ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຫຼວງວຽງຈັນ ໄດ້ອະນຸມັດ​ ສຳ​ປະທານ​ທີ່​ດິນ​ 25 ​ໂຄງການ ດ້ວຍກັນ ໃນໄລຍະ 6 ປີຜ່ານມາ.


ແຜນທີ່ ຂອງໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ.
ແຜນທີ່ ຂອງໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ.

​ພະ​ແນ​ກແຜນການ​ແລະ​ການ​ລົງທຶນ​ນະຄອນຫລວງ​ວຽງ​ຈັນ ​
ໄດ້​ອະນຸມັດ​ສຳ​ປະທານ​ທີ່​ດິນ ​ໃຫ້​ແກ່​ບໍລິສັດ​ເອກະ​ຊົນ​ລາວ​ ​
ແລະ ຕ່າ​ງຊາດ​ໄປ​ແລ້ວ 25 ​ໂຄງການ​ຄິດ​ເປັນ​ມູນ​ຄ່າ​ລົງທຶນ
​ເຖິງ 1,660 ລ້ານ​ດອນ​ລາ ​ໃນ​ຊ່ວງ 6 ປີ​ທີ່​ຜ່ານ​ມາ.

ພະ​ແນ​ກແຜນການ​ແລະ​ການ​ລົງທຶນ​ນະຄອນຫລວງ​ວຽງ​ຈັນ ລາຍ​ງານ​ວ່າ​ ໃນ​ລະຍະ​ແຕ່​ປີ
2008 ​ເຖິງ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2014 ນີ້ ທາງພະ​ແນ​ກ ​ໄດ້​ອະ​ນຸ​ມັດສຳ​ປະທານ​ທີ່​ດິນ ​ໃຫ້​ແກ່​ບໍລິສັດ​ເອກະ​ຊົນ​ລາວ ​ແລະຕ່າງ​ຊາດ​ ໄປ​ແລ້ວ​ຈຳນວນ 25 ​ໂຄງການ ຄິດ​ເປັນ​ມູນ​ຄ່າ​ການ​ລົງທຶນ​ລວມກັນ​ເຖິງ 13,280 ຕື້​ກີບ ຫຼື ປະມານ 1,660 ລ້ານ​ດອນ​ລາ.

​ແຕ່ຢ່າງ​ໃດ​ກໍ​ຕາມ ​ພະ​ແນ​ກແຜນການ​ແລະ​ການ​ລົງທຶນ​ນະຄອນຫລວງ​ວຽງ​ຈັນ ກໍ​ບໍ່​ໄດ້​ໃຫ້
ລາຍ​ລະອຽດ​ວ່າ ​ໃນ​ຈຳນວນ​ທັງ 25 ​ໂຄງການ​ດັ່ງກ່າວ ມີ​ເນື້ອ​ທີ່​ສຳ​ປະທານ​ລວມກັນ​ເທົ່າ​
ໃດ​ແທ້ ທັງ​ກໍ​ຍັງ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ ກ່ຽວ​ກັບ​ການ​ລົງທຶນ​ຂອງ​ໂຄງການ​ເຫຼົ່ານັ້ນອີກດ້ວຍ ຫາກ​ແຕ່​ກໍ​ເຊື່ອ​ວ່າ​ລາຍ​ງານ​ດັ່ງກ່າວ​ບໍ່​ໄດ້​ລວມ​ເຖິງ​ໂຄງການ​ພັດທະນາ​ເຂດເສດຖະກິດ ​ສະ​ເພາະ​ບຶງ​ທາດຫລວງ​ທີ່​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ທຸລະ​ກິດ​ຈີນ​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ​ສະ​ເພາະ​ໂຄງກາ​ນດັ່ງ​ກ່າວ​ນີ້ ກໍ​ມີ​ມູນ​ຄ່າ​ການ​ລົງທຶນ​ເຖິງ 1,600 ລ້ານ​ດອນ​ລາ ​ແລ້ວນັ້ນ​ເອງ.

ທັງ​ນີ້​ໂດຍ​ໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ ມີ​ເນື້ອ​ທີ່​ສຳປະ
ທານ​ ເຖິງ 365 ​ເຮັກຕາ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ເວນ​ຄືນ​ທີ່​ດິນ ຂອງ​ປະຊາຊົນ​ລາວ​ຈຳນວນ 480 ຕອນ ​ໂດ​ຍທີ່​ຜ່ານ​ມາ ​ກຸ່ມ​ບໍລິສັດ​ຈາກ​ຈີນ​ກໍ​ສາມາດ​ຕົກລົງ ​ແລະ​ຈ່າຍເງິນ​ຊົດ​ເຊຍຄ່າ
ທີ່ດິນ ໃຫ້​ປະຊາຊົນ​ລາວ​ໄປ​ແລ້ວ ​361 ຕອນ ​ແລະ​ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 8 ລ້ານ​ດອນ​ລາ ຈຶ່ງ​ຍັງ​ຄົງ​ເຫລືອ​ອີກ​ເຖິງ 119 ຕອນ​ທີ່​ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ​ເນື່ອງ​ຈາກ​ວ່າ​ກຸ່ມ​ບໍລິ
ສັດ​ຈີນ ຈະ​ຊົດ​ເຊຍ​ຄ່າ​ທີ່​ດິນ​ໃນ​ອັດຕາ ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ລາວ​ທີ່ ຢູ່​ອຳນາດ​ການ​ປົກຄອງ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ໂຄງການ​ພັດທະນາ ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ ຢູ່ນະຄອນຫລວງວຽງຈັນ ມີ​ເນື້ອ​ທີ່​ ສຳ​ປະທານ​ເຖິງ 365 ​ເຮັກຕາ.
ໂຄງການ​ພັດທະນາ ​ເຂດ​ເສດຖະກິດ​ສະ​ເພາະ ບຶງ​ທາດຫລວງ ຢູ່ນະຄອນຫລວງວຽງຈັນ ມີ​ເນື້ອ​ທີ່​ ສຳ​ປະທານ​ເຖິງ 365 ​ເຮັກຕາ.

“ຜ່ານ​ມາ​ນີ້ ກະຖືວ່າມັນ​ບໍ່​ໄປ​ຕາມ​ລະບົບ ​ເລີຍເກີດ​ມີບັນຫາ​
ຄວາມ​ຫຍຸ້ງຍາກ​ເພາະວ່າ ບໍລິສັດ​ນີ້ ໄປ​ກວ​ມ​ເອົາ​ດິນ​ປະຊາ
ຊົນ ​ໂຕ​ນີ້​ນິ ຄັນວ່າ​ ມັນ​ໄປ​ກວມດິນ​ປະຊາຊົນ​ແລ້ວ ກໍ​ຕ້ອງ​
ໄດ້​ແກ້ ​ໃຫ້​ບໍລິສັດ​ເປັນ​ຜູ້​ທົດແທນ ຫຼືວ່າ​ຄັນ​ປະຊາຊົນ​ບໍ່​ໃຫ້
ບາງ​ເທື່ອນີ້​ກະ​ບໍ່​ໄດ້ ​ເພາະວ່າ​ມັນ​ບ່ອນ​ທຳ​ມາ​ຫາ​ກິນ​ຂອງ​
ເຂົາ​ເດ້.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ກຸ່ມ​ບໍລິສັດ Shanghai Wan Feng ຜູ້ລົ​ງທຶນ
​ໃນ​ໂຄງການ​ດັ່ງກ່າວ ກໍ​ໄດ້​ມີ​ການ​ໃຊ້​ຈ່າຍ​ເງິນ​ທຶນ​ໄປ​ແລ້ວ ຫຼາຍ
ກວ່າ 43 ລ້ານ​ດອນ​ລາ ​ເພື່ອ​ກໍ່ສ້າງ​ຖະໜົນ​ ທີ່​ກວ້າງ​ເຖິງ 36 ​ແມັດ
ຍາວ 360 ​ແມັດ​ ທີ່​ເຊື່ອມ​ຕໍ່​ຈາກ​ຖະໜົນ T4 ​ເຂົ້າ​ໄປ​ໃນ​ໂຄງການ
ພ້ອມ​ດ້ວຍ​ການ​ກໍ່ສ້າງ​ສຳນັກງານ​ກັບ​ຫໍ​ພັກ​ສຳ​ຫລັບ​ຄົນ​ງານ ​ແລະ
ການວາງ​ພື້ນຖານ​ໃຫ້​ກັບ​ລະບົບ​ສາທາລະ​ນຸປະ​ໂພ​ກຕ່າງໆ.

​ໂດຍ​ກຸ່ມ​ລົງທຶນ​ຈາກ​ຈີນ ​ໄດ້​ເລີ້ມ​ການ​ພັດທະນາ​ເຂດ​ດັ່ງ​ກ່າວ​ນີ້ ນັບ​ແຕ່​ປີ 2012 ​ເປັນຕົ້ນ
ມາ ​ແລະໄດ້​ວາງ​ເປົ້າໝາຍ​ຈະ​ດຳ​ເນີນ​ການ​ໃຫ້​ສຳ​ເລັດ​ສົມບູນ​ພາຍ​ໃນ​ປີ 2030 ດ້ວຍ​ເງິນ​
ລົງທຶນ​ລວມ 1,600 ລ້ານ​ດອນ​ລາ ຊຶ່ງ​ໃນ​ປັດຈຸບັນ​ນີ້​ ເປັນ​ການ​ວາງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ເຊັ່ນ​ການ​ກໍ່ສ້າງ​ທາງ​ເຂົ້າ-ອອກ ​ໂຄງການກໍ່ສ້າງ​ຖະໜົນ​ຢູ່​ພາຍ​ໃນ​ໂຄງການ
ການວາງ​ລະບົບລະບາຍ​ນ້ຳ ການ​ຂຸດ​ໜອງ​ນ້ຳສາທາລະນະ ​ແລະສ້າງ​ຕຶກ​ສູງ 18 ຊັ້ນ
ຈຳນວນ 10 ຕຶກ​ ສຳ​ຫລັບ​ການ​ພັກ​ອາ​ໄສ ​ທີ່​ກຳນົດຈະ​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ​ປີ 2016.

​ໂຄງການ​ດັ່ງກ່າວ​ນີ້​ຖື​ເປັນ​ການ​ພັດທະນາ​ເມືອງ​ແຫ່ງ​ການທ່ອງທ່ຽວ ທີ່​ຕິດ​ພັນ​ກັບ​ການ​ພັດ
ທະນາໃນ​ດ້ານ​ອະສັງຫາລິມະ​ຊັບ ທີ່​ຄຽງ​ຄູ່​ກັບ​ການ​ຮັກສາ​ວັດທະນະທຳ ​ແລະ​ຮ່ອງຮອຍ​
ປະຫວັດ​ສາດ ​ເພື່ອ​ໃຫ້​ເປັນ​ຕົວແບບ​ຂອງ​ການ​ພັດທະນາ​ເມືອງ​ໃໝ່​ທີ່​ທັນ​ສະ​ໄໝ ທີ່​ຮອງ
ຮັບ ​ທັງ​ການ​ດຳ​ເນີນ​ທຸລະ​ກິດ​ການ​ຄ້າ ແລະການ​ຢູ່​ອາ​ໄສ ​ທີ່​ມີ​ສິ່ງ​ອຳນວຍ​ຄວາ​ມສະດວກ ​ຕ່າງໆ ຢ່າງ​ຄົບ​ຊຸດ ​ໂດຍ​ຈະ​ຮອງ​ຮັບ​ນັກທຸລະກິດ​ຕ່າ​ງຊາດ​ໄດ້​ເຖິງ 5 ໝື່ນລາຍ ​ເມື່ອ​ການ​ພັດທະນາ​ໂຄງການ​ສຳ​ເລັດສົມບູນ.

ກ່ອນ​ໜ້າ​ນີ້ ຄະນະ​ກຳມາ​ທິການ​ກົດໝາຍ ​ກັບ ຄະນະ​ກຳມາ​ທິການ​ເສດຖະກິດແຜນການ​ແລະ​ການ​ເງິນ​ປະຈຳ​ສະພາ​ແຫ່ງ​ຊາ​ດລາວ ກໍ​ໄດ້​ຮ່ວມ​ກັນ​ພິຈາລະນາ​ກ່ຽວ​ກັບ​ການ​ໃຫ້​ສິດ
ທິ​ພິ​ເສດ​ແກ່​ກຸ່ມ​ບໍລິສັດ​ຈີນ ທີ່​ລົງທຶນ​ພັດທະນາ​ເຂດ​ເສດຖະກິດ​ສ​ະ​ເພາະ​ບຶງ​ທາດຫລວງ
​ເພີ້​ມຂຶ້ນອີກ.

ກໍ​ຄື​ສິດທິ​ພິ​ເສດ​ດ້ານ​ການ​ລົງທຶນ ​ໃນ​ການ​ພັດທະນາ​ທຸລະ​ກິດ​ອະສັງຫາລິມະ​ຊັບ ການ​ອຳ ນວຍ​ຄວາມ​ສະດວກ ​ໃຫ້​ແກ່​ນັກ​ລົ​ງທຶນ​ລາຍ​ຍ່ອຍ​ໃນ​ເຂດ​ດັ່ງກ່າວ ການ​ໃຫ້​ສິດທິ​ພິ​ເສດ​ໃນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ເຂດເສດຖະກິດ​ສະ​ເພາະ ​ສິດທິ​ພິ​ເສດ​ໃນ​ການ​ຄຸ້ມ​ຄອງ Apartments ຫຼືທີ່​ພັກ​ອາ​ໄສ ​ແລະ ການ​ອອກ Visa ລະຍະ​ຍາວໃຫ້​ແກ່ນັກທຸລະກິດ ​ຈີນ​ທຸກ​ຄົນ​ ທີ່ຢູ່​ໃນ​ເຂດ​ເສດ​ທະ​ກິດສ​ະ​ເພາະ​ບຶງ​ທາດຫລວງ ​ເປັນຕົ້ນ.

XS
SM
MD
LG