ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ​ກ່າວວ່າ​ ຍັງ​ບໍ່​ທັນ​ມີ​ຫຼັກ​ຖານວ່າ ​ມື​ປືນທີ່​ຍິງ​ສັງຫານ​ ຢູ່ລັດ Florida ໄດ້ຮັບຄຳສັ່ງ ຈາກຕ່າງປະເທດ


US Club Shooting
please wait
Embed

No media source currently available

0:00 0:02:36 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ມັນ​ຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ທີ່​ຈະ​ແຈ້ງ” ກ່ຽວ​ກັບ​ວ່າມື​ປືນ​ທີ່​ຍິງ​ສັງຫານ​ໝູ່ທີ່​ຮ້າຍ​ແຮງ​ສຸດ ໃນປະຫວັດ ສາດ ຂອງປະ​ເທດ ​ຢູ່​ສະຖານ​ທີ່​ບັນ​ເທີ​ງ ​ຂອງ​ພວກ​ກະ​ເທີຍ ​ໃນເມືອງ Orlando ລັດ Florida ​ໄດ້​ຮັບ​ຄຳ​ສັ່ງ​ໂດຍ​ກົງ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ຕ່າງ​ປະ​ເທດ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ກັບ​ພວກນັກ​ຂ່າວ​ທີ່​ທຳນຽບຂາວ​ວ່າ “​ເບິ່ງ​ຄື​ວ່າ​ມື​ປືນ ​ແມ່ນ​ໄດ້​ອ່ານ ​ຂໍ້​ມູນ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ທາງອິນ​ເຕີແນັຕ.”

ເຊີນຊົມ: ທັດສະນະຄະຕິກ່ຽວກັບການໂຈມຕີທີ່ Orlando

Obama Calls Orlando Attack "Homegrown Extremism"
please wait

No media source currently available

0:00 0:01:18 0:00

ທ່ານ​ໄດ້​ກ່າວ​ວ່າ ທ້າວ Omar Saddiqui Mateen ຊາວ​ອາ​ເມຣິກັນທີ່​ນັບຖື​ສາສະໜາ​ອິສລາມ ​ໄວ 29 ປີ ທີ່​ມີ​ພໍ່​ແມ່ນ​ເປັນ​ຊາວອັຟກາ​ນິສຖານນັ້ນ ຊຶ່ງ​ນີ້​ແມ່ນ​ເປັນໃນອັນ​ທີ່​ເອີ້ນ​ວ່າ “ພວກ​ຫົວ​ຮຸນ​ແຮງຈັດ​ແບບ​ທີ່​ກໍ່​ຮ່າງ​ສ້າງ​ຕົວຂຶ້ນພາຍ​ໃນ​ປະ​ເທດ ທີ່​ພວກ​ເຮົາ​ເຄີຍ​ເປັນ​ຫ່ວງ​ເປັນ​ໃຍກ່ຽວ​ກັບ​ເລື້ອງ​ນີ້​ມາ​ໄດ້​ດົນ​ນານ​ແລ້ວ,” ​ແຕ່​ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ວ່າ “ມັນ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ​ໃນ​ວິນາທີ​ສຸດ​ທ້າຍ​ ລາວ​ໄດ້​ປະກາດ​ຄວາມ​ຈົງ​ຮັກ​ພັກດີ” ຕໍ່​ກຸ່ມ​ລັດ​ອິສລາມ ​ໃນ​ການ​ໂທລະສັບໄປ​ຫາ​ໜ່ວຍ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ເມືອງ Orlando.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວວ່າ ​ເຈົ້າ​ໜ້າ​ທີ່​ຮັກສາ​ກົດໝາຍ “ຍັງ​ຢູ່​ໃນ​ຂັ້ນ​ເລີ້ມຕົ້ນ​” ​ກ່ຽວ​ກັບ​ການ​ສືບສວນ​ສອບ​ສວນ ​ແລະ​ມັນ​ຍັງ​ມີ “​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຕື່ມ​ອີກ.”

ພວກທີ່ເຫັນເຫດການກ່ຽວກັບການຍິງກັນ ທີ່ສະຖານບັນເທີງ

Witness recalls shooting in Orlando Club
please wait

No media source currently available

0:00 0:00:58 0:00




ທຳນຽບຂາວ ​ໄດ້​ກ່າວ​ວ່າ ປະທານາທິບໍດີ ຈະ​ເດີນທາງ​ໄປ​ຍັງ​ເມື​ອງ Orlando​ ໃນ​ວັນ​ພະ ຫັດ​ຈະ​ມາ​ນີ້ “​ເພື່ອ​ສະ​ແດງອອກ​ຊຶ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ບັນດາຄອບຄົວ​ພວກ​ເຄາະ​ຮ້າຍ​ ​ແລະ​ເພື່ອ​ສະ​ແດງຄວາມເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ກັບ​ປະຊາ​ຄົມ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ຍັງ​ຈະ​ສືບ​ຕໍ່​ຮຳບາດ​ແຜໃນການ​ດຳລົງ​ຊີວິດ​ຕໍ່​ໄປ​ຂ້າງ​ໜ້າ​ນັ້ນ.”

ທ່ານ James Corney ຫົວໜ້າອົງການ​ສັນຕິບານກາງ​ ຫຼື FBI ຂອງສະຫະລັດ ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ກຳລັງ​ກວດກາ​ເບິ່ງປະຫວັດ​ຂອງ​ມື​ສັງຫານ” ຊຶ່ງ​ຮວມທັງການ​ນຳ​ໃຊ້​ອິນເຕີ​ແນັຕນຳ.

ບັນດາ​ຜູ້​ອຸດໜຸນ​ໃນ​ສະຖານ​ທີ່​ບັນ​ເທີ​ງ Pulse Night Club ​ໄດ້​ອ້າງ​ວ່າ ​ເຫັນທ້າວ​ Mateen ດື່ມ​ໃນ​ບາຫຼາຍ​ໆຄັ້ງ ກ່ອນ​ທີ່​ລາວ​ຈະທຳ​ການຍິງ. ພວກ​ທີ່​ເຫັນ​ເຫດການ​ໄດ້​ລາຍ​ງານ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ເຫັນລາວ​ໂອ້ລົມກັບ​ກະ​ເທີຍທາງອິນ​ເຕີແນັຕ ​ໂດ​ຍ​ໃຊ້ app ທີ່ເອີ້ນ​ວ່າ “Jack'd.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ກຸ່ມກະເທີຍ ເດີນຮ້ອງເພງເປັນໝູ່ ໃນການໄວ້ອາໄລ ທີ່ທຳນຽບຂາວ

Gay Men's Chorus of Washington Sings at White House Vigil
please wait

No media source currently available

0:00 0:01:40 0:00
ລິງໂດຍກົງ

XS
SM
MD
LG