ອົງການວິທະຍາສາດແຫ່ງຊາດຂອງອອສເຕຣເລຍ ໃນວັນອັງຄານນີ້ ໄດ້ເປີດເຜີຍແຜນແມ່ບົດສະບັບໃໝ່ ເພື່ອຮັບປະກັນການສະໜອງສະບຽງອາ ຫານຂອງປະເທດຊາດໃຫ້ປອດໄພແລະໝັ້ນຄົງ. ອົງການຄົ້ນຄວ້າວິທະຍາສາດ ແລະອຸດສາຫະກຳແຫ່ງເຄືອຈັກກະພົບ ໄດ້ກ່າວວ່າ ຂະແໜງການນີ້ປະເຊີນໜ້າກັບຄວາມທ້າທາຍ ຢ່າງໜັກໜ່ວງ, ລວມທັງການປ່ຽນແປງຂອງດິນຟ້າອາກາດ ແລະການລົບກວນຕໍ່ຕ່ອງໂສ້ການອຸບປະທານ. ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງອາດນາສັກ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຫຼາຍກວ່າ 70 ເປີເຊັນຂອງຜົນຜະລິດທາງກະສິກໍາອອສເຕຣເລຍ ຖືກສົ່ງອອກໄປຕ່າງປະເທດ, ອີງຕາມຂໍ້ມູນຂອງລັດຖະບານ, ເຊິ່ງຊ່ວຍສະໜອງອາຫານໃຫ້ແກ່ ປະຊາກອນປະມານ 70 ລ້ານຄົນ ໃນທົ່ວໂລກ ແລະ ຢູ່ພາຍໃນປະເທດ. ມັນເຮັດໃຫ້ອອສເຕຣເລຍກາຍເປັນຜູ້ຜະລິດອາຫານທີ່ສໍາຄັນຂອງໂລກ.
ແຕ່ອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກຳແຫ່ງເຄືອຈັກກະພົບ ຫຼື CSIRO ກຳລັງເຕືອນວ່າ ລະບົບສະບຽງອາຫານຂອງປະເທດຊາດ ຈຳເປັນຕ້ອງປ່ຽນແປງ ເພື່ອໃຫ້ຄົງຕົວຢູ່ຢ່າງຍືນຍົງໃນອະນາຄົດ.
ໜ່ວຍງານວິທະຍາສາດແຫ່ງຊາດຂອງອອສເຕຣເລຍ ໄດ້ລະບຸໄພຂົ່ມຂູ່ທີ່ສໍາຄັນ ຕໍ່ການຜະລິດອາຫານ ຈໍານວນນຶ່ງ; "ສະພາບດິນຟ້າອາກາດທີ່ຮຸນແຮງໃນມໍ່ໆນີ້, ການລະບາດໃຫຍ່ຂອງ COVID-19, ແລະຄວາມບໍ່ແນ່ນອນທາງດ້ານພູມສາດການເມືອງ." ນອກຈາກນີ້, ມັນຍັງໄດ້ລະບຸສິ່ງທ້າທາຍທີ່ສໍາຄັນອື່ນໆ, ລວມທັງຄວາມຕ້ອງການທີ່ເພີ່ມຂຶ້ນ, ຕະຫຼອດຈົນເຖິງການລົບກວນຕໍ່ລະບົບຕ່ອງໂສ້ອຸບປະທານ ແລະກໍາລັງແຮງງານ.
ໜ່ວຍງານດັ່ງກ່າວຍັງໄດ້ເປີດໂຕແຜນການໃຫມ່ ທີ່ເອີ້ນວ່າ ການປັບຮູບແບບລະບົບສະບຽງອາຫານຂອງອອສເຕຣເລຍ (Reshaping Australian Food Systems) ເພື່ອເຮັດໃຫ້ການຜະລິດສະບຽງອາຫານມີຄວາມຍືນຍົງ, ມີທາດອາຫານ, ມີປະສິດທິຜົນ ແລະມີຄວາມທົນທານຫຼາຍຂຶ້ນ.
ທ່ານໄມເຄິລ ໂຣເບີດສັນ (Michael Robertson) ເປັນຜູ້ອໍານວຍການດ້ານກະສິກຳ ແລະສະບຽງອາຫານ ຂອງອົງການ CSIRO ເຊິ່ງທ່ານໄດ້ບອກກັບສະຖານີໂທລະພາບຂອງອອສເຕຣເລຍວ່າ ຈໍາເປັນຕ້ອງມີແນວທາງໃໝ່ໃນດ້ານການກະສິກໍາ, ເຊິ່ງທ່ານໄດ້ກ່າວວ່າ:
"ມັນຍັງມີຫຼາຍໆນະວັດຕະກໍາທີ່ຈຳເປັນຫຼາຍຈົນເປັນຕາຢ້ານກ່ຽວກັບຜະລິດຕະພັນໃຫມ່, ຜະລິດຕະພັນອາຫານໃຫມ່, ວິທີການໃຫມ່ຂອງການຜະລິດ ຜະລິດ ຕະພັນພືດ ແລະສັດໃນຟາມ, ການນໍາໃຊ້ພະລັງງານທົດແທນໃນການປຸງແຕ່ງ ອາຫານ (ແລະ) ຄວາມເຂົ້າໃຈທີ່ດີຂຶ້ນ ກ່ຽວກັບຕ່ອງໂສ້ອຸບປະທານ ແລະເຄືອຂ່າຍການຂົນສົ່ງຂອງພວກເຮົາ."
ທ່ານ ໂຣເບີດສັນ (Robertson) ຍັງໄດ້ກ່າວວ່າ ການປ່ຽນແປງຂອງດິນຟ້າອາກາດຈະນຳເອົາຄວາມຮຸນແຮງຫຼາຍຂຶ້ນໄປສູ່ຊາວກະສິກອນ ແລະຄວາມຂັດສົນໃນການສະໜອງນ້ຳ.
ການເຂົ້າເຖິງອາຫານທີ່ດີເພື່ອສຸຂະພາບ ແລະ ການຫຼຸດຜ່ອນສິ່ງເສດເຫຼືອຈາກອາຫານແມ່ນເປັນນື່ງໃນບັນດາ 5 ຂົງເຂດສຳຄັນທີ່ໄດ້ລະບຸໄວ້ໃນແຜນແມ່ບົດຂອງ CSIRO. ໜ່ວຍງານດັ່ງກ່າວໄດ້ຄາດຄະເນວ່າ ນຶ່ງສ່ວນສາມຂອງການຜະລິດສະບຽງອາຫານຂອງອອສເຕຣເລຍ ຈະເສຍຖິ້ມໄປໃນແຕ່ລະປີ.
ກິດຈະກໍາດ້ານກະສິກໍາຂອງອອສເຕຣເລຍ ຖືກກໍານົດໂດຍສະພາບອາກາດ, ການມີນໍ້າໃຊ້ ແລະຄວາມໃກ້ຊິດກັບຕະຫຼາດ.
ການລ້ຽງສັດມີຂຶ້ນຢູ່ໃນທົ່ວປະເທດ, ໃນຂະນະທີ່ການປູກພືດສວນ - ຜົນຜະລິດຫມາກໄມ້, ຜັກ ແລະດອກໄມ້ - ແລະການປູກພືດ - ເຊິ່ງລວມທັງການປູກເຂົ້າເບລ່ ແລະເຂົ້າບາເລ - ໂດຍທົ່ວໄປແມ່ນຕັ້ງຢູ່ໃນເຂດແຄມທະເລ.
ການສົ່ງອອກສິນຄ້າກະສິກຳຂອງອອສເຕຣເລຍ ປີ 2021-22, ສິນຄ້າດ້ານການປະມົງ ແລະປ່າໄມ້ ມີມູນຄ່າ 51.2 ຕື້ໂດລາ, ອີງຕາມບັນທຶກຂອງທາງການ.