ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຊ່ວຍ ສະຫະລັດ ກວດການ ການຂະຫຍາຍຕົວ ຂອງຈີນ ໃນທະເລຈີນໃຕ້

ພົນເຮືອເອກ Harry Harris (ຊ້າຍ) ຜູ້ບັນຊາການ ກອງທັບເຮືອ ສະຫະລັດ ເຂດປາຊິຟິກ ແລະພົນເຮືອໂທ David Johnston ແຫ່ງກອງທັບເຮືອອອສເຕຣເລຍ ເຂົ້າຮ່ວມພິທີ ເປີດການຊ້ອມລົບ Talisman Saber 2017 ຢູ່ເທິງ ກຳປັ່ນຍົກພົນຂຶ້ນບົກ Bonhomme Richard ຂອງ ສະຫະລັດ.

ອອສ​ເຕຣຍ​ເລຍ ທີ່ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ຕາໜ່າງ​ການ​ຄ້າ​ທີ່ກວ້າງ​ໃຫຍ່ຂອງ​ຕົນຢູ່​ໃນ
ຂົງ​ເຂດ ພວມ​ຮ່ວມມື​ກັບ​ຍີ່ປຸ່ນ ອິນ​ເດຍ ​ແລະ​ສະຫະລັດ ​ໃນ​ການ​ປະ​ເຊີນ​ໜ້າ​ກັບການ​ຂະຫຍາຍຕົວ​ຂອງ​ຈີນ ​ໃນ​ການ​ຂັດ​ແຍ້​ງທາງ​ທະ​ເລ​ທີ່​ໃຫຍ່​ທີ່ສຸດ ຢູ່​ໃນ​ເຂດ​ເອ​ເຊຍ.

ກຳ​ປັ່ນ​ລົບ​ອອສ​ເຕຣຍຫົກ​ລຳ ກຳລັງ​ມຸ່ງ​ໜ້າໄປ​ສູ່​ທະ​ເລ​ຈີນ​ໃຕ້​ໃນ​ອາທິດ​ນີ້ ​ໂດຍ​ທີ່​ບໍ່ໄດ້​
ໃຫ້​ຊາບ​ເຖິງ​ຈຸດໝາຍປາຍທາງເພື່ອ​ເຂົ້າຮ່ວມ​ການ​ຊ້ອມ​ລົບທາງ​ທະຫານ. ສື່ມວນ​ຊົນ​
ຂອງ​ອອສ​ເຕຣຍ​ເລຍ​ໄດ້​ຮ້ອງ​ການ​ປະຕິ​ບັດ​ງານປະ​ເທດ​ຂອງ​ເຂົາ​ເຈົ້າໃນ​ຄັ້ງນີ້ວ່າ ​ໃຫຍ່
​ສຸດ​ໃນຮອບ 30 ປີ.

ບັນດາກຳປັ່ນລົບຈີນ ຢູ່ເຂດທະເລຈີນໃຕ້ ບ່ອນທີ່ມີການໂຕ້ແຍ້ງກັນ.
ບັນດາກຳປັ່ນລົບຈີນ ຢູ່ເຂດທະເລຈີນໃຕ້ ບ່ອນທີ່ມີການໂຕ້ແຍ້ງກັນ.

​ທ່ານ Jeffrey Wilson ນັກ​ຄົ້ນ​ຄວ້າ ​ຢູ່​ສູນ​ກາງ​ຄົ້ນ​ຄວ້າ​ເອ​ເຊ​ຍ ທີ່​ມະຫາວິ ທະຍາ​ໄລ Murdoch ​ໃນ​ເມື​ອງ Perth ກ່າວ​ວ່າ “​ແນ່ນອນ​ ມີ​ທັດສະນະ​ຄວາມ​ເຫັນ​ຢູ່​ໃນ​ບາງ​ພາກ
ສ່ວນ​ຂອງອອສ​ເຕຣຍ​ເລຍວ່າ ນຶ່ງໃນ​ການ​ປະກອບສ່ວນ​ຂອງ​ອອສ​ເຕຣ​ເລຍ ທາງ​ດ້ານ
​ການ​ທູດ ​ແລະ​ກິດຈະການ​ສາກົນ ​ໃນ​ເ​ອ​ເຊຍ​ກໍແມ່ນ ​ໃນ​ນາມ​ຜູ້ມີ​ບົດບາດ​ທາງ​ດ້ານ​ຄວາມ​ໝັ້ນຄົງ. ພວກ​ເຮົາ​ມີ​ກຳລັງ​ປ້ອງ​ກັນ​ໂຕ​ນ້ອຍໆ ​ແຕ່​ວ່າ​ມີ​ເທັກ​ນິກສູງ ມີສະມັດ​ຖະພາບ​ສູງ.”

ເຂດທີ່ມີການອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້ .
ເຂດທີ່ມີການອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້ .

​ພວກນັກວິ​ເຄາະ​ກ່າວວ່າ ບັນດາ​ຜູ້ນຳ​ອອສ​ເຕຣ​ເລຍ ຕ້ອງການໃຫ້​ຜູ້​ມີ​ສິດ​ປ່ອນ​ບັດຂອງ​
ພວກ​ເຂົາ​ເຈົ້າ ​ແລະ​ປະ​ເທດ​ເພື່ອນບ້ານຂອງ​ອອສ​ເຕຣ​ເລຍ ມອງ​ເຫັນ ວ່າ Canberra
​ເປັນ​ຜູ້ປົກ​ປ້ອງ​ລະບຽບກົດໝາຍ​ຢູ່​ທະ​ເລ​ຈີນ​ໃຕ້ຢ່າງສະ​ໝໍ່າສະ ​ເໝີໃນ​ບົດບາດ​ຂອງ​ຕົນ
​ນັບ​ແຕ່​ສົງ​ຄາມ​ເຢັນສິ້ນສຸດ​ລົງ.

ອະດີດ ລັດຖະມົນຕີ ການຄ້າຈີນ ທ່ານ Gao Hucheng ຢູ່ໃນພິທີລົງນາມ ການຄ້າເສຣີ (FTA) ລະຫວ່າງອອສເຕຣເລຍ ແລະຈີນ ທີ່ນະຄອນ Canberra ວັນທີ 17 ມິຖຸນາ 2015.
ອະດີດ ລັດຖະມົນຕີ ການຄ້າຈີນ ທ່ານ Gao Hucheng ຢູ່ໃນພິທີລົງນາມ ການຄ້າເສຣີ (FTA) ລະຫວ່າງອອສເຕຣເລຍ ແລະຈີນ ທີ່ນະຄອນ Canberra ວັນທີ 17 ມິຖຸນາ 2015.

ກະຊວງ​ປ້ອງ​ກັນ​ປະ​ເທດ​ອອສ​ເຕຣ​ເລຍ​ກ່າວ​ວ່າ ພາຍໃນ​ປີ 2021 ຕົນ​ຈະ​ເພີ້​ມ​ງົບປະ
ມານ​ດ້ານປ້ອງ​ກັນ​ປະ​ເທດຂຶ້ນ​ເປັນ 2 ​ເປີ​ເຊັນ ຂອງ​ຍອດ​ຜະ​ລິດ​ຕະພັນ ຮວມພາຍ​ໃນ
ຊຶ່ງ​ເປັນ​ນຶ່ງຂອງ​ເສດຖະກິດ ​ທີ່​ມີ​ການ​ເຕີ​ບ​ໂຕໄວ​ທີ່ສຸດ​ໃນ​ເອ​ເຊຍ​ປາຊິ​ຟິກ. ງົບປະມານ
ສຳລັບ​ປີ 2017 ຫາ 2018 ​ແມ່ນ​ 27.4 ຕື້​ໂດ​ລາ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG