ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ໃຫ້ການສະໜັບສະໜຸນທາງທະຫານ​ເພີ້ມ​ເຕີມ ແກ່ຢູເຄຣນ

ແຟ້ມຮູບ-ພາບທີ່ໄດ້ຮັບການສະໜອງນີ້ ຖ່າຍເມື່ອວັນທີ 4 ມີນາ 2022, ສະແດງໃຫ້ເຫັນກອງທັບອາກາດລາດຊະອານາຈັກອອສເຕຣເລຍ C-17A Globemaster ລໍາລຽງການຊ່ວຍເຫຼືອດ້ານການປ້ອງກັນທາງທະຫານ ໄປໃຫ້ລັດຖະບານຢູເຄຣນ ຢູ່ໃນຂົງເຂດທີ່ບໍ່ໄດ້ຮັບການເປີດເຜີຍ. (Photo by Handout / Australia Defence Force/ AFP)

ອອສເຕຣເລຍ ຈະສົ່ງຍານພາຫະນະໄປໃຫ້ ຢູເຄຣນ ຕື່ມອີກ 70 ຄັນ ໃນການຊ່ວຍເຫຼືອທາງທະຫານ​ຮອບໃໝ່ 74 ລ້ານໂດລາ. ອອສເຕຣເລຍເປັນນຶ່ງໃນ​ປະ​ເທດ ທີ່ບໍ່ແມ່ນສະມາຊິກອົງການ NATO ທີ່ໃຫ້ການສະໜັບສະໜຸນ ຢູເຄຣນຫຼາຍທີ່ສຸດ ເພື່ອຂັບໄລ່ການຮຸກຮານຂອງຣັດເຊຍ. ຟີລ ເມີເຊີ, ມີລາຍງານເລື້ອງນີ້, ເຊິ່ງ ທິບ​ສຸ​ດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອອສເຕຣເລຍ ຈະສົ່ງຍານພາຫະນະ ເພີ້ມອີກ 70 ຄັນ ເພື່ອ​ເສີມ​ຂະ​ຫຍາຍຄວາມພະຍາຍາມຂອງຢູເຄຣນ ໃນການຕ້ານສົງຄາມຮຸກຮານຂອງ​ຣັດ​ເຊຍ​ທີ່​ເລີ້ມ​ມາ​ແຕ່ເດືອນກຸມພາ ປີ 2022. ຄໍາໝັ້ນສັນຍາດັ່ງກ່າວລວມມີລົດຫຸ້ມເກາະ ແລະລົດປະຕິບັດການພິເສດ, ພ້ອມທັງລົດບັນ​ທຸກ ແລະລົດລາກ. ລັດຖະບານແຄນເບີຣາ ຍັງຈະສົ່ງປືນໃຫຍ່ໄປໃຫ້ຢູເຄຣນຕື່ມອີກ ແລະເງິນສະໜັບສະໜຸນຫຼາຍກວ່າ 6 ລ້ານໂດລາ ໃຫ້ແກ່ອົງການສະຫະປະຊາຊາດ ສໍາລັບກອງທຶນດ້ານມະນຸດສະທໍາ ເພື່ອການບໍລິການດ້ານສາທາລະນະສຸກ, ບ່ອນພັກພາ​ອາ
ໄສ ແລະນໍ້າສະອາດ.

ການປະກາດໃນວັນຈັນວານນີ້ ໄດ້ເຮັດໃຫ້ການສະໜັບສະໜຸນແກ່ຢູເຄຣນຈາກ ອອສເຕຣເລຍ ມີມູນ​ຄ່າລວມ 528 ລ້ານໂດລາ, ເຊິ່ງເປັນນຶ່ງໃນປະເທດ ທີ່ບໍ່ແມ່ນສະມາຊິກອົງການ NATO ທີ່ໃຫ້ການຊ່ວຍເຫຼືອແກ່ ຢູເຄຣນ ຫຼາຍທີ່ສຸດ.

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ບອກກັບບັນດານັກຂ່າວໃນນະຄອນຫຼວງແຄນເບີຣາວ່າ ອອສເຕຣເລຍມີຄວາມມຸ້ງໝັ້ນ ທີ່ຈະສະໜັບສະໜຸນຄວາມພະຍາຍາມໃນ​ການ​ເຮັດສົງຄາມຂອງກີຢິບ.

ແຟ້ມພາບ-ທະຫານຢູເຄຣນ ໃນລະຫວ່າງການຝຶກຊ້ອມ ຢູ່ບໍລິເວນທົ່ງພຽງ Salisbury ໃນ Wiltshire, ອັງກິດ, ເຊິ່ງເປັນສະຖານທີ່ ທີ່ກອງກໍາລັງຂອງອອສເຕຣເລຍສະໜັບສະໜຸນການຝຶກຊ້ອງ ທີ່ນໍາໂດຍສະຫະລາດຊະອານາຈັກອັງກິດ ກ່ຽວກັບການຮັບສະໝັກທະຫານໃໝ່ຂອງ ຢູເຄຣນ, ວັນທີ 1 ກຸມພາ 2023. (Ben Birchall/Pool via AP)

ທ່ານອາລບານີສ ກ່າວວ່າ:

“ການສະໜັບສະໜຸນເພີ້ມເຕີມນີ້ ຈະເຮັດໃຫ້ເຫັນຄວາມແຕກຕ່າງ ໃນການຊ່ວຍ ເຫຼືອປະຊາຊົນຊາວຢູເຄຣນ ຜູ້ທີ່ສະແດງອອກເຖິງຄວາມກ້າຫານທີ່ຍິ່ງໃຫຍ່ ໃນການປະເຊີນໜ້າກັບສົງຄາມທີ່ຜິດກົດໝາຍ, ບໍ່ມີເຫດຜົນ ແລະຜິດສິນທໍາ ຂອງ ຣັດເຊຍ ຢ່າງແທ້ຈິງ. ມັນເປັນເລື້ອງອຸກອັ່ງໃຈຫຼາຍ ກ່ຽວກັບ 16 ເດືອນ ຈາກການຮຸກຮານຂອງ ຣັດເຊຍ, ເຊິ່ງຄວາມຂັດແຍ້ງທີ່ໂຫດຮ້າຍຮຸນແຮງ ຍັງຄົງດໍາເນີນຢູ່ຕໍ່ໄປ.”

ການຊ່ວຍເຫຼືອຮອບຫຼ້າສຸດຂອງອອສເຕຣເລຍ, ແນວໃດກໍຕາມ; ຍັງບໍ່​ໄດ້​ຮວມ​ທັງຄຳ​ຮ້ອງ​ຂໍອັນສຳ​ຄັນ​ຂອງຢູເຄຣນເທື່ອ: ລົດຫຸ້ມເກາະລາດຕະເວນ​ຂະ​ໜາດ​ເບົາ ຮາວກີ (Hawkei) ທີ່ຂັບເຄື່ອນດ້ວຍ 4 ລໍ້ໄດ້ຢ່າງວ່ອງໄວ ຫຼືພາຫະນະ ຫຸ້ມເກາະລຳ​ລຽງ​ພົນ Bushmaster ເພີ້ມ​ຕື່ມ​ອີກ.

ນາຍົກລັດຖະມົນຕີອາລບານີສ ຍັງໄດ້ກ່າວຕໍ່ບັນດານັກຂ່າວກ່ຽວກັບການກໍ່ກະ ບົດໂດຍກຸ່ມທະຫານຮັບຈ້າງເອກະຊົນ ແວັກເນີ້ ທີ່ບໍ່​ປະ​ສົບ​ຜົນ​ສຳ​ເລັດ ທີ່​ໄດ້​ສ້າງ​ຄວາມ​ສັ່ນ​ສະ​ເທືອນ​ຕໍ່ຣັດເຊຍໃນທ້າຍອາທິດ​ແລ້ວນີ້, ສະແດງໃຫ້ເຫັນວ່າ ການຮຸກຮານຢູເຄຣນ ໄດ້ກາຍເປັນ “ໄພພິບັດ” ຕໍ່ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ.

ນອກຈາກນັ້ນ, ສານສູງຂອງອອສເຕຣເລຍ ຍັງໄດ້ຍົກເລີກຄໍາຮ້ອງຂໍຂອງຣັດເຊຍ ເພື່ອຍຸຕິເຈົ້າໜ້າທີ່ລັດຖະບານກາງ ຈາກການເຂົ້າຄວບຄຸມສະຖານທີ່ ທີ່ພວກເຂົາເຊົ່າ ສໍາລັບສະຖານທູດແຫ່ງໃໝ່ ຢູ່ໃນນະຄອນຫຼວງແຄນເບີຣາ.ຄວາມທ້າທາຍທາງກົດໝາຍທີ່ບໍ່ປະສົບຜົນສໍາເລັດ ມີຂຶ້ນລຸນຫຼັງການຕັດສິນໃຈຂອງອອສເຕຣເລຍໃນຕົ້ນເດືອນນີ້ ເພື່ອຂັດຂວາງແຜນຂອງມົສກູ ທີ່ຈະດໍາເນີນການກໍ່ສ້າງສະຖານທູດແຫ່ງໃໝ່ໃກ້ກັບລັດຖະສະພາຂອງລັດຖະບານກາງອອສ ເຕຣເລຍ, ໂດຍອ້າງເຖິງຄວາມກັງວົນກ່ຽວກັບຄວາມໝັ້ນຄົງແຫ່ງຊາດ ທີ່ບໍ່ໄດ້ລະບຸລາຍລະອຽດໃດໆ.

ຜູ້ຊາຍຄົນນຶ່ງ ຍ່າງໄປຕາມຂ້າງຮົ້ວທີ່ອ້ອມຮອບການກໍ່ສ້າງໃນພື້ນດິນ ສໍາລັບແຜນການໃນການກໍ່ສ້າງສະຖານທູດແຫ່ງໃໝ່ຂອງ ຣັດເຊຍ ໃກ້ກັບຫໍສະພາຂອງລັດຖະບານກາງອອສເຕຣເລຍ ໃນນະຄອນຫຼວງແຄນເບີຣາ, ເຊິ່ງເປັນບ່ອນທີ່ເຈົ້າໜ້າທີ່ຕໍາຫຼວດຂອງລັດຖະບານກາງອອສເຕຣເລຍ ສັງເກດເບິ່ງຈາກລົດຂອງລາວ, ວັນທີ 23 ມິຖຸນາ 2023.

ວັງເຄຣັມລິນ ກ່າວກ່ອນໜ້ານັ້ນວ່າ ການຕັດສິນໃຈຂອງອອສເຕຣເລຍ ເພື່ອຂັດຂວາງການກໍ່ສ້າງສະຖານທູດແຫ່ງໃໝ່ ຂອງພວກເຂົາ ຢູ່ໃນນະຄອນຫຼວງແຄນເບີຣານັ້ນ ແນ່ນອນວ່າ “ເປັນການເຄື່ອນໄຫວທີ່ບໍ່ເປັນມິດອີກທາງນຶ່ງ.”

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG