ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວສາມາດອອກໃບຕາດິນໄດ້ພຽງ 12 ເປີເຊັນ ຂອງແຜນການ ສະນັ້ນ ຈຶ່ງ​ຍາກ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​​ອອກ​ໃບ​ຕາ​ດິນ 1.6 ລ້ານ​ຕອນ ພາຍໃນ 2025


​ດິນ​ທີ່ບໍ່​ມີ​ໃບ​ຕາ​ດິນ​ຢູ່​ລາວ
​ດິນ​ທີ່ບໍ່​ມີ​ໃບ​ຕາ​ດິນ​ຢູ່​ລາວ

ທາງການລາວ ສາມາດອອກໃບຕາດິນໃຫ້ກັບປະຊາຊົນໄດ້ພຽງ 12 ເປີເຊັນ ເທົ່ານັ້ນຂອງແຜນການໃນ​ແຕ່​ລະ​ປີ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ການ​ອອກ​ໃບ​ຕາ​ດິນ​ໃຫ້​ໄດ້​ເຖິງ 1.6 ລ້ານ​ຕອນ​ ໃນ​ປີ 2025, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ປະສານງານກຸ່ມປະ​ຕິ​ບັດ​ການດ້ານຂໍ້ມູນກ່ຽວ​ກັບທີ່ດິນໃນ​ລຸ່ມ​ແມ່​ນ້ຳ​ຂອງ (Land Information Working Group) ເປີດເຜີຍວ່າ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມທຳ​ມະ​ຊາດສາມາດອອກ​ໃບ​ຕາ​ດິນ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ພຽງ 36,000 ກວ່າຕອນ ເທົ່າ​ນັ້ນ ​ໃນ ປີ 2022 ຄິດເປັນພຽງ 12 ເປີເຊັນ ຂອງແຜນ ການປີ ທີ່ວາງເປົ້າໝາຍການອອກໃບຕາດິນໃຫ້ໄດ້ເຖິງ 3 ແສນຕອນຕໍ່​ປີ ແລະ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດທີ່​ໄດ້​ຕ່ຳ​ກວ່າ​ແຜນ​ການ​ດັ່ງ​ກ່າວນີ້ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບຕໍ່​ເປົ້າ​ໝາຍ ທີ່​ຈະອອກໃບຕາດິນໃຫ້ປະ​ຊາ​ຊົນ​ໃຫ້ໄດ້ເຖິງ 1.6 ລ້ານ​ຕອນ​ ພາຍ​ໃນ​ປີ 2025 ອີກ​ດ້ວຍ.

ສາ​ເຫດ​ທີ່​ເຮັດ​ໃຫ້ທາງການລາວບໍ່​ສາ​ມາດຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ​ແຜນ​ການ​ດັ່ງ​ກ່າວນີ້ກໍ​ເພາະກະຊວງ ຊັບພະຍາກອນແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ມີ​ໜ່ວຍ​ວັດ​ແທກ​ທີ່​ດິນ​ຢ່າງ​ຈຳ​ກັດ ແລະ ຍັງ​ບໍ່​ທັນ​ມີເທັກ ໂນໂລຈີທີ່ທັນສະໄໝ ເພື່ອນຳໃຊ້​ໃນ​ການ​ວັດ​ແທກທີ່​ດິນ ແລະຍັງ​ຂາດການພັດທະນາຖານຂໍ້ມູນ ທີ່ດິນດ້ວຍເທັກໂນໂລຈີຂໍ້ມູນ-ຂ່າວສານທີ່ເຊື່ອມຕໍ່​ກັນໄດ້ໃນທົ່ວປະເທດ ລວມ​ທັງ​ການ​ຂາດ​ແຄນ​ດ້ານ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄວາມ​ຮູ້-ຄວາ​ມ​ສາ​ມາດ​ທາງດ້ານເທັກໂນໂລຈີສະໄໝໃໝ່​ອີກ​ດ້ວຍ ແລະ​ບັນ​ຫາ​ທີ່ຕາ​ມ​ມາກໍ​ຄື​ຄວາມ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ຂອງ​ປະ​ເທດທີ່ບໍ່​ມີ​ທີ່​ດິນ​ທຳ​ກິນ ແລະ​ທີ່​ຢູ່​ອາ​ໄສ​ຢ່າງ​ຖາ​ວອນນັ້ນ​ເອງ ດັ່ງທີ່ຜູ້​ປະ​ສານ​ງານ​ດ້ານ​ຂໍ້​ມູນ​ທີ່​ດິນໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງໄດ້ໃຫ້ການຢືນຢັນວ່າ:

“ປະ​ຊາ​ຊົນ​ເຂດນອກ ຖ້າບໍ່ມີດິນນີ້ ກໍ​ຄືບໍ່​ມີດິນອາ​ໄສ ບໍ່​ມີ​ດິນ​ປູກ​ເຂົ້າ-ດິນ​ຫາ​ກິນ. ຢາກໃຫ້ລັດຖະບານ ຈັດສັນທີ່ດິນໃຫ້ປະຊາຊົນທີ່​ວ່າ​ເຂົາ​ທຸກ​ຍາກໃຫ້ເຂົາໄດ້​ເຮັດ ໄດ້ສ້າງ ໄດ້​ທຳ​ມາ​ຫາ​ກິນຫັ້ນ​ແຫລະ ຖ້າວ່າ​ໃຫ້ໄປຊື້ດິນປະ​ຊາ​ຊົນ​ກະຊິບໍ່ມີເງິນໄປຊື້ຫັ້ນຫນາ ເພາະວ່າດິນກະແພງຫລາຍ.”

ສ່ວນທ່ານ​ນາງພອນ​ເພັດ ອຸ່ນ​ແກ້ວ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ຈາກ​ແຂວງ​ສາ​ລະ​ວັນຢືນ​ຢັນວ່າ​ ບັນ​ຫາ​ຂັດ​ແຍ້ງ​ກ່ຽວ​ກັບ​ການ​ຖື​ຄອງ​ທີ່​ດິນ​ທີ່​ເກີດ​ຈາກ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ທີ່​ດິນ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນລາວ ແລະຕ່າງ​ປະ​ເທດ​ທີ່​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງໃນ​ປັດ​ຈຸ​ບັນ ໃນ​ຂະ​ນະ​ທີ່ການ​ອອກ​ໃບ​ຕາ​ດິນກໍ​ບໍ່​ໄດ້​ມາດ​ຕະ​ຖານ ແລະບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ມີ​ການ​ສໍ້​ໂກງ ຫຼື​ຍາດ​ແຍ່ງ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ໂດຍ​ພະ​ນັກ​ງານລັດ ແລະ​ບໍ​ລິ​ສັດ​ເອ​ກະ​ຊົນ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງອີກ​ເຊັ່ນ​ກັນ ​ໃນ​ນີ້​ຍັງ​ລວມ​ເຖິງ​ການ​ປອມ​ແປງ​ໃບ​ຕາ​ດິນ, ການ​ຈັດ​ທຳ​ນິ​ຕິ​ກຳ​ຊ້ຳ​ຊ້ອນກ່ຽວ​ກັບທີ່​ດິນ ແລະ​ການອອກ​ໃບ​ຕາ​ດິນ​ທີ່​ໄປ​ກວມ​ເອົາ​ເຂດ​ປ່າ​ໄມ້​ຂອງ​ລັດອີກ​ດ້ວຍ. ນອກ​ຈາກນັ້ນ ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ​ໃນ​ລາວກໍ​ນັບ​ເປັນ​ພາກ​ສ່ວນ​ທີ່​ຈະ​ຕ້ອງ​ຈັດ​ສັນ​ທີ່​ດິນ​ໄວ້ ເພື່ອ​ຮອງ​ຮັບ​ຢ່າງກວ້າງ​ຂວາງ ອີກ​ດ້ວຍ​ເຊັ່ນ​ກັນ ໃນ​ນີ້ກໍ​ລວມ​ເຖິງ​ໂຄງ​ການ​ການ​ພັດ​ທະ​ນາ ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ​ໄດ້ໃຫ້​ການ​ຢືນ​ຢັນ​ວ່າ:

“ເຂດ​ທີ່​ດິນ​ສະຫງວນ​ໃຫ້​ທາງ​ຫຼວງທີ່​ປະ​ເມີນ​ຕາມຂອບ​ເຂດ​ທີ່ກຳ​ນົດໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ທາງ​ຫຼວງ​ສະ​ບັບປີ 2017 ກ່ຽວ​ກັບ​ເຂດ​ສະຫງວນ​ທາງ​ຫຼວງ ​ທີ່​ຢູ່​ເທິງ​ໜ້າດິນ​ຂອງທາງ​ຫຼວງ​ໃນ​ປີ 2021 ປະມານ 49,115 ກິ​ໂລ​ແມັດ ທີ່​ກຳ​ນົດຂອບ​ເຂດ​ທາງ​ຫຼວງເບື້ອງ​ລະ​ 25 ແມັດ – 15 ແມັດ – 10 ແມັດ ແລະ 5 ແມັດ ຂອງ​ແຕ່​ລະປະເພດຂອງທາງຫຼວງ ຊຶ່ງ​ລວມ​ມີ ເນື້ອທີ່ທັງໝົດປະມານ 105,000 ເຮັກຕາ ເຊິ່ງໃນ​ນີ້​ຍັງບໍ່ລວມເຂດ ສະຫງວນທາງໃນຕົວເມືອງ ຊຶ່ງ​ຕິດ​ພັນ​ກັບ​ແຜນຜັງຕົວ​ເມືອງຊຶ່ງ​ໃນຕໍ່ຫນ້າກໍຈະໄດ້ສ້າງເປັນນິຕິກຳສະເພາະ ຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ.”

ສ່ວນ​ຜູ້​ປະ​ສານ​ງານ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນລາວ ເປີດ​ເຜີຍ​ວ່າ​ບັນ​ຫາ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ເກີດ​ຂຶ້​ນ​ຢ່າງກວ້າງ​ຂວາງ​ຢູ່​ໃນລາວ ກໍຄື​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ ລະ​ຫວ່າງ​ປະ​ຊາ​ຊົນ​ລາວ​ກັບ​ພາກ​ລັດ ແລະ ຜູ້​ລົງ​ທຶນທີ່ໄດ້​ມີ​ການ​ຟ້ອງ​ຮ້ອງ​ເປັນ​ຄະ​ດີ​ຄວາມ​ໃນ​ສານປະ​ຊາ​ຊົນ​ເພີ້ມ​ຂຶ້ນ. ໂດຍ​ທີ່​ລັດ​ຖະ​ບານລາວ ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ໄປ​ແລ້ວ 649 ລາຍ ແລະ 942 ກິດ​ຈະ​ການ​ ແລະ​ອະ​ນຸ​ຍາດ​ສຳ​ປະ​ທານ​ທີ່​ດິນ​ຈຳ​ນວນ 1,758 ໂຄງ​ການ​ມີ​ພື້ນ​ທີ່​ລວມ 11,754,417 ເຮັກ​ຕາ ແຕ່​ມີ​ການ​ນຳ​ໃຊ້​ທີ່​ດິນ​ແທ້ 549,248 ເຮັກ​ຕາ ຫຼືບໍ່​ເຖິງ 5 ເປີ​ເຊັນ​ຂອງ​ພື້ນ​ທີ່​ສຳ​ປະ​ທານ​ທັງ​ໝົດ ໃນ​ນີ້​ເປັນ​ການ​ອະ​ນຸ​ຍາດ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 1,331 ໂຄງ​ການ ຊຶ່ງເຮັດ​ໃຫ້ອຳ​ນາດ​ຂອງ​ລັດ​ຖະ​ບານລາວຢູ່​ຂັ້ຍ​ສູນ​ກາ​ງບໍ່​ສາ​ມາດກວດ​ກາ​ໄດ້​ຢ່າງ​ທົ່ວ​ເຖິງ​ ຍ້ອນ​ວ່າບໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນນັ້ນ​ເອງ.

XS
SM
MD
LG