ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ ລາວ ຫວັງ​ວ່າ​ປະ​ຊາ​ຊົນ ຈະ​ສາ​ມາດ​ເຂົ້າ​ເຖິງ ​ຂໍ້​ມູນຂ່າວສານ ກ່ຽວກັບ ກົດໝາຍ ໄດ້ຫຼາຍຂຶ້ນ


ບັນ​ດາ​ເຈົ້າ​ໜ້າ​ທີ່ ລາວ ແລະ ສະ​ຫະ​ລັດ ເປີດ​ຕົວ​ແອັບ​ພ​ລີ​ເຄ​ຊັນ ກົດ​ໝາຍ ລາວ.
ບັນ​ດາ​ເຈົ້າ​ໜ້າ​ທີ່ ລາວ ແລະ ສະ​ຫະ​ລັດ ເປີດ​ຕົວ​ແອັບ​ພ​ລີ​ເຄ​ຊັນ ກົດ​ໝາຍ ລາວ.

ທາງ​ການ ລາວ ຄາດ​ຫວັງ​ວ່າ​ປະ​ຊາ​ຊົນ ລາວ ຈະ​ສາ​ມາດ​ເຂົ້າ​ເຖິງ ແລະ ໄດ້​ຮັບ​ຂໍ້​ມູນ
ຂ່າວສານ ກ່ຽວກັບ ກົດໝາຍໄດ້ຫຼາຍຂຶ້ນ ໂດຍການເຊື່ອມຕໍ່ Application Version
3 ດ້ວຍລະບົບໂທລະສັບມືຖື.

ທ່ານ ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຢືນ​ຢັນ​ວ່າ ການ​ພັດ​ທະ​ນາ​
ໂຄງຂ່າຍການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ກົດໝາຍ ແລະ ລະບຽບການຕ່າງໆ
ຂອງລັດຖະບານ ລາວ ດ້ວຍການນຳໃຊ້ ແອັບ​ພ​ລີ​ເຄ​ຊັນ ໃນລະບົບໂທລະສັບມືຖືທີ່ທັນ
ສະໄໝນັ້ນ ຈະເຮັດໃຫ້ປະຊາຊົນ ລາວ ສາມາດເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານ
ດ້ານກົດໝາຍ ແລະ ລະບຽບການຕ່າງໆຂອງລັດຖະບານໄດ້ຢ່າງກວ້າງຂວາງ ແລະ
ເທົ່າທັນກັບສະພາບການຕ່າງໆທີ່ປ່ຽນແປງຢ່າງໄວວາອີກດ້ວຍ.

ການ​ພັດ​ທະ​ນາ ແອັບ​ພ​ລີ​ເຄ​ຊັນ ດັ່ງ​ກ່າວນີ້ ລັດ​ຖະ​ບານ ສະ​ຫະ​ລັດ ອາ​ເມ​ຣິ​ກາ ໄດ້​ໃຫ້​
ການຊ່ວຍເຫຼືອລັດຖະບານ ລາວ ຜ່ານອົງການ USAID ເປັນເວລາ 5 ປີພາຍໃຕ້ເປົ້າ
ໝາຍເພື່ອຊ່ວຍໃຫ້ ສປປ ລາວ ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກໃຫ້ໄດ້ຢ່າງມີ
ປະສິດທິພາບ ກໍຄືການເຮັດໃຫ້ບັນດານັກທຸລະກິດ ນັກລົງທຶນປະຊາຊົນ ລາວ ແລະ
ຊາວຕ່າງຊາດສາມາດເຂົ້າເຖິງບັນດານິຕິກຳຕ່າງໆໃນ ລາວ ໄດ້ຢາງສະດວກວ່ອງໄວ
ທັງຍັງສາມາດປະກອບຄວາມເຫັນທີ່ມີຕໍ່ນິຕິກຳຕ່າງໆໄດ້ອີກດ້ວຍ ດັ່ງທີ່ທ່ານ ເສີມສຸກ
ໃຫ້ການຢືນຢັນວ່າ

"ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ສະ​ນັ້ນກະ​ຊວງ​ຍຸ​ຕິ​ທຳ ຈຶ່ງ​
ໄດ້ສືບຕໍ່ຄົ້ນຄວ້າ, ສ້າງ ແລະ ພັດທະນາ ແອັບພລີເຄຊັນ ກົດໝາຍຈາກ Version 1,
Version 2 ມາເປັນ Version 3 ໃຫ້ເປັນອີກຊ່ອງທາງນຶ່ງຂອງການໂຄສະນາເຜີຍແຜ່
ກົດໝາຍ ໃຫ້ມີຄວາມທັນສະໄໝໃນການຄົ້ນຫາທາງໂທລະສັບມືຖື ເຮັດໃຫ້ປະຊາຊົນ
ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ, ການແຈ້ງເຕືອນ ເມື່ອມີກົດໝາຍໃໝ່
ຫຼື ກົດໝາຍປັບປຸງ ບໍ່ວ່າຈະເປັນນິຕິກຳກຸ່ມກົດໝາຍ ແລະ ນິຕິກຳທີ່ສາມາດປະກອບ
ຄວາມເຫັນໂດຍຜ່ານ ແອັບພລີເຄຊັນ ກົດໝາຍໄດ້ຢ່າງວ່ອງໄວ ແລະ ງ່າຍດາຍຂຶ້ນ
ກວ່າເກົ່າ."

ແຕ່​ຢ່າງ​ໃດ​ກໍ​ຕາມ ບັນ​ຫາ​ສຳ​ຄັນ​ປະ​ການ​ນຶ່ງ​ທີ່​ເຮັດ​ໃຫ້​ການ​ຮັບ​ຮູ້ ກ່ຽວ​ກັບ ກົດ​ໝາຍ​
ຂອງ ລາວ ມີການສັບສົນ ແລະ ບໍ່ມີຄວາມຕໍ່ເນື່ອງນັ້ນ ກໍຄືການປັບປຸງບັນດາກົດໝາຍ
ແລະ ນິຕິກຳຕ່າງໆທີ່ເກີດຂຶ້ນທຸກຄັ້ງໃນກອງປະຊຸມສະພາແຫ່ງຊາດ ລາວ ນັບຈາກທີ່
ໄດ້ມີການປະກາດໃຊ້ລັດຖະທຳມະນູນໃນປີ 1991 ເປັນຕົ້ນມານັ້ນກໍປາກົດວ່າ ໄດ້ມີ
ການປັບປຸງລັດຖະທຳມະນູນໃນປີ 2003 ແລະ ປີ 2015 ສ່ວນກົດໝາຍທີ່ປະກາດບັງ
ຄັບໃຊ້ທັງໝົດ 138 ສະບັບກໍໄດ້ມີການປັບປຸງເຖິງ 69 ສະບັບ ຊຶ່ງລວມເຖິງກົດໝາຍ
8 ສະບັບທີ່ໄດ້ປັບປຸງໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ
ຊຸດທີ 8 ເມື່ອເດືອນມິຖຸນາ 2018 ທີ່ຜ່ານມາ.

ນອກ​ຈາກ​ນັ້ນ ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່​ດ້ອຍ​ປະ​ສິດ​ທິ​ພາບ ກໍ​ນັບ​ເປັນ​ອີກ​ບັນ​ຫາ​ນຶ່ງ
ທີ່ສຳຄັນເຊັ່ນດຽວກັນ ທັງນີ້ໂດຍທ່ານ ຄຳສານ ສຸວົງ ປະທານອົງການໄອຍະການປະ
ຊາຊົນສູງສຸດ ຍອມຮັບວ່າປະຊາຊົນ ລາວ ໄດ້ສະແດງຄວາມບໍ່ພໍໃຈ ແລະ ບໍ່ເຊື່ອໝັ້ນ
ຕໍ່ການປະຕິບັດໜ້າທີ່ຂອງບັນດາພະນັກງານໄອຍະການເພີ່ມຂຶ້ນນັບມື້ ໂດຍມີສາເຫດ
ມາຈາກການປະຕິບັດໜ້າທີ່ໂດຍບໍ່ສຸດຈະລິດ ໂດຍສະເພາະແມ່ນການຮັບເອົາສິນບົນ
ຈາກຜູ້ຕ້ອງຫາ ເພື່ອຊ່ວຍໃຫ້ພົ້ນຜິດທັງໃນຄະດີແຜ່ງ ແລະ ຄະດີອາຍານັ້ນ ຖືເປັນບັນ
ຫາທີ່ເກີດຂຶ້ນຫຼາຍທີ່ສຸດໃນປັດຈຸບັນ.

ທັງ​ນີ້ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ລາວ ໄດ້​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ ດ້ວຍ​ການ​ເປີດ​
ຮັບຈົດໝາຍຮ້ອງຮຽນໂດຍກົງຈາກປະຊາຊົນ ໂດຍມີເງື່ອນໄຂວ່າປະຊາຊົນຜູ້ທີ່ສົ່ງຈົດ
ໝາຍຮ້ອງຮຽນນັ້ນ ຈະຕ້ອງເປີດເຜີຍຊື່ ແລະ ລົງລາຍເຊັນຂອງຕົນດ້ວຍ ຊຶ່ງກໍປະກົດ
ວ່າໃນຮອບປີທີ່ຜ່ານມາ ມີປະຊາຊົນ ລາວ ສົ່ງຈົດໝາຍຮ້ອງຮຽນເຖິງອົງການໄອຍະ
ການປະຊາຊົນ ລາວ ພຽງ 3 ສະບັບເທົ່ານັ້ນ ສ່ວນອົງການໄອຍະການປະຊາຊົນ ກໍໄດ້
ດຳເນີນການສອບສວນໄປແລ້ວ 1 ສະບັບ ຊຶ່ງພົບວ່າເປັນຈິງຕາມການຮ້ອງຮຽນຂອງ
ປະຊາຊົນດັ່ງກ່າວ ຈຶ່ງໄດ້ດຳເນີນຄະດີອາຍາກັບພະນັກງານໄອຍະການ 2 ຄົນ ແລະ
ປົດອອກຈາກໜ້າທີ່ໄປແລ້ວ 3 ຄົນ ສ່ວນອີກ 2 ສະບັບທີ່ເຫຼືອນັ້ນຍັງຄົງດຳເນີນການ
ສອບສວນເລື້ອຍມາຈົນເຖິງປັດຈຸບັນນີ້.

XS
SM
MD
LG