ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ບັນລຸ ຂໍ້ຕົກລົງ ການຕິດຕັ້ງ ກັບ Australia (ສະໄລດ໌)


ທ່ານ Bob Carr ທ່ານ Panetta ລັດຖະມົນຕີກະຊວງການຕ່າງປະເທດອັອສເທເລຍ, ທ່ານນາງ Hillary Clinton ທ່ານ Panetta ລັດຖະມົນຕີກະຊວງການຕ່າງປະເທດສະຫະ
ລັດ, ທ່ານ Stephen Smith ລັດຖະມົນຕີກະຊວງການຕ່າງປະເທດອັອສເທເລຍ ແລະ ທ່ານ Leon Panettaລັດຖະມົນຕີກະຊວງປ້ອງກັນປະເທດສະຫະ
ລັດ (ຈາກຊ້າຍຫາຂວາ) ຈັດກອງປະຊຸມນັກຂ່າວ ທີ່ສູນງານລ້ຽງອາຫານຄໍ່າຂອງທາງການ ຢູ່ Kings Park ໃນເມືອງ Perth, ອັອສເທເລຍ ໃນວັນທີ 14 ພະຈິກ 2014
ທ່ານ Bob Carr ທ່ານ Panetta ລັດຖະມົນຕີກະຊວງການຕ່າງປະເທດອັອສເທເລຍ, ທ່ານນາງ Hillary Clinton ທ່ານ Panetta ລັດຖະມົນຕີກະຊວງການຕ່າງປະເທດສະຫະ ລັດ, ທ່ານ Stephen Smith ລັດຖະມົນຕີກະຊວງການຕ່າງປະເທດອັອສເທເລຍ ແລະ ທ່ານ Leon Panettaລັດຖະມົນຕີກະຊວງປ້ອງກັນປະເທດສະຫະ ລັດ (ຈາກຊ້າຍຫາຂວາ) ຈັດກອງປະຊຸມນັກຂ່າວ ທີ່ສູນງານລ້ຽງອາຫານຄໍ່າຂອງທາງການ ຢູ່ Kings Park ໃນເມືອງ Perth, ອັອສເທເລຍ ໃນວັນທີ 14 ພະຈິກ 2014
ສະຫະລັດໄດ້ບັນລຸຂໍ້ຕົກລົງໃນການຕິດຕັ້ງເຣດາ ແລະກ້ອງ
ສ່ອງເບິ່ງອະວະກາດ ທີ່ມີພະ ລັງສູງ ຢູ່ Australia ຊຶ່ງເປັນ
ການສະໜອງໃນສິ່ງທີ່ ພວກເຈົ້າໜ້າທີ່ສະຫະລັດ ເວົ້າວ່າ
ຄວາມສາມາດທີ່ສໍາຄັນ ໃນການຕິດຕາມເບິ່ງທ້ອງຟ້າໃນ
ເຂດເອເຊຍ ແລະຍ່ານມະຫາສະມຸດປາຊີຟິກ.

ທ່ານ Panetta ລັດຖະມົນຕີກະຊວງປ້ອງກັນປະເທດສະຫະ
ລັດເວົ້າວ່າ ສັນຍາທີ່ໄດ້ເຊັນ ກັນ ໃນວັນພຸດມື້ນີ້ ທີ່ກອງປະຊຸມ
ສຸດຍອດດ້ານຄວາມໝັ້ນຄົງປະຈໍາປີ ຢູ່ໃນ Australia ແມ່ນ
ເປັນ “ການກ້າວກະໂດດຂັ້ນໄປທາງໜ້າ ອັນໃຫຍ່ຫລວງ” ແລະ
ເປັນ “ປ້ອມດ່ານໜ້າ ໃໝ່ອັນສໍາຄັນ” ໃນການຫັນກຳລັງຂອງ
ສະຫະລັດ ໄປຍັງເຂດເອເຊຍປາຊີຟິກ ເພື່ອສ້າງຄວາມດຸ່ນດ່ຽງ
ຄືນໃໝ່ນັ້ນ.

ການຕົກລົງດັ່ງກ່າວຮຽກຮ້ອງໃຫ້ມີການຕິດຕັ້ງເຣດາທາງພາກພື້ນດິນຂອງກອງທັບອາກາດ
ສະຫະລັດໃສ່ພາກຕາເວັນຕົກສຽງເໜືອຂອງ Australia ເລີ້ມໃນປີ 2014. ຖະແຫລງການ
ຂອງກະຊວງປ້ອງກັນປະເທດ ສະຫະລັດເວົ້າວ່າ ການເຮັດເຊັ່ນນັ້ນ ແມ່ນຈະເປັນການ ຊ່ວຍຕິດຕາມເບິ່ງ “ການສົ່ງຍານ ຫຼືລູກສອນໄຟໃດໆຂຶ້ນສູ່ອະວະກາດຈາກເຂດເອເຊຍ”.

ນອກນັ້ນ Australia ຍັງເຫັນດີ ທີ່ຈະໃຫ້ເປັນບ່ອນຕິດຕັ້ງກ້ອງສ່ອງອະວະກາດຮາຍເທັກ ຮຸ້ນໃໝ່ ທີ່ອອກແບບເພື່ອຕິດຕາມເບິ່ງຊາກເສດເຫຼືອ ແລະວັດຖຸອື່ນໆ ທີ່ສາມາດເປັນໄພ ຂົ່ມຂູ່ຕໍ່ການໂຄຈອນຂອງດາວທຽມນັ້ນໄດ້.

ເບິ່ງສະໄລດ໌ການເຈລະຈາລະຫວ່າງສະຫະລັດ ແລະອັອສເທເລຍ
XS
SM
MD
LG