ສະຫະລັດບັນລຸຂໍ້ຕົກລົງໃນການຕິດຕັ້ງເຣດາ ແລະກ້ອງສ່ອງອະວະກາດ
ທີ່ມີພະລັງສູງຢູ່ Australia ຊຶ່ງເປັນການສະໜອງຄວາມສາມາດ
ໃນການຕິດຕາມເບິ່ງ ທ້ອງຟ້າໃນເຂດເອເຊຍ- ປາຊີຟິກ.
ສະຫະລັດບັນລຸ ຂໍ້ຕົກລົງ ໃນການຕິດຕັ້ງເຣດາ ແລະ ກ້ອງສ່ອງອະວະກາດ ຢູ່ Australia

໑
ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວຄໍາປາໄສ ຢູ່ກອງປະຊຸມຖະແຫລງຂ່າວ ລຸນຫລັງກອງປະຊຸມ ທີ່ເປັນພາກສ່ວນນຶ່ງຂອງ AUSMIN ທີ່ສູນຈັດງານລ້ຽງຕ້ອນຮັບທາງການ ໃນ Kings Park ຢູ່ເມືອງ Perth, ອັອສເທຣເລຍ ໃນວັນທີ 14 ພະຈິກ 2012. (AP Photo/Saul Loeb, Pool)

໒
ທ່ານ Bob Carr ລັດຖະມົນຕີກະຊວງການຕ່າງປະເທດອັອສເທຣເລຍ ແລະ ທ່ານນາງ Hillary Clinton ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ Stephen Smith ລັດຖະມົນຕີກະຊວງປ້ອງກັນປະເທດ ອັອສເທຣເລຍ ແລະ ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ (ຈາກຊ້າຍຫາຂວາ) ຈັດກອງປະຊຸມຖະແຫລງຂ່າວ ທີ່ ສູນຈັດງານລ້ຽງຕ້ອນຮັບທາງການ ໃນ Kings Park ຢູ່ເມືອງ Perth ໃນວັນທີ 14 ພະຈິກ 2012.

໓
ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວຄໍາປາໄສ ຢູ່ກອງປະຊຸມຖະແຫລງຂ່າວ ໃນກອງປະຊຸມປຶກສາຫາລືປະຈໍາປີ ລະຫວ່າງອັອສເທຣເລຍ-ສະຫະລັດ ຢູ່ເມືອງ Perth ຂອງອັອສເທຣເລຍ ໃນວັນທີ 14 ພະຈິກ 2012.

໔
ທ່ານນາງ Hillary Clinton, ລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ Leon Panettaລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ນັ່ງລົງໃນກອງປະຊຸມພົບປະກັບທ່ານນາງ Julia Gillardນາຍົກລັດຖະມົນຕີອັອສເທຣເລຍ ແລະພວກເຈົ້າໜ້າທີ່ຜູ້ອື່ນໆ ຢູ່ເມືອງ Perth ຂອງອັອສເທຣເລຍ ໃນວັນທີ 13 ພະຈິກ 2012.