ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລຸນຫຼັງເຫດການນໍ້າຖ້ວມຢ່າງໄວວາ, ນາຍົກລັດຖະມົນຕີຂອງອອສເຕຣເລຍ ມອງຫາທາງອອກເພື່ອຕໍ່ສູ້ກັບການປ່ຽນແປງຂອງສະພາບອາກາດ

ທ້າວເຈມສ໌ ເທເລີ (James Taylor) ພາຍເຮືອຄາຢັກຢູ່ໃນຖະນົນບໍລິເວນທີ່ຢູ່ອາໄສຂອງປະຊາຊົນທີ່ຖືກນໍ້າຖ້ວມ ໃນຂະນະທີ່ລາວກໍາລັງໄປກວດເບິ່ງເຮືອນໝູ່ຂອງລາວ, ລຸນຫຼັງທີ່ນໍ້າຝົນໄດ້ຖ້ວມນອງທົ່ວບໍລິເວນຂົງເຂດ ແມັກເກຣດສ໌ ຮີລ (McGraths Hill) ນອກເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 6 ກໍລະກົດ 2022.

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ ກ່າວວ່າ ລັດຖະບານຂອງທ່ານກໍາລັງມອງຫາ “ການແກ້ໄຂຕ່າງໆໄລຍະຍາວ” ເພື່ອຕໍ່ສູ້ກັບການປ່ຽນແປງທາງດ້ານອາກາດ ຂະນະທີ່ປະຊາຊົນຈໍານວນຫຼາຍທີ່ອາໄສຢູ່ໃນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ ເນື່ອງຈາກຝົນຕົກທີ່ຮຸນແຮງໃນຮອບຫຼ້າສຸດນີ້.

ເຈົ້າໜ້າທີ່ໜ່ວຍງານ​ຮັບ​ມື​ເຫດ​ການສຸກເສີນ ໄດ້ອອກຄໍາສັ່ງໃຫ້ມີການຍົກຍ້າຍ ແລະໄດ້ເຕືອນປະຊາຊົນຢູ່ໃນນະຄອນຊິດນີຈໍານວນ 8 ໝື່ນ 5 ພັນຄົນໃນວັນພຸດມື້ນີ້, ເຊິ່ງເປັນເມືອງຫຼວງຂອງລັດນິວເຊົາເວລ, ໂດຍເພີ້ມຂຶ້ນຈາກຈໍານວນ 5 ໝື່ນຄົນ ໃນມື້ວັນອັງຄານວານນີ້.

ຄວາມແຮງຂອງລົມພາຍຸ ທີ່​ໄດ້​ພັດ​ຖະ​ຫຼົ່ມໃສ່ບໍລິເວນພື້ນທີ່ຄັ້ງທໍາອິດໃນອາທິດທີ່ຜ່ານມາ ແລ້ວເຮັດໃຫ້ເກີດມີຝົນຕົກໜັກຢ່າງຮຸນແຮງເປັນເວລາຫຼາຍມື້ ອັນໄດ້ສົ່ງຜົນໃຫ້ນໍ້າໃນເຂື່ອນ ແລະແມ່ນໍ້າຕ່າງໆລົ້ນອອກມາ, ຖ້ວມຖະນົນຫົນທາງ, ແລະເຮັດໃຫ້ເຮືອນຫຼາຍຮ້ອຍຫຼັງ ທີ່ຢູ່ໃນຕົວເມືອງຂອງນະຄອນຊິດນີ ແລະບໍລິເວນໃກ້ຄຽງຖືກນໍ້າຖ້ວມ. ບັນດາພະນັກງານ​ຮັບ​ມື​ກັບ​ເຫດ​ການສຸກເສີນ ໄດ້ພາກັນດໍາເນີນການຊ່ວຍເຫຼືອປະຊາຊົນຈໍານວນນຶ່ງ ທີ່ຕິດຄ້າງຢູ່ໃນເຮືອນຂອງພວກເຂົາເຈົ້າ ຫຼືຢູ່ໃນລົດທີ່ຕິດຄ້າງ ຢູ່ໃນຖະໜົນທີ່ຖືກນໍ້າຖ້ວມ.

ລົດບັສ ທີ່ຖືກຖ້ວມໂດຍນໍ້າ ຈອດຢູ່ກາງຖະນົນຂອງບໍລິເວນທີ່ຢູ່ອາໄສຂອງປະຊາຊົນ ຫຼັງຈາກຝົນທີ່ຕົກລົງມາຢ່າງຮຸນແຮງ ແລະຖ້ວມຂົງເຂດ ແມັກແກຣນສ໌ ຮີລ (McGraths Hill) ນອງເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 6 ກໍລະກົດ 2022.

ນັກພະຍາກອນອາກາດ ຂອງສໍານັກງານອຸຕຸນິຍົມວິທະຍາອອສເຕຣເລຍກ່າວວ່າ ລະບົບຂອງສະພາບອາກາດ ເລີ້ມເຄື່ອນໂຕອອກນອກຊາຍຝັ່ງຂອງ ນະ ຄອນຊິດນີແລ້ວ.

ລັດນິວເຊົາເວລ ໄດ້ປະກາດກ່ຽວກັບໄພພິບັດທາງທໍາມະຊາດໃນ 23 ພື້ນທີ່ທົ່ວລັດ, ເຊິ່ງໄດ້ອະນຸມັດການຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວ.

XS
SM
MD
LG