເຊິ່ງປັດຈຸບັນ ມີພຽງສາມໝູ່ບ້ານເທົ່ານັ້ນຢູ່ທີ່ ບາດູຍເຂດໃນ, ໂດຍຊຸມຊົນນີ້ແມ່ນໄດ້ຕັດຂາດຈາກໂລກພາຍນອກແບບຖາວອນ. ໃນຂະນະທີ່ ບາດູຍເຂດນອກ ຍັງຄົງມີການສື່ສານພົວພັນກັບຄົນທົ່ວໄປ ແລະມີຄວາມສຸກກັບການນໍາໃຊ້ສິ່ງອໍານວຍຄວາມສະດວກຕ່າງໆ.
ຊຶ່ງນາງ ອາຢູ ເດວີ ໄດ້ກ່າວພ້ອມກັບສຽງຫົວແບບມີຄວາມສຸກລົງທ້າຍປະໂຫຍກວ່າ:

“ກໍ່ເໝືອນດັ່ງກັບແມ່ຍິງທົ່ວໄປ, ຂ້ອຍມັກອາບນໍ້າຮຸກສະບູ ແລ້ວຮ້ອງເພງໄປພ້ອມ...”

ກົງກັນຂ້າມກັບຊາວອິນໂດເນເຊຍເຊິ່ງສ່ວນໃຫຍ່ເປັນຊາວມຸສລິມ, ຊາວຊົນເຜົ່າ ບາດູຍ ຍັງຄົງຮັກສາຄວາມເຊື່ອຖືຂອງບັນພະບູລຸດ ທີ່ຮ້ອງວ່າ ຊຸນດາ ວິວິຕັນ (Sunda Wiwitan), ເຊິ່ງເຄົາລົບນັບຖື ໃນພະລັງຂອງທໍາມະຊາດ ແລະວິນຍານຂອງບັນພະບູລຸດ.

ລະບົບຄວາມເຊື່ອຖືນີ້ຖືກຄວບຄຸມໂດຍ “ພິຄູຄຸ” (Pikukuh), ເຊິ່ງເປັນຂໍ້ຈໍາກັດທາງດ້ານສິ່ງອໍານວຍຄວາມສະດວກທີ່ທັນສະໄໝ ເຊັ່ນ ຍານພາຫະນະ ແລະໄຟຟ້າ ເປັນຕົ້ນ.

ທ່ານ ຈາໂຣ ໄຊຈາ, ນາຍບ້ານ ບາດູຍ ກ່າວວ່າ:

“ຕາມຄວາມເປັນຈິງແລ້ວ, ມີຂໍ້ຫ້າມຫຼາຍໆຢ່າງໃນເຜົ່າ ບາດູຍ. ຜູ້ເຖົ້າຜູ້ແກ່ໄດ້ສອນພວກເຮົາວ່າ “ພູຜາບໍ່ຄວນຖືກປິດກັ້ນ, ຮ່ອມພູ ຮ່ອມຜາບໍ່ຄວນຖືກທໍາລາຍ,” ເນື່ອງຈາກພວກເພິ່ນທັງຫຼາຍມີຄວາມເປັນຫ່ວງວ່າ ອາດຈະເຮັດໃຫ້ເກີດແຜ່ນດິນຖະຫຼົ່ມ, ທໍາມະຊາດສັ່ນສະເທືອນ, ແລະພາຍຸເຮີຣິເຄນຈະທໍາລາຍລ້າງຜືນແຜ່ນດິນຂອງພວກເຮົາ.”

ການເຊື່ອມຊຶມເອົາສື່ສັງຄົມອອນລາຍຂອງ ທ້າວຊາກາ ແລະ ນາງອາຢູ ເດວີ, ຍັງຄົງບໍ່ມີໃຜສັງເກດເຫັນໄດ້. ເຊັ່ນດຽວກັບການໃຊ້ເທັກໂນໂລຈີເໝືືອນດັ່ງຫຼາຍໆຄົນຢູ່ໃນຫຼາຍໆຊຸມຊົນຂອງເຜົ່າ ບາດູຍເຂດນອກ.

ທ່ານຈາໂຣ ໄຊຈາ ນາຍບ້ານ ບາດູຍ ກ່າວວ່າ:

“ອັນທີ່ຈິງແລ້ວ, ຜູ້ອາວຸໂສເພິ່ນເປັນຫ່ວງກ່ຽວກັບເລື້ອງນີ້ຫຼາຍ. ຊາວຊົນເຜົ່າ ບາດູຍເຂດນອກ ຫາກຜູ້ໃດທີ່ເລີ້ມເຊື່ອມຊຶມການໃຊ້ເທັກໂນໂລຈີ ແມ່ນບໍ່ໄດ້ຮັບອະນຸຍາດຈາກພວກເຮົາ. ແຕ່ວ່າ ຕາມຄວາມຄິດສ່ວນໂຕຂອງຂ້າພະເຈົ້າ, ເມື່ອໃດທີ່ສິ່ງຕ່າງໆເລົ່ານັ້ນ ບໍ່ໄດ້ກໍ່ໃຫ້ເກີດອັນຕະລາຍ, ກໍຍັງຍອມຮັບໄດ້ຢູ່. ແຕ່ບໍ່ຄວນທໍາລາຍຂະນົບທໍານຽມ ແລະສິນທໍາ, ຫລືລົບກວນທຸກໆຄົນຢູ່ໃນຊຸມຊົນ.”

ຊົນເຜົ່າ ບາດູຍ ເຄີຍກາງຕໍ່ການທ່ອງທ່ຽວ, ແລະການລະບາດຂອງພະຍາດ ໄດ້ສົ່ງຜົນກະທົບຕໍ່ພວກເຂົາຢ່າງໜັກ. ສໍາລັບ ທ້າວຊາກາ ແລະ ນາງອາຢູ, ອິນເຕີເນັດໄດ້ໃຫ້ທາງເລືອກແກ່ພວກເຂົາ ໂດຍການຂາຍເຄື່ອງຈັກສານຂອງພວກເຂົາຜ່ານຕະຫຼາດອອນລາຍແບບບໍ່ຕ້ອງມີການສຳພັດ.

ເຊິ່ງທ້າວ ຊາກາ ກ່າວວ່າ:

“ພວກເຮົາບໍ່ສາມາດພຶ່ງພາການຂາຍແບບບໍ່ຜ່ານອອນລາຍ ໄດ້ອີກຕໍ່ໄປ ຕັ້ງແຕ່ການທ່ອງທ່ຽວຖືກຫ້າມຢູ່ໃນເຂດ ບານເຕັນ, ແຕ່ເຮົາກໍໃຊ້ປະໂຫຍດຈາກການຂາຍໃນອອນລາຍແທນ.”

ທ້າວຊາກາ ແລະນາງອາຢູ ບໍ່ໄດ້ຮັບຜົນກະທົບໃດໆຈາກພວກຜູ້ຊົມຈໍານວນຫຼາຍທີ່ຕິດຕາມທາງຊ່ອງຢູທູບຂອງພວກເຂົາເຈົ້າ. ແຕ່ເລືອກທີ່ຈະໃຊ້ອິນເຕີເນັດພຽງເພື່ອເປີດເຜີຍຊີວິດຊົນເຜົ່າຂອງພວກເຂົາເຈົ້າ ສູ່ໂລກພາຍນອກເທົ່ານັ້ນ.

ທ້າວ ຊາກາ ກ່າວວ່າ:

“ຂ້າພະເຈົ້າມີຄວາມສຸກ ຖ້າມີຄົນເບິ່ງ ແລະຊື່ນຊົມວີດີໂອທີ່ຂ້າພະເຈົ້າສ້າງຂຶ້ນມາ. ຖ້າບໍ່, ມັນກໍ່ເປັນພຽງຄວາມບັນເທີງສໍາລັບຂ້ອຍເທົ່ານັ້ນ.”

Many isolated tribes have been affected by the COVID-19 pandemic. One such tribe in Indonesia, the Baduy Tribe has been devastated economically. To survive, some members of the community have embraced a local taboo, as VOA’s Rendy Wicaksana reports

Sarka and Ayu Dewi are husband and wife YouTubers from the Outer Baduy Tribe, a traditional community

in Indonesia’s Banten Province, about a 4-hour drive from the Indonesian capital, Jakarta.

Since 2018, Sarka – who only goes by one name - started to post videos of his daily life as a Baduy millennial onto his YouTube channel.

They gained popularity online, some even garnered hundreds of thousands of viewers.

“We uploaded contents about us farming, making souvenirs, like weaving”

Ayu weaves, while I make bags out of woods.

Their viral success is a surprise considering the Baduy Tribe, like many traditional communities, shuns technology.

There are around 18 thousand Baduy tribes people, residing in 68 different villages.

The community consists of two groups, the Outer Baduy and Inner Baduy.

Only three villages are now Inner Baduy, totally cut off from the outside world.

While the Outer Baduy still interact with others and enjoy some modern conveniences.

“Just like women in general, I enjoy soap operas, haha”

In contrast to the majority of Indonesians who are Muslim, the Baduy people still uphold ancestral beliefs, called Sunda Wiwitan, which venerate the power of nature and spirit ancestors.

The belief system is regulated by “pikukuh”, restrictions on modern conveniences like automobiles and electricity.

“There are indeed a lot of prohibitions in Baduy Tribe. Our elders taught us, “Mountains are not to be smothered, Valleys are not to be destroyed,” as they are concerned it may cause earth to slide, nature to quake, and hurricanes to devastate our nation”

Sarka and Ayu Dewi’s embrace of social media hasn’t gone unnoticed. As has the use of technology by many in the Outer Baduy communities.

“Indeed, the elders are very concerned with this matter. Outer Baduy people who start embracing the use of technology are not with their permission. But for me personally, as long as they are not causing harm, it is still tolerated. But it should never corrupt customs and morals, or disturb neighbors”

The Baduy used to rely on tourism, and the pandemic has hit them hard. For Sarka and Ayu, the internet provides them a contact-free alternative to market their handcrafts online.

“We can no longer rely on offline sales since tourism is prohibited in Banten, instead we make advantage of online sales.”

Sarka and Ayu are unaffected by their viral following. They prefer to use the internet only to promote their tribe to the outer world.

“I am happy if people watch and appreciate videos that I create. If not, it’s just a mere entertainment for me”

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG