ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ອອສເຕຣຍ ປະກາດແຜນ ສ້າງຮົ້ວ ຢູ່ຕາມຊາຍແດນ ກັບ ສະໂລເວເນຍ


ຊາວອົຍພະຍົບ ທີ່ຖືກແນະນຳຈາກຕຳຫລວດ ພາກັນເຄື່ອນຍ້າຍ ເຂົ້າໄປຢູ່ທົ່ງ ຫລັງຈາກໄດ້ຂ້າມມາຈາກ Croatia ໃນເຂດ Slovenia ໃນວັນອັງຄານ ທີ 27 ຕຸລາ 2015.

ລັດຖະມົນຕີ​ກະຊວງພາຍ​ໃນອອສ​ເຕຣຍ ທ່ານນາງ Johanna
Mikl-Leitner ກ່າວ​ວ່າ ອອສ​ເຕຣຍຈະ​ສ້າງ​ຮົ້ວເລາະຕາມ​ຊາຍ
​ແດນ​ກັບ ສະ​ໂລ​ເວ​ເນຍ ​ເພື່ອ​ເຮັດ​ໃຫ້​ກະ​ແສ​ຟອງ​ການ​ຫລັ່ງ
​ໄຫລ​ເຂົ້າ​ປະ​ເທດ​ຂອງອົບ​ພະຍົບ ຊັກ​ຊ້າ​ລົງ.

ທ່ານນາງ Mikl-Leiner ​ໄດ້​ປະກາດ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍກ່າວ
​ວ່າ ຮົ້ວນີ້​ມີ​ຈຸດ ປະສົງ​ເພື່ອ​ຊ່ອຍ​ຄ້ຳປະກັນ ​ໃນການຄວບ​ຄຸມ
​ໃຫ້​ເປັນ​ລະບຽບ​ໃນ​ການ​ເຂົ້າປະ ​ເທດອອສ​ເຕຣຍ ບໍ່​ແມ່ນ​ການ​
ກີດ​ກັ້ນ​ຊາວ​ອົບ​ພະຍົບທັງ​ໝົດ​ແຕ່​ຢ່າງ​ໃດ.

​ໃນ​ການກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ທີ່​ຊາຍ​ແດນ ທ່ານນາງ Mikl-
Leiner ໄດ້​ໃຊ້​ຄຳ​ເວົ້າວ່າ “​ການ​ກີດ​ກັ້ນທາງ​ດ້ານ​ເທັກນິກ” ​ເພື່ອ​ອະທິບາຍ​ເຖິງ​ແຜນການ
ກໍ່ ສ້າງ. ທ່ານ​ນາງ​ບໍ່​ໄດ້​ກ່າວ​ເຖິງ​ກຳນົດເວລາ ຫລື​ງົບປະມານ​ຂອງ​ແຜນການນີ້.

ຕຳຫລວດລັດຖະບານກາງ ເຢຍຣະມັນ ຢືນແນະນຳພວກອົບພະຍົບ ທີ່ຂ້າມຊາຍແດນ ລະຫວ່າງອອສເຕຣຍ ແລະເຢຍລຣະມັນ.
ຕຳຫລວດລັດຖະບານກາງ ເຢຍຣະມັນ ຢືນແນະນຳພວກອົບພະຍົບ ທີ່ຂ້າມຊາຍແດນ ລະຫວ່າງອອສເຕຣຍ ແລະເຢຍລຣະມັນ.

​ໃນ​ວັນ​ອັງຄານ​ວານ​ນີ້ ປະທານຄະນະ​ກຳມາ​ທິການ​ຢູ​ໂຣບ ທ່ານ Jean- Claude
Juncker ​ໄດ້​ຕິຕຽນ​ບັນດາປະ​ເທດສະມາຊິກ​ ທີ່​ບໍ່​ປະຕິບັດ​ຢ່າງ ຣີບດ່ວນ ​ໃນ​ການ​ໃຫ້
​ທຶນສະໜັບສະໜູນ ​ແລະ​ບັນດາ​ຜູ້​ຊ່ຽວຊານ​ໃນ​ການ​ຊ່ວຍຄຸ້ມ​ຄອງ ວິ​ກິດ​ການອົບພະຍົບ
ຢູ​ໂຣບ ທີ່ຮ້າຍ​ແຮງສຸດ ນັບ​ແຕ່​ສົງຄາມ​ໂລກ​ຄັ້ງທີ​ສອງ​ເປັນຕົ້ນມາ.

ທ່ານ Juncker ກ່າວ​ວ່າ “ບັນດາ​ປະ​ເທດສະມາຊິກ​ ​ໄ​ດ້ພາກັນເຄື່ອນ​ໄຫວຊ້າໆ ໃນ​ເວລາ​
ທີ່​ເຫັນ​ວ່າ​ຄວນ​ຮີບ​ຮ້ອນ.”

ທ່ານ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາ​ມຕ້ອງການ​ເງິ​ນທືນ​ເພີ້​ມຂື້ນ ​ແລະ​ບັນດາ​ຜູ້​ຊ່ຽວຊານ ຢູ່​ໃນ​ລາຍ
​ງານ​ຕໍ່ສະພາ​ຢູ​ໂຣບ ທີ່​ນະຄອນ Strasbourg.

ອົງການ​ຂ້າ​ຫລວງ​ໃຫຍ່ດ້ານ​ອົບພະຍົບ ສະຫະ​ປະຊາ​ຊາດ ລາຍ​ງານ​ວ່າ ຫລາຍ​ກວ່່າ
700,000 ຄົນ ​ໄດ້ໄປເຖິງຢູ​ໂຣບ​ໃນ​ປີ​ນີ້ ​ເພື່ອຫລົບ​ໜີ​ຈາກ​ສົງ​ຄາມ ​ແລະ ​ຄວາມທຸກ​ຈົນ
​ໃນ​ຕາ​ເວັນ​ອອກ​ກາງ ອາ​ຟຣິກາ ​ແລະ​ເອ​ເຊຍ.

Europe Migrants Germany
please wait

No media source currently available

0:00 0:03:35 0:00

XS
SM
MD
LG