ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເສລີນິຍົມ ທີ່ປົກຄອງ ອອສເຕຣເລຍ ໃນປັດຈຸບັນ ເລືອກເອົານາຍົກ ຄົນໃໝ່ 


ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ທ່ານ ສະກັອດ ມໍຣີສັນ (Scott Morrison) ໄດ້ຖືກເລືອກໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ ໃນວັນສຸກ, ທີ 24 ສິງຫາ, 2018
ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ທ່ານ ສະກັອດ ມໍຣີສັນ (Scott Morrison) ໄດ້ຖືກເລືອກໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ ໃນວັນສຸກ, ທີ 24 ສິງຫາ, 2018

ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ທ່ານ ສະກັອດ ມໍຣີສັນ (Scott
Morrison) ໄດ້ຖືກເລືອກໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ ໃນວັນສຸກມື້ນີ້ ຢູ່ໃນ
ການປ່ອນບັດລົງຄະແນນສຽງຂອງພັກເສລີນິຍົມ ຫລື Liberal Party ທີ່ປົກຄອງ
ປະເທດຢູ່ນັ້ນ.

ທ່ານມໍຣີສັນ ໄດ້ຮັບໄຊະນະ ໃນການແຂ່ງຂັນທີ່ມາຈາກສາມຝ່າຍ ຊຶ່ງທ່ານໄດ້ເອົາ
ຊະນະທ່ານ ພີເຕີ ດັດທັນ, ອະດີດລັດຖະມົນຕີກະຊວງພາຍໃນ ໂດຍໄດ້ຮັບຄະແນນ
ສຽງ 45 ຕໍ່ 40. ສ່ວນທ່ານນາງ ຈູລີ ບິສຊັອພ (Julie Bishop) ລັດຖະມົນຕີກະຊວງ
ການຕ່າງປະເທດນັ້ນແມ່ນໄດ້ເສຍໄຊໄປຕັ້ງແຕ່ການລົງຄະແນນສຽງຮອບທໍາອິດແລ້ວ.

ພວກທີ່ໃຫ້ການສະໜັບສະໜຸນແກ່ທ່ານ ດັດທັນ ໄດ້ພັກດັນ ໃຫ້ນາ​ຍົກ​ລັດຖະມົນຕີ​
ຄົນປັດຈຸບັນ, ທ່ານ​ມາລຄອມ ​ເທີນ​ບູລ ຈັດກອງປະຊຸມ ການນໍາພາຂຶ້ນ ພາຍຫລັງທີ່
ທ່ານໄດ້ບໍ່ໄດ້ຮັບການສະໜັບສະໜຸນຈາກຄົນສ່ວນໃຫຍ່ ຢູ່ໃນພັກ ອີກແລ້ວ. ທ່ານ
ເທີນບູລ ບໍ່ໄດ້ຄັດຄ້ານຕໍ່ຜົນການເລືອກຕັ້ງດັ່ງກ່າວແຕ່ຢ່າງໃດ ແລະກ່າວວ່າ ທ່ານ
ຈະລາອອກຈາກຕໍາແໜ່ງ ແລະຈະບໍ່ຫລິ້ນການເມືອງຕໍ່ໄປອີກ.

ການເລືອກຕັ້ງຂອງທ່ານມໍຣີສັນ ໄດ້ເຮັດໃຫ້ການສູ້ຢັນທາງການເມືອງຢູ່ພາຍໃນລັດ
ຖະບານອະນຸລັກນີຍົມ ຍຸຕິລົງ ກ່ອນໜ້າການເລືອກຕັ້ງລັດຖະສະພາ ທີ່ກໍານົດວ່າຈະ
ຈັດຂຶ້ນໃນເດືອນພຶສະພາປີ 2019 ນີ້. ທ່ານຈະໄດ້ເປັນນາຍົກ​ລັດຖະມົນຕີ​ອອສ​ເຕຣ
​ເລຍ ຄົນທີ 7 ໃນຮອບ11 ປີ.

ຄວາມໂກລະຫົນເກີດຂຶ້ນຢູ່ພາຍໃນພັກ Liberal Party ແມ່ນບົດຕອນຫລ້າສຸດຂອງ
ໄລຍະຄວາມບໍ່ໝັ້ນຄົງທາງການເມືອງຢ່າງຜິດປົກກະຕິ ໃນອອສເຕຣເລຍນັບແຕ່ອະ
ດີດນາຍົກລັດຖະມົນຕີ ຈອນ ຮາວເວີດ (John Howard) ລົງຈາກຕໍາແໜ່ງໃນປີ
2007 ພາຍຫລັງທີ່ໄດ້ປົກຄອງປະເທດເປັນເວລາ 11 ປີຕິດຕໍ່ກັນ.

ທ່ານ​ມາລຄອມ ​ເທີນ​ບູລ, ນາ​ຍົກ​ລັດຖະມົນຕີ​ ຄົນປັດຈຸບັນກ່າວຄໍາປາໄສ ໃນກອງປະຊຸມ ຖະແຫລງຂ່າວ ໃນນະຄອນ ແຄນເບີຣາ ໃນວັນທີ 21 ສິງຫາ 2018.
ທ່ານ​ມາລຄອມ ​ເທີນ​ບູລ, ນາ​ຍົກ​ລັດຖະມົນຕີ​ ຄົນປັດຈຸບັນກ່າວຄໍາປາໄສ ໃນກອງປະຊຸມ ຖະແຫລງຂ່າວ ໃນນະຄອນ ແຄນເບີຣາ ໃນວັນທີ 21 ສິງຫາ 2018.

ປະເທດດັ່ງກ່າວນັບແຕ່ນັ້ນມາແມ່ນມີນາຍົກລັດຖະມົນຕີ 6 ຄົນ ແລ້ວ ຍ້ອນການຂັດ
ແຍ້ງກັນຢູ່ພາຍໃນພັກ ໃນຂະນະທີ່ມີການປ່ຽນອໍານາດກັນ ລະຫວ່າງພັກເສລີນິຍົມ
ແລະພັກແຮງງານ ລວມທັງໃນຊ່ວງຂັ້ນຕອນ ການກໍາອໍານາດໂດຍທ່ານເຄວິນ ຣາດ
(Kevin Rudd) ສອງຄັ້ງ.

ທ່ານເທີນບູລ ທີ່ໄດ້ຂຶ້ນກໍາອໍານາດຢູ່ໃນການລັດຖະປະຫານຄັ້ງນຶ່ງ ຢູ່ໃນຫ້ອງການ
ຂອງພັກ ໃນເດືອນກັນຍາ ປີ 2015 ເປັນຄົນທີ່ມີແນວຄິດເສລີນິຍົມທາງດ້ານສັງຄົມ ແລະເປັນອະດີດນັກການຄ້າດ້ານທະນາຄານ ທີ່ເປັນເສດຖີ ມີເງິນຫລາຍລ້ານໂດລາ. ທ່ານພົບກັບບັນຫາຫຍຸ້ງຍາກໃນການເຮັດໃຫ້ພວກປ່ອນບັດເລືອກຕັ້ງທີ່ມີຫົວອະນຸ
ລັກນິຍົມ ມັກ ແລະກໍຊະນະໂດຍໄດ້ຮັບຄະແນນລື່ນຄູ່ແຂ່ງພຽງແຕ່ເລັກໜ້ອຍເທົ່ານັ້ນ
ໃນການເລືອກຕັ້ງທົ່ວໄປໃນ ປີ 2016.

ພັກເສລີນິຍົມ ເປັນພັກໃຫຍ່ໃນລັດຖະບານປະສົມ ລະຫວ່າງພັກເສລີນິຍົມແລະພັກ
ແຫ່ງຊາດ- ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດຢູ່ນັ້ນ ແມ່ນມີຄະແນນລາກ
ທ້າຍພັກແຮງງານ ຫລື Labor Party ທີ່ເປັນພັກຝ່າຍຄ້ານນັ້ນ ຕະຫລອດມາ ຢູ່ໃນ
ການຢັ່ງຫາງສຽງໃນຊຸມເດືອນມໍ່ໆ ຜ່ານມານີ້.

ທ່ານ ພີເຕີ ດັດທັນ, ອະດີດລັດຖະມົນຕີກະຊວງພາຍໃນ ທີ່ເສຍໄຊໃຫ້ແກ່ທ່ານ ມໍຣີສັນ
ທ່ານ ພີເຕີ ດັດທັນ, ອະດີດລັດຖະມົນຕີກະຊວງພາຍໃນ ທີ່ເສຍໄຊໃຫ້ແກ່ທ່ານ ມໍຣີສັນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG