ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຄົ້ວຄວ້າຊາວອອສເຕຣເລຍ ພັດທະນາກາວທີ່ທົນທານ ເພື່ອຊ່ວຍປະກາລັງທີ່ໄດ້ຮັບຄວາມເສຍຫາຍ


ແຟ້ມຮູບ-ຮູບພາບທີ່ຖ່າຍໃນວັນທີ 7 ມີນາ 2022 ນີ້ ສະແດງໃຫ້ເຫັນປະກາລັງ ໃນແນວຫິນປະກາລັງ ຢູ່ນອກຊາຍຝັ່ງໃນລັດຄວີນແລນ ຂອງອອສເຕຣເລຍ.
ແຟ້ມຮູບ-ຮູບພາບທີ່ຖ່າຍໃນວັນທີ 7 ມີນາ 2022 ນີ້ ສະແດງໃຫ້ເຫັນປະກາລັງ ໃນແນວຫິນປະກາລັງ ຢູ່ນອກຊາຍຝັ່ງໃນລັດຄວີນແລນ ຂອງອອສເຕຣເລຍ.

ນັກວິທະຍາສາດອອສເຕຣເລຍກ່າວວ່າ ພວກເຂົາເຈົ້າໄດ້ພັດທະນາກາວຊະນິດພິເສດ ທີ່ສາມາດໃຊ້ເຂົ້າໄປສ້ອມແປງແນວຫິນປະກາລັງ ທີ່ໄດ້ຖືກຈົດຊື່ເຂົ້າເປັນມໍລະດົກໂລກ. ນັກຄົ້ນຄວ້າຢູ່ທີ່ມະຫາວິທະຍາໄລເທັກໂນໂລຈີຂອງລັດ ຄວີນ​ສ໌ແລນເຊື່ອວ່າ ກາວຊະນິດດັ່ງກ່າວນີ້ ສາມາດເປື່ອຍສະຫຼາຍໄປຕາມຊີວະພາບ ເຊິ່ງມີປະສິດທິພາບທີ່ສໍາຄັນໃນການຊ່ວຍໃຫ້ຫິນປະກາລັງ ສາມາດຟື້ນຟູຄືນມາໄດ້ອີກ ລຸນຫຼັງໄດ້ຮັບຄວາມເສຍຫາຍ ຈາກພາຍຸໄຊໂຄລນ, ຖືກກະທົບໂດຍເຮືອ ຫຼື ໄດ້ຮັບຄວາມເສຍຫາຍຈາກສານຟອກ ໃຫ້​ຕົກ​ສີ. ຟີລ ເມີເຊີ, ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແນວຫິນປະກາລັງພິສູດໄດ້ວ່າເປັນສົມບັດທີ່ມີຄຸນຄ່າທາງທໍາມະຊາດທີ່ສຸດຂອງ ອອສເຕຣເລຍ. ມັນແມ່ນລະບົບປະກາລັງທີ່ໃຫຍ່ທີ່ສຸດໃນໂລກ ແລະກໍາລັງປະເຊີນກັບໄພຄຸກຄາມຢ່າງຕໍ່ເນື່ອງ ເຊິ່ງລວມມີ ການປ່ຽນແປງ ທາງສະພາບອາ ກາດ, ມົນລະພິດ, ການຫາປາເກີນຂອບເຂດແລະພວກປາດາວທີ່ກິນປະກາລັງເປັນອາຫານ.

ເມື່ອຫິນປະກາລັງໄດ້ຮັບຄວາມເສຍຫານຈາກພາຍຸໄຊໂຄລນ, ຫຼື ຖືກກະທົບໂດຍເຮືອ, ເສດຫັກແຕກນ້ອຍໆ ຈະຖືກປະຖິ້ມໄປເລີຍ.

ສິ່ງເຫຼົ່ານີ້ສາມາດປ່ຽນແປງໂດຍຄື້ນ ແລະກະແສຂອງນໍ້າທະເລ, ເຊິ່ງປ້ອງກັນການກໍ່ໂຕຢູ່ພື້ນທະເລທີ່ໝັ້ນຄົງ ທີ່ປະກາລັງຕ້ອງການ ເພື່ອການເຕີບໃຫຍ່ຂະ ຫຍາຍໂຕ. ການຟອກສີຂອງປະກາລັງ ຍັງສາມາດສົ່ງຜົນກະທົບ ເຮັດໃຫ້ຫິນປະກາລັງແຍກອອກຈາກກັນອີກດ້ວຍ. ເມື່ອອຸນຫະພູມໃນມະຫາສະໝຸດອຸ່ນຂຶ້ນຫຼາຍ ກໍສົ່ງຜົນເຮັດໃຫ້ສະພາບອາກາດມີການປ່ຽນແປງຕາມມາ, ປະກາລັງ ຕອບສະໜອງຕໍ່ຄວາມຮ້ອນໂດຍຂັບສາຫລ່າຍອອກມາ ເຊິ່ງເຮັດໃຫ້ພວກມັນມີສີສັນທີ່ງົດງາມ ແລະໃຊ້ທັງໝົດພະລັງງານຂອງພວກມັນ. ເມື່ອປະກາລັງມີການຕົກ​ສີ, ມັນບໍ່ໄດ້ຕາຍ ແຕ່ມັນມີຄວາມບອບບາງຫຼາຍຂຶ້ນ.

ໃນຄວາມພະຍາຍາມເພື່ອແກ້ໄຂການເຊື່ອມໂຊມບາງຢ່າງນັ້ນ, ທີມງານຈາກມະຫາວິທະຍາໄລເທັກໂນໂລຈີໃນລັດຄວີນ​ສ໌ແລນ ໄດ້ສ້າງກາວສໍາລັບຕິດຈອດຫິນປະກາລັງ ທີ່ສາມາດລະລາຍໄປໄດ້ເລີຍ.

ທ່ານນາງລີໂອນີ ບາເນີ (Leonie Barner), ສາດສະດາຈານທາງດ້ານເຄມີ ຢູ່ທີ່ມະຫະວິທະຍາໄລເທັກໂນໂລຈີລັດຄວີນ​ສ໌ແລນ. ທ່ານນາງບອກກັບສະຖານີໂທລະພາບຂອງອອສເຕຣເລຍວ່າ ກາວດັ່ງກ່າວນີ້ ຄືທາງເລືອກທີ່ຍືນຍົງ ເພື່ອຊ່ວຍໃຫ້ຫິນປະກາລັງຟື້ນຟູກັບຄືນມາອີກຄັ້ງ.

ທ່ານນາງບາເນີ ກ່າວວ່າ:

“ສ່ວນປະກອບອີກອັນນຶ່ງທີ່ພວກເຮົານໍາໃຊ້ແທ້ໆ ແມ່ນສານສະກັດຂອງພືດ. ມັນມາຈາກແຫຼ່ງທໍາມະຊາດ, ແລະອີກອັນນຶ່ງແມ່ນ ເສັ້ນໄຍທາງຊີວະພາບ. ດັ່ງນັ້ນ, ມັນຈະບໍ່ມີຜົນກະທົບອັນໃດ ທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມທາງທະເລ, ເຊິ່ງພວກເຮົາໄດ້ທົດລອງຢູ່ຫ້ອງປະຕິບັດການແລ້ວ.”

ແນວໃດກໍຕາມ,ການຕິດກາວໃນບໍລິເວນກວ້າງ ຄືຄວາມທ້າທາຍຂະໜາດໃຫຍ່. ແນວຫິນປະກາລັງ ນອນຢູ່ໃນເນື້ອທີ່ຄວາມຍາວ 2,300 ກິໂລແມັດ ໄປຕາມຊາຍຝັ່ງທາງທິດຕາເວັນອອກສຽງເໜືອຂອງອອສເຕຣເລຍ ເຊິ່ງມີຄວາມກວ້າງປະມານເນື້ອທີ່ຂອງປະເທດຍີ່ປຸ່ນ.

ນັກຄົ້ນຄວ້າຢູ່ໃນລັດຄວີນ​ສ໌ແລນຫວັງວ່າ ໃນທີ່ສຸດ ຫຸ່ນຍົນໃຕ້ນໍ້າຈະຖືກນໍາມາໃຊ້ ເພື່ອຊ່ວຍຕິດຈອດແນວຫິນປະກາລັງຂອງອອສເຕຣເລຍທີ່ແຕກຫັກ ແລະຫິນປະກາລັງອື່ນໆໃຫ້ເຂົ້າກັນໄດ້.

ໃນອະດີດ, ນັກຄົ້ນຄວ້າພະຍາຍາມເອົາໂຄງສ້າງທີ່ເປັນໂລຫະ ແລະຕາຂ່າຍ ລົງໄປມະຫາສະໝຸດ ເພື່ອໃຫ້ປະກາລັງທີ່ແຕກຫັກນັ້ນມີຄວາມໝັ້ນຄົງ, ແຕ່ການນໍາໃຊ້ຂອງພວກເຂົາເຫຼົ່ານັ້ນ ສາມາດເຮັດໃຫ້ຫິນປະກາລັງ ມີການປ່ຽນແປງຕະຫຼອດໄປ.

ລາຍລະອຽດສໍາລັບການຕິດຈອດແນວຫິນປະກາລັງຢູ່ໃນທະເລ ມີກໍານົດຈະເລີ້ມຕົ້ນຂຶ້ນໃນທ້າຍເດືອນກໍລະກົດນີ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG