ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຮຽກ​ຮ້ອງ ໃຫ້ອ​ອ​ສ​ເຕ​ຣ​ເລຍ​ ​ເຂົ​້າ​ແຊກ​ແຊ​ງ​ໃນຄະ​ດີສົ່ງ​ນັກ​ໂທດ​ຂ້າມ​ແດນ ທີ່​ໄດ້​ລໍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ


ພວກ​ສະໜັບ​ສະ​ໜູນ​ພາ​ກັນ​ຖື​ປ້າຍ​ປະ​ທ້ວງຕ້ານ ການ​ສົ່ງ​ຜ​ູ້​ກໍ່​ຕັ້ງ WikiLeaks ທ້າວ​ຈູ​ລ​ຽນ ອາ​ຊາງ ຈ​າກ​ອັງ​ກິດ ໄປ​ຫ​າ​ສະ​ຫະ​ລັດ ຢູ່​ໃນ​ນະ​ຄອນ​ເອ​ເທນ ປະ​ເທດກ​ຮິ້ກ ວັນ​ທີ 20 ມິ​ຖຸ​ນາ 2022.
ພວກ​ສະໜັບ​ສະ​ໜູນ​ພາ​ກັນ​ຖື​ປ້າຍ​ປະ​ທ້ວງຕ້ານ ການ​ສົ່ງ​ຜ​ູ້​ກໍ່​ຕັ້ງ WikiLeaks ທ້າວ​ຈູ​ລ​ຽນ ອາ​ຊາງ ຈ​າກ​ອັງ​ກິດ ໄປ​ຫ​າ​ສະ​ຫະ​ລັດ ຢູ່​ໃນ​ນະ​ຄອນ​ເອ​ເທນ ປະ​ເທດກ​ຮິ້ກ ວັນ​ທີ 20 ມິ​ຖຸ​ນາ 2022.

ສຳ​ລັບ​ພ​ວກ​ສະ​ໜັບ​ສະ​ໜູນ​ແລ້ວ​ ທ້າວ​ອາ​ຊາງ ລາວ​ແມ່ນວິ​ລະບູລຸດ ​ຜູ້​ທີ່​ເປີດ​ເຜີຍ​ການກະ​ທຳ​ທີ່​ບໍ່​ຖືກ​ຕ້ອງ​ຂອງສະ​ຫະ​ລັດ ຢູ່​ໃນ​ອີ​ຣັກ ແລະອັ​ຟ​ກາ​ນິ​ສ​ຖານ. ​ເຂົາ​ເຈົ້າ​ເນັ້ນ​ໜັກ​ວ່າ ການ​ລົງ​ໂທດ​ຕໍ່​ລາ​ວ​ເປັນ​ເລື້ອງ​ທີ່​ມີ​ຈຸດ​ປ​ະ​ສົງທາງ​ການ​ເມືອງ.

ແຕ່​ພວກ​ເຈົ້າ​ໜ້າ​ທີ່​ໃນ​ວໍຊິ​ງ​ຕັນ ​ໄດ້ກ່າ​ວມາ​ໄດ້​ຫຼາຍ​ປີ​ແລ້ວວ່າ ​ບັນ​ທຶກກອງ​ທັບ​ສະ​ຫະ​ລັດ​ ແລະ​ໂທ​ລະ​ເລກການ​ທູດຊຶ່ງເປັນ​ຄວ​າມ​ລັບທີ່​ໄດ້​ພິມເຜີຍ​ແຜ່ຢູ່​ໜ້າເວັບ​ໄຊ Wikileaks ຂອງ​ທ້າວ​ອາ​ຊາງນັ້ນ ​ໄດ້​ລະ​ເມີດ​ກົດໝາຍ​ຈາ​ລະ​ກຳ ​ທີ່​ເຮັດ​ໃຫ້​ຊີ​ວິດຜູ້​ຄົນ​ຈຳ​ນວນ​ນຶ່ງ​ຕົກ​ຢູ່​ໃນ​ຄວາມ​.

ນັກ​ເຄື່ອນ​ໄຫວ​ທີ່​ເກີດ​ຢູ່ອອ​ສ​ເຕ​ຣ​ເລຍ ໄດ້ຖືກ​ຄຸກ​ ຢູ່ໃນ​ປະ​ເທດອັງ​ກິດ​ກຳ​ລັງ​ລໍ​ຖ້າ ການ​ສົ່ງ​ໂຕໄປ​ຍັງ​ສະ​ຫະ​ລັດ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່ຕ້ອງ​ການ​ໂຕ​ລາວ​ໃນ​ຂໍ້ຫາທາງອາຍາ 18 ຂໍ້ ​ຮວມ​ທັງ​ລະ​ເມີດ​ກົດ​ໝາຍສອດ​ແນມ​.

​ເມື່ອວັນ​ສຸກແລ້ວ​ນີ້ ລັດ​ຖະ​ມົນກະ​ຊວງ​ພາຍ​ໃນອັງ​ກິດ ທ່ານ​ປ​ຣີຕີ ​ປາ​ແຕ​ລ ໄດ້​ອະ​ນຸ​ມັດ​ຕໍ່​ການ​ສົ່ງ​ໂຕຂອງທ້າວ​ອາ​ຊາ​ງ.

​ຄະ​ນະ​ກົດ​ໝາຍຂອງ​ທ້າວ​ອາ​ຊາງ ​ຮຽກ​ຮ້ອງ​ລັດ​ຖະ​ບານ​ທີ່​ຫາ​ກໍ່​ຖືກ​ເລືອກ​ໃໝ່​ເມື່ອມໍ່ໆ​ມາ​ນີ້ ຢູ່ໃນ​ນ​ະ​ຄອນ​ແຄນເບີ​ຣາ ​ຂໍໃຫ້​ປ່ອຍ​ໂຕ​ທ້າວ​ອາ​ຊາງອອກ​ຈາກ​ຄຸກ. ​ມີ ລາຍ​ງານວ່າ ອອ​ສ​ເຕ​ຣ​ເລຍ​ກຳ​ລັງວິ້ງ​ເຕັ້ນ​ຢ່າງ​ງຽບ​ໆເພື່ອ​ໃຫ້​ປ່ອຍ​ໂຕ​ທ້າວ​ອາ​ຊາງ ແລະ​ໄດ້ຍົກ​ເອົາ​ເລື້ອງນີ້ ​ໄປ​ລົມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະ​ຫະ​ລັດ.

​ທ່ານ​ເກ​ຣກ ບານ​ສ໌ (Gred Barns) ແມ່ນ​ສະ​ມາ​ຊິກຄະ​ນະກົດ​ໝາຍ​ຂອງ​ທ້າວ​ອາ​ຊາງ ​ທີ່ມີ​ຫ້ອງ​ການ​ຢູ່ອອ​ສ​ເຕ​ຣ​ເລຍ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ອົງ​ການອອກ​ອາ​ກາດ​ຂອງອອ​ສ​ເຕຣເລຍວ່າ ແຄນ​ເບີ​ຣາໄດ້​ເຂົ້າແຊກ​ແຊງເພື່ອນຳ​ເອົາ​ໍຊ​າວອອ​ສ​ເຕ​ຣ​ເລຍຄົນ​ນຶ່ງ​ທີ່ຕ້ອງ​ສົງ​ໄສ​ເປັນ​ຜູ້​ກໍ່​ກາ​ນ​ຮ້າຍ ກັບ​ຄືນ​ບ້ານຈາກ​ອ່າວກວນ​ຕາ​ນາ​ໂມ ແລະນັກວິ​ຊາ​ການ​ທີ່​ມີ​ສຳ​ນັກ​ງານ​ຢູ່ແມ​ລເບີນ ທີ່​ຖືກ​ຄຸມ​ຂັງ​ຢູ​ໃນ​ອີ່​ຣ່ານ​ເມື່ອ​ໄວໆ​ມານີ້.

ທ່ານ​ບານ​ສ໌ ກ່າວ​ວ່າ “ໄດ້ມີ​ເຫດ​ການ​ແບບນີີ້ ​ທີ່ອອ​ສ​ເຕ​ຣ​ເ​ລຍເຄີຍເຮັດ​ມາ​ແລ້ວ​. ​ພວກ​ເຮົາ​ໄດ້​ເຫັນ​ຄະ​ດີ​ທ້າວ​ເດ​ວິດ ຮິກ​ສ໌ (David Hicks) ​ຊຶ່ງຂ້າ​ພະ​ເຈົ້າ​ຄິດ​ວ່າ ​ໃນປີ 2004 ເວ​ລ​າ​ລັດ​ຖະ​ບ​ານ (​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີທ່ານ​ຈອນ) ຮາ​ເວີດ ​ໄດ້​ໃຊ້ບັນ​ດາຫ້ອງກ​ານ​ຂອງ​ທ່ານ ກັບ​ລັດ​ຖະ​ບານ​ທ່ານ​ບຸ​ສ (Bush) ​ທີ່​ໄດ້​ນຳ​ເອົາ​ເດ​ວິດ ຮິກ​ສ໌ ກັບ​ຄືນ​ບ້ານ​ຢ່າງ​ປອດ​ໄພ ​ຈາກ​ອ່າວ​ກວນຕ​ານາ​ໂມ​. ພວກ​ເຮົາ​ໄດ້​ເຫັນ​ໃນກໍ​ລະ​ນີ Kylie Moore Gilbert ເປັນ​ໂຕ​ຢ່າງ. ​ພຽງ​ແຕ່​ເພາະ​ວ່າ​ຄະ​ດີ​ຢູ່​ຕໍ່​ໜ້າ​ເຂດ​ອື່ນໆ ​ບໍ່​ໝາຍ​ຄວາມ​ວ່າອອ​ສ​ເຕ​ຣ​ເລຍ ບໍ່​ສາ​ມາດ​ພົວ​ພັນ​ໄດ້.”

​ຢູ່​ໃນ​ຖະ​ແຫລ​ງ​ການ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ ທ່ານ​ນາງ​ເພັນ​ນີ ວອງ (Penny Wong) ໄດ້​ກ່າວ​ວ່າ ຄະດີ​ຂອງ​ທ້າວ​ອາ​ຊາ​ງໄດ້​ແກ່​ຍາວ​ມາ​ເປັນ​ເວ​ລາ​ນານ​ເກີນ​ໄປ ແລະ​ນັ້ນ​ ມັນຄວນ​ຈະປິດ​ລົງ​ໄດ້." ​ທ່ານ​ນາງ​ໄດ້​ກ່າວ​ເພີ້ມ​ວ່າ​ລັດ​ຖະ​ບານອອ​ສ​ເຕ​ຣ​ເ​ລຍ ບໍ່​ສາ​ມາດ​ “ແຊກ​ແຊງ​ໃນ​ດ້ານ​ກົດ​ໝາຍ​ຂອງ​ປະ​ເທດ​ອື່ນ.”

ນັບ​ແຕ່​ໄດ້​ຕັ້ງ​ຂຶ້ນ​ມາ​ໃນ​ປີ 2006 ກຸ່ມ Wikileaks ໄດ້ນຳເອກ​ກະ​ສານ​ລັບ ແລະ​ໂທ​ລະ​ເລກ​ການ​ທູດ ​ອອກ​ເຜີຍແຜ່​ຫລາຍ​ຮ້ອຍ​ພັນ​ສະ​ບັບ ໃນອັນ​ທີ່​ໄດ້​ມີ​ການ​ບັນລະ​ຍາຍ​ກັນ​ວ່າ​ ເປັນ​ການ​ເປີດ​ເຜີຍ​ຄວາ​ມລັບ​ທີ່​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ.

​ທ້າວ​ອາ​ຊາງພວມ​ທຳ​ການ​ຕໍ່​ສູ້​ການ​ກັບ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ໄປ​ຍັງ​ສະ​ຫະ​ລັດ ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ປີ 2019 ​ເປັນ​ຕົ້ນ​ມາ ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລາວມີ​ແຜນ ທີ່​ຈະ​ຂໍ​ອຸ​ທອນ ​ຕໍ່​ຄຳ​ສັ່ງ​ເນ​ລະ​ເທດ​ອອກ​ຈາກ​ປະ​ເທດ​ອັງ​ກິດ.

Lawyers for Wikileaks founder Julian Assange are urging the Australian government to do more to gain the release of the Queensland-born activist. Assange is to be extradited from Britain to the United States to face espionage charges, in a move approved by the British government late last week.

To his supporters, Julian Assange is a hero who, among other things, exposed U.S. wrongdoing in conflicts in Iraq and Afghanistan. They insist his prosecution is politically motivated.

But officials in Washington have for years said the confidential U.S. military records and diplomatic cables Assange’s Wikileaks website released had violated U.S. espionage laws and put lives at risk.

The Australian-born activist is in a British prison awaiting extradition to the United States, where he is wanted on 18 criminal charges, including breaking spying laws.

Last Friday, British Interior Minister Priti Patel approved Assange’s extradition.

Assange’s legal team is urging the recently elected government in Canberra to demand Assange’s release from prison. It is reported that Australia is quietly lobbying for his release and has raised the case with senior United States officials.

Greg Barns is a member of Assange’s Australian-based legal team. He told the Australian Broadcasting Corp. that Canberra had intervened to bring home an Australian terrorism suspect from Guantanamo Bay and a Melbourne-based academic recently detained in Iran.

John Shipton, the father of Julian Assange, speaks at a press conference outside the British Consulate in New York on Friday, June 17, 2022. Assange’s family is demanding the United States drop espionage charges against him, and call off his extradition from the United Kingdom.
John Shipton, the father of Julian Assange, speaks at a press conference outside the British Consulate in New York on Friday, June 17, 2022. Assange’s family is demanding the United States drop espionage charges against him, and call off his extradition from the United Kingdom.

“There is precedent for Australia doing this. We saw most famously the David Hicks case back in, I think, 2004 when the [former Prime Minister John] Howard government used its good offices with the Bush administration to get David Hicks back to safety from Guantanamo Bay," said Barns. "We saw it in Kylie Moore-Gilbert, for example. Simply because a case is before other jurisdictions does not mean that Australia cannot get involved.”

In a statement, Australian Foreign Minister Penny Wong said Assange’s case has “dragged on for too long and that it should be brought to a close.” She added that the Australian government could not “intervene in the legal matters of another country.”

Since it was founded in 2006, Wikileaks has released hundreds of thousands of secret classified files and diplomatic cables in what has been described as the largest security breach of its kind.

Assange has been fighting extradition to the United States since June 2019 and has indicated he plans to appeal Britain’s expulsion order.

XS
SM
MD
LG