ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ​ນາງ Michelle Bachelet ຊະນະ ​​ການ​ເລືອກຕັ້ງ ປະທານາທິບໍດີ ​ຊີເລ (ວີດີໂອ)


ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ຊາວ​ຊິ​ເລ ​ໄດ້​ມອບ​ຕໍາ​ແໜ່​ງຜູ້​ນໍາ​ປະ​ເທດ ອີກ 4 ປີ ​ໃຫ້​ແກ່
ອະດີດ​ປະທານາທິບໍດີ ຫົວ​ສັງ​ຄົມ​ນິຍົມ​ປານ​ກາງ ທ່ານ​ນາງ
Michelle Bachelet ດ້ວຍ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ ​ໃນ​ການ​
ເລືອກ​ຕັ້ງ​ຮອບສຸດ​ທ້າຍ.

ທ່ານ​ນາງ Everlyn Matthei ຄູ່​ແຂ່ງ​ທີ່​ນິຍົມຂວາກາງ​ ​ໄດ້ປະ
ກາດ​ ຍອມຮັບ​ເອົາຄວາມ​ປາ​ໄຊ ຫລັງ​ຈາກ​ຜົນ​ການ​ເລືອກຕັ້ງ​
ໃນ​ວັນ​ອາທິດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ນາງ Bachelet
ໄດ້​ຮັບ 62 ເປີ​ເຊັນຂອງຄະ​ແນນ​ສຽງທັງ​ໝົດ ​ໃນ​ຂະນະ​ທີ່ທ່ານ ​
ນາງ Matthei ​ໄດ້​ຮັບ 38 ​ເປີ​ເຊັນ.

​ໃນການ​ລົງ​ຄະ​ແນນ​ສຽງ​ຮອບ​ທໍາ​ອິດ​ໃນ​ເດືອນ​ແລ້ວ​ນີ້ ທ່ານ​ນາງ Michelle ຊຶ່ງ​ເປັນນາຍ​
ໝໍ​ຝ່າຍ​ປົວ​ເດັກນ້ອຍ ໄວ 62 ປີ ກໍ​ໄດ້​ຮັບ ຄະ​ແນນ​ສຽງ​ ຫລາຍ​ເກືອບ​ສອງ​ເທົ່າຂອງທ່າ​ນ
ນາງ Matthei ​ໄວ 60 ປີ ທີ່​ເປັນນັກ​ເສ​ດຖະສາດ ​ແລະ​ອະດີດ​ລັດຖະມົນຕີ​ແຮງ​ງານ.

​ແຕ່​ວ່າ ທ່ານ​ນາງ Bachelet ​ໄດ້​ຄະ​ແນນ​ໜ້ອຍ​ກວ່າ 50 ​ເປີ​ເຊັນ ຈຶ່ງ​ບັງຄັບ​ໃຫ້​ມີ​ການ​ປ່ອນ
​ບັດ​ ​ຮອບ​ສຸດ​ທ້າຍນີ້.

ທ່ານ​ນາງ Bachelet ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ທີ່​ຈະຂື້ນ​ພາສີພວກ​ບໍລິສັດ ​ໃຫຍ່ໆ ​ເພື່ອ​ນໍາໄປ​
ໃຊ້​ຈ່າຍໃນ​ການປະຕິ​ຮູບການ​ສຶກສາໃນ​ຂອບ​ເຂດ​ກ້ວາງ​ຂວາງ ລົບ​ລ້າງ​ລັດຖະທໍາ​ມະນູນ
ຈາກສະ​ໄໝ​ຜະ​ເດັດ​ການ ​ແລະ​ອອກ​ກົດໝາຍ​ອະນຸຍາດ​ໃຫ້​ແທ້ງ​ລູກ ພາຍ​ໃຕ້ບາງ​ກໍລະນີ​.

ທ່ານ​ນາງ Bachelet ຈະ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ເດືອນ​ມີນາ ຕໍ່ຈາກ​ ປະທານາທິບໍດີ Sebastian
Pinera ຫົວ​ນິຍົມ​ແນວທາງ​ເດີ​ມ ທີ່​ກໍາລັງ​ຈະ​ພົ້ນ​ຕໍາ​ແໜ່​ງນັ້ນ.
XS
SM
MD
LG