ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາບໍລິສັດຜະລິດລົດຍົນ ເນັ້ນໜັກໃສ່ ຫຼາຍທາງເລືອກ ທ່າມກາງການຊຸກຍູ້ ໃຫ້ປ່ຽນເປັນລະບົບໄຟຟ້າ


Chicago Auto Show Reflects Demand, Push to Electrification
please wait

No media source currently available

0:00 0:03:09 0:00

ງານວາງສະແດງລົດຍົນທີ່ໃຫຍ່ສຸດ ແລະມີມາຍາວນານທີ່ສຸດໃນເຂດອາເມຣິກາເໜືອກໍຄື Chicago Auto Show ເປັນງານວາງສະແດງປະຈຳ​ປີຂອງ ເທັກໂນໂລຈີດ້ານລົດຍົນ ຄັ້ງຫຼ້າສຸດ ແລະໃຫ້ຂໍ້ສະເໜີຕ່າງໆທີ່ມີຢູ່ແລ້ວ ແກ່ລູກຄ້າທັງຫຼາຍ. ເຄນ ຟາຣາບໍ ນັກຂ່າວວີໂອເອລາຍງານການວາງສະແດງລົດຍົນ ຂອງປີນີ້ ທີ່ສະທ້ອນໃຫ້ເຫັນຄວາມຕ້ອງການຂອງຜູ້ຊົມໃຊ້ ແລະດຳລັດຂອງລັດຖະບານ ເຊິ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ງານວາງສະແດງລົດຍົນຂອງນະຄອນຊິຄາໂກ ເປັນບ່ອນເປີດໂຕສຳລັບບັນດາບໍລິສັດຜະລິດລົດຍົນ ເພື່ອນຳເອົາຂໍ້ສະເໜີຫຼ້າສຸດຕ່າງໆຂອງພວກເຂົາອອກມາໃຫ້ເຫັນ. ໃນບໍ່ເທົ່າໃດປີຜ່ານມານີ້ ຈຸດເພັ່ງເລັງແມ່ນໝໍ້ໄຟ ທີ່ເປັນພະລັງງານສຳລັບລົດໄຟ້ຟ້າ ຫຼື ເອີ້ນຫຍໍ້ວ່າ B-E-V.

ແຕ່ທ່າມກາງລາຄາຂອງລົດທີ່ສູງຂຶ້ນນັບມື້ ກໍມີຄວາມຫຼາກຫຼາຍ ແລະຫຼາຍທາງເລືອກ ແມ່ນໄດ້ຮັບການເນັ້ນໜັກຢູ່ທີ່ງານສະແດງລົດຍົນຂອງປີນີ້.

ທ່ານເຄີດຕ໌ ແມັກຄາລິສເຕີ ຈາກບໍລິສັດ ໂຕໂຍຕ້າ ກ່າວວ່າ “ຢູ່ທີ່ໂຕໂຍຕ້າ ພວກເຮົາເຊື່ອວ່າ ມັນບໍ່ຄວນເປັນພຽງສູດດຽວ.”

ທ່ານເຄີດຕ໌ ແມັກຄາລິສເຕີ ຂອງໂຕໂຍຕ້າ ກ່າວວ່າ “ຜະລິດຕະພັນຢູ່ໃນຖັນແຖວຂອງບໍລິສັດ ປັດຈຸບັນນີ້ ມີທັງລົດໄຟຟ້າແຕກຕ່າງກັນໄປ ແລະລົດຍົນທີ່ໃຊ້ນ້ຳມັນເຊື້ອໄຟເປັນພະລັງງານ ທີ່ສະທ້ອນເຖິງຄຳແນະນຳຂອງລູກຄ້າ.”

ທ່ານແມັກຄາລິສເຕີ ອະທິບາຍວ່າ “ພວກລູກຄ້າຂອງພວກເຮົາ ບອກພວກເເຮົາວ່າ ເຂົາເຈົ້າຢາກເລືອກຫຼາຍແນວ. ພວກເຂົາບໍ່ພຽງແຕ່ຢາກໃຫ້ພວກເຮົາພະຍາ ຍາມນຳເອົາພວກມັນ ເຂົ້າມາລວມກັນເປັນຊຸດຍ່ອຍດຽວ.”

ລົດໄຟຟ້າແນວຄວາມຄິດຂອງໂຕໂຍຕ້າ ວາງສະແດງ ຢູ່ທີ່ງານວາງສະແດງລົດຍົນໃນນະຄອນຊິຄາໂກ, ວັນທີ 9 ກຸມພາ 2023.
ລົດໄຟຟ້າແນວຄວາມຄິດຂອງໂຕໂຍຕ້າ ວາງສະແດງ ຢູ່ທີ່ງານວາງສະແດງລົດຍົນໃນນະຄອນຊິຄາໂກ, ວັນທີ 9 ກຸມພາ 2023.

ເຊິ່ງເປັນເຫດຜົນທີ່ໂຕໂຍຕ້າ ສ້າງໂປຣຟາຍລ໌ ຫຼື ຄຸນລັກສະນະຂອງລົດ ປຣີອຸສ ລຸ້ນທີ 5 ທີ່ໄດ້ຂາຍດີທີ່ສຸດ ຊຶ່ງເປັນລົດປະສົມປະສານ ຫຼື hybrid ທີ່ມີເຄື່ອງຈັກໃຊ້ທັງໝໍ້ໄຟ ແລະນໍ້າມັນເຊື້ອໄຟ ເປັນພະລັງງານ.

ທ່ານແມັກຄາລິສເຕີ ເວົ້າອີກວ່າ “ດຽວນີ້ ພວກເຮົາມີ 21 ປະເພດ ຮາຍບຣິດ ໃນທົ່ວທັງ ໂຕໂຍຕ້າ ແລະ ແລັກສັດສ໌. ສະນັ້ນ ມັນເປັນສ່ວນໃຫຍ່ຂອງການສື່ສານເຖິງການບໍ່ປ່ອຍຄວັນກາບອນ ຫຼື carbon neutrality.”

ທ່ານແມັກຄາລິສເຕີ ກ່າວວ່າ ໂຕໂນຕ້າ ບໍ່ໄດ້ລະເລີຍຕະຫຼາດລົດ BEV ທີ່ເພີ້ມຫຼາຍຂຶ້ນຢ່າງໄວວາ ແຕ່ວ່າ ມັນມີລາຄາແພງຂຶ້ນ.

ທ່ານແມັກຄາລິສເຕີ ເວົ້າວ່າ “ພວກເຮົາຢາກໃຫ້ໝັ້ນໃຈວ່າ ພວກເຮົາມີບາງສິ່ງທີ່ບໍ່ພຽງແຕ່ສົມເຫດສົມຜົນສຳລັບພວກເຮົາ ແຕ່ຍັງສົມເຫດສົມຜົນສຳລັບກະເປົາເງິນຂອງພວກເຂົາເຈົ້າ.”

ອັດຕາດອກເບຍທີ່ສູງຂຶ້ນກວ່າເກົ່າ ສຳລັບການກູ້ເງິນຊື້ລົດ ໃນປີ 2022 ໄດ້ເຮັດໃຫ້ການຊື້ລົດໃໝ່ ຫລຸດລົງ ເຊິ່ງເປັນຂີດໝາຍການຫລຸດລົງເທື່ອທຳອິດ ຂອງການຂາຍລົດ ໃນຮອບນຶ່ງທົດສະວັດ. ເຖິ່ງຢ່າງນັ້ນກໍຕາມ ຈຳນວນລົດ BEV ທີ່ໄດ້ຂາຍເພີ້ມຂຶ້ນໂດຍປະມານ 65 ເປີເຊັນຈາກຕົ້ນປີນີ້ ອີງຕາມການຄົ້ນຄວ້າຂອງບໍລິສັດ Motor Intelligence. ລົດ BEV ກວມເອົາເກືອບ 6 ເປີເຊັນຂອງການຂາຍລົດໃໝ່ ຢູ່ໃນສະຫະລັດ ເມື່ອປີກາຍນີ້.

ບັນດາຜູ້ຜະລິດລົດຍົນ ກ່າວວ່າ ພວກລູກຄ້າເປັນຫ່ວງໃນຄວາມຮູ້ສຶກ “ວິຕົກກັງວົນຂອງໄລຍະການເດີນທາງ” - ຄືວ່າ ລົດໄຟຟ້າສາມາດເດີນທາງໄປໄດ້ໄກປານໃດ ກ່ອນທີ່ມັນຈະຕ້ອງໄດ້ຊາກໝໍ້ໄຟ. ໃນສະຫະລັດ ປ້ຳນ້ຳມັນມີຈຳນວນຫຼາຍເກີນກວ່າສະຖານີຊາກໝໍ້ໄຟ.

ທ່ານແຊດ ລີອອນສ໌ ຜູ້ຕາງໜ້າຂອງ ເຊັບວ໌ໂຣເລ ກ່າວວ່າ “ຖານລູກຄ້າຂອງພວກເຮົາ ບາງຄົນແມ່ນບໍ່ພ້ອມສຳລັບລົດໄຟຟ້າ. ແລະສະນັ້ນ ແທ້ຈິງແລ້ວ ແຜນການຂອງພວກເຮົາສຳລັບຫ້າປີຂ້າງໜ້າ ແມ່ນຈະນຳສະເໜີລົດໄຟຟ້າ ສຳລັບພວກຄົນທີ່ມີຄວາມພ້ອມໃນສາມພາກສ່ວນ ທີ່ມີການແຂ່ງຂັນຫຼາຍ ແຕ່ໃນເວລາດຽວກັນມີລົດ ICE ຫຼື ພວກລົດຍົນທີ່ໃຊ້ນ້ຳມັນ ສຳລັບພວກຄົນທີ່ບໍ່ພ້ອມ.”

ລົດເຊັບວ໌ໂຣເລ ຄອຣແວັດຕ໌ ອີ-ເຣ 2024 (Chevrolet Corvette E-Ray) ວາງສະແດງຢູ່ທີ່ ງານວາງສະແດງລົດຍົນໃນນະຄອນຊິຄາໂກ, ວັນທີ 9 ກຸມພາ 2023.
ລົດເຊັບວ໌ໂຣເລ ຄອຣແວັດຕ໌ ອີ-ເຣ 2024 (Chevrolet Corvette E-Ray) ວາງສະແດງຢູ່ທີ່ ງານວາງສະແດງລົດຍົນໃນນະຄອນຊິຄາໂກ, ວັນທີ 9 ກຸມພາ 2023.

ທ່ານແຊດ ລີອອນສ໌ ຮັບຜິດຊອບຍີ່ຫໍ້ ເຊັບວ໌ໂຣເລ ຂອງບໍລິສັດ ເຈນເນີໂຣ ໂມເຕີ ກ່າວວ່າ ຄວາມຕ້ອງການສຳລັບພວກລົດເກັງໃຊ້ນ້ຳມັນໄດ້ຫລຸດລົງ. ຍ້ອນເຫດຜົນນັ້ນ ລົດລຸ້ນຕ່າງໆທີ່ຜະລິດອອກມາ ໂດຍບໍລິສັດຂອງທ່ານ ສຸມໃສ່ພວກລົດຍົນລຸ້ນສະປອດອະເນກປະສົງ ຫຼືອື້ນຫຍໍ້ວ່າ SUV.

ໃນທ້າຍປີນີ້ ເຊັບວ໌ໂຣເລ ຈະນຳສະເໜີລົດ SUV ໃໝ່ 2 ລຸ້ນ ທີ່ໃຊ້ພະລັງງານຈາກໝໍ້ໄຟ ແລະທາງເລືອກອື່ນໆຈະບໍ່ຢຸດຢູ່ທີ່ນັ້ນ.

ທ່ານລີອອນສ໌ ເວົ້າວ່າ “ພວກລົດກະບະ ເປັນຫົວໃຈຂອງອາເມຣິກາ ສະນັ້ນແລ້ວ ພວກເຮົາຈະນຳສະເໜີ ລົດໄຟຟ້າລຸ້ນ ຊີລເວີຣາໂດ ອີວີ (Silverado EV) ນຳດ້ວຍ.”

ທ່ານເດຢານ ນີນັອບ ຜູ້ຕາງໜ້າຂອງຍີ່ຫໍ້ ດອດຈ໌ (Dodge) ເວົ້າວ່າ “ໝົດທຸກຄົນ ມັກພວກລົດທີ່ມີກຳລັງແຮງ.”

ຜູ້ຈັດການດ້ານການອອກແບບຂອງດອດຈ໌ ທ່ານເດຢານ ນີນັອບ ກ່າວວ່າ ພວກລູກຄ້າຢາກໃຫ້ພວກລົດຍົນ ເບິ່ງຄືລົດໄຟຟ້າໜ້ອຍທີ່ສຸດ ແລະໃຫ້ເປັນ ຄລາສສິກ ຫຼາຍຂຶ້ນ.

ທ່ານນີນັອບ ເວົ້າວ່າ “ຂ້າພະເຈົ້າຄິດວ່າ ຖ້າທ່ານເບິ່ງພວກລົດໄຟຟ້າໝົດທຸກຄັນຢູ່ທີ່ນັ້ນ ດຽວນີ້ ພວກມັນທັງໝົດ ເບິ່ງຄ້າຍຄືກັນ. ພວກມັນທັງໝົດ ມີຄວາມຮູ້ສຶກ ແລະລັກສະນະຄ້າຍຄືກັນ ພວກມັນມີສັດສ່ວນທີ່ຄ້າຍຄືກັນ ເຊັ່ນສັດສ່ວນຂອງຂະໜົມ ເຈລລີບີນ.”

ທ່ານນີນັອບ ພວມອອກແບບແນວຄິດທີ່ຫັນປ່ຽນລົດພະລັງແຮງທີ່ເປັນສັນຍາລັກ ລຸ້ນ ຊາລເລັນເຈີ ໃຫ້ກາຍເປັນລົດໄຟຟ້າທັງໝົດ.

ທ່ານນີນັອບ ເວົ້າວ່າ “ແບບໃດແບບນຶ່ງທີ່ບໍ່ຄືຢູ່ທີ່ນັ້ນ ແລະອັນນັ້ນເປັນສ່ວນໃຫຍ່ຂອງປະສົບການໃນລົດທີ່ມີຄວາມພະລົງແຮງ.”

ໃນຂະນະທີ່ພວກບໍລິສັດຜະລິດລົດຍົນ ເນັ້ນໜັກໃສ່ທາງເລືອກ, ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຕ້ອງການໃຫ້ລົດທັງໝົດຢູ່ໃນຫົນທາງເປັນລົດໄຟຟ້າເຖິງ 50 ເປີເຊັນ ພາຍໃນປີ 2030. ລັດຄາລີຟໍເນຍ ໃນຂະນະດຽວກັນ ອອກກົດໝາຍທີ່ວ່າ ລົດຍົນໃໝ່່ທັງໝົດທີ່ຂາຍຢູ່ໃນລັດ ຕ້ອງແມ່ນລົດໄຟຟ້າ ຫຼື ລົດໃຊ້ພະລັງງານຈາກໄຮໂດຣເຈັນ ພາຍໃນປີ 2035.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG