ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເຜີຍແຜ່ ສາສະໜາ ຊາວອອສເຕຣເລຍ ຖືກຈັບກຸມ ທີ່ ເກົາຫຼີເໜືອ


ທ່ານ John Short ຜູ້ເຜີຍແຜ່ສາສະໜາ ອອສເຕຣເລຍ
ທ່ານ John Short ຜູ້ເຜີຍແຜ່ສາສະໜາ ອອສເຕຣເລຍ
ພັນ​ລະ​ຍາ​ຂອງ​ນັກ​ເຜີຍ​ແຜ່​ສາສະໜາ​ຄຣິສຕຽນ ຈາກ​ອອສ
​ເຕຣ​ເລຍ ກ່າວ​ວ່າ ສາມີ​ຂອງ ນາງ​ໄດ້​ຖືກ​ກັກ​ໂຕ​ໄວ້​ ໃນ​ເກົາ
ຫຼີ​ເໜືອ ຫຼັງ​ຈາກ​ເຫັນ​ວ່າ ​ຜູ້ກ່ຽວ​ມີ​ເອກະສານກ່ຽວ​ກັບ​ສາສະ
ໜາຕິດ​ໂຕ ​ໃນ​ຂະນະ​ທີ່ເດີນທາງໄປຢ້ຽມຢາມປະເທດດັ່ງກ່າວ
ໃນຖານະ​ນັກ​ທ່ອງ​ທ່ຽວ​ນັ້ນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ທີ່​ເປີ​ດ​ເຜີຍ​ໃຫ້​ຮູ້​ ໃນ​ວັນ​ພຸດ ​ມື້​ນີ້
ນາງ Karen Short ທີ່​ອາໄສຢູ່​ໃນ​ຮອງ​ກົງກ່າວ​ວ່າ ຕຳຫຼວດ​
ເກົາຫຼີ​ເໜືອ​ໄດ້​ຈັບ​ກຸມ​ທ່ານ John ສາມີ​ຂອງ​ນາງ​ໃນ​ວັນ​ອາ
ທິດ​ຜ່ານ​ມາ​ນີ້ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ ​ໃນ​ກຸງ​ພຽງ​ຢ້າງ.

ຖະ​ແຫຼ​ງການ​ສະບັບ​ນີ້​ກ່າວ​ວ່າ ທ່ານ John ​ໄວ 75 ປີ “ມີ​ປຶ້ມນ້ອຍໆກ່ຽວ​ກັບຄຳສັ່ງ
ອນ​ຂອງ​ພະ​ເຍຊູເປັນ​ພາສາ​ເກົາຫຼີ ຕິດ​ໂຕ ຊຶ່ງ​ປາກົດ​ວ່າ​ເປັນ​ເລື້ອງສຳຄັນ​ທີ່​
ພາ​ໃຫ້​ມີ​ການ​ຈັບ ກຸມ​ຄັ້ງ​ນີ້.”


ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ​ກ່າວ​ວ່າ ​ເຂົາ​ເຈົ້າ​ຮູ້ເລື່ອງແລ້ວ ກ່ຽວ​ກັບ​ກໍລະນີ​ຂອງ​ທ່ານ Short ແລະ​ເວລາ​ນີ້ ​ກຳລັງ​ດຳ​ເນີນ​ການ​ ກັບ​ບັນດາ​ເຈົ້າ​ໜ້າ​ທີ່ Sweden ​ໃນ​ເກົາຫຼີ​ເໜືອ ​
ໃນ​ຂະນະ​ທີ່​ກຸງ Canberra ບໍ່​ມີ​ສາຍ​ພົວພັນ​ທາງ​ດ້ານ​ການ​ທູດ​ ກັບ​ກຸງ​ພຽງ​ຢ້າງ​ນັ້ນ.

​ເກົາຫຼີ​ເໜືອ​ບໍ່​ໄດ້​ໃຫ້ຄວາມເຫັນໃດໆ​ອອກ​ມາ​ ກ່ຽວ​ກັບ​ເລື້ອງ​ຂອງ​ທ່ານ Short ນີ້ ຊຶ່ງເປັນ​ເຫດການ​ທີ​ສອງ ​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ທີ່​ເກົາຫລີ​ເໜືອ ​ໄດ້​ຈັບ​ກຸມ
ພວກ​ນັກ​ເຜີຍ​ແຜ່​ສາ​ສະໜາ​ຕ່າງປະ​ເທດນັ້ນ.
XS
SM
MD
LG