ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Hofer ຫົວອະນຸລັກນິຍົມຈັດ ປະລາໄຊ ໃນການເລືອກຕັ້ງ ອອສເຕຣຍ


ຜູ້ລົງແຂ່ງຂັນຫົວອະນຸລັກນິຍົມຈັດ ທ່ານ Norbert Hofer ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການຜ່າຍແພ້ຂອງທ່ານ ໃນ
ການເລືອກຕັ້ງປະທານາທິບໍດີ ອອສເຕຣຍ. 4 ທັນວາ, 2016. (L. Ramirez/VOA).
ຜູ້ລົງແຂ່ງຂັນຫົວອະນຸລັກນິຍົມຈັດ ທ່ານ Norbert Hofer ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການຜ່າຍແພ້ຂອງທ່ານ ໃນ ການເລືອກຕັ້ງປະທານາທິບໍດີ ອອສເຕຣຍ. 4 ທັນວາ, 2016. (L. Ramirez/VOA).

ຜູ້ລົງແຂ່ງຂັນທີ່ຕໍ່ຕ້ານຄົນເຂົ້າເມືອງຂອງ ອອສເຕຣຍ ທ່ານ Norbert Hofer ໄດ້ປະສົບ ຄວາມລົ້ມແຫຼວໃນຄວາມພະຍາຍາມທີ່ຈະກາຍເປັນຜູ້ນຳຫົວອະນຸລັກນິຍົມຈັດຂອງປະ ເທດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ໃນການເລືອກຕັ້ງທີ່ຖືກພິຈາລະນາວ່າ ເປັນການທົດສອບ ສຳລັບຄວາມແຂງແກ່ນຂອງຂະບວນການປະຊາທິປະໄຕໃນ ຢູໂຣບ.

ອະດີດນັກວິສະວະກອນອາວະກາດ ຜູ້ທີ່ໄດ້ໂຄສະນາຫາສຽງ ກ່ຽວກັບ ການຕໍ່ຕ້ານຜູ້ນຳ ການເມືອງ, ຕໍ່ຕ້ານຄົນເຂົ້າເມືອງ, ຕໍ່ຕ້ານນະໂຍບາຍ ສະຫະພາບ ຢູໂຣບ ໄດ້ປາໄຊໃຫ້ຄູ່ ແຂ່ງຂັນສິ່ງແວດລ້ອມ ທ່ານ Alexander Van Der Bellen, ຜູ້ທີ່ໄດ້ລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີເຊັ່ນກັນ.

ການຄາດຄະເນຂອງສື່ມວນຊົນກ່າວວ່າ ທ່ານ Van Der Bellen ໄດ້ຊະນະດ້ວຍຄະແນນ ສຽງ 53.3 ເປີເຊັນ, ທຽບໃສ່ທ່ານ Hofer 46.7 ເປີເຊັນ. ເປັນໄຊຊະນະທີ່ທ່ານ Van Der Bellen ໄດ້ກ່າວວ່າ ແມ່ນ “ສັນຍານແຫ່ງຄວາມຫວັງ ແລະ ການປ່ຽນແປງ” ໃຫ້ແກ່ “ທຸກໆປະເທດໃນສະຫະພາບ ຢູໂຣບ.”

ທ່ານ Hofer ເກືອບກາຍເປັນຜູ້ນຳຫົວອະນຸລັກນິຍົມຈັດຄົນທຳອິດຂອງ EU, ໃນຂະນະ ທີ່ຄວາມວິຕົກກັງວົນໄດ້ປະກົດອອກມາຢ່າງຊັດແຈ້ງ ຍ້ອນວິກິດການຜູ້ຍົກຍ້າຍຖິ່ນຖານ ເຊິ່ງຊາວມຸສລິມຫຼາຍສິບພັນຄົນໄດ້ຂໍລີ້ໄພໃນປະເທດ ອອສເຕຣຍ.

ໃນນະຄອນຫຼວງ ວຽນນາ ຕອນຄ່ຳວັນອາທິດວານນີ້, ທ່ານ Hofer ໄດ້ກ່າວຕໍ່ບັນດານັກ ຂ່າວທີ່ທຳນຽບ Hofburg ຂອງເມືອງ ແລະ ໄດ້ສັນຍາທີ່ຈະຮັກສາຄວາມພະຍາຍາມຂອງ ທ່ານໄວ້ ເພື່ອຮັບປະກັນວ່າ ປະຊາຊົນ ອອສເຕຣຍ ຜູ້ທີ່ໄດ້ລົງຄະແນນສຽງໃຫ້ທ່ານຈະບໍ່ ຖືກລະເລີຍ. ທ່ານໄດ້ກ່າວວ່າ “ພວກເຮົາຍັງບໍ່ສິ້ນສຸດເທື່ອ.”

ວີໂອເອໄດ້ຖາມວ່າ ການເລືອກຕັ້ງນີ້ໄດ້ສົ່ງຂໍ້ຄວາມແນວໃດໃຫ້ບັນດາຜູ້ນຳການເມືອງໄດ້ ຮູ້ແດ່, ທ່ານ Hofer ຕອບວ່າ, “ຈົ່ງເບິ່ງຂ້າພະເຈົ້າ, ຂ້າພະເຈົ້າຈະຕໍ່ສູ້ສຳລັບການເລືອກ ຕັ້ງໃນຄັ້ງຕໍ່ໄປ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Austria Election
please wait
Embed

No media source currently available

0:00 0:02:39 0:00

XS
SM
MD
LG