ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອອສເຕຣເລຍ ເພີ້ມການຊ່ວຍເຫຼືອທາງທະຫານໃຫ້ແກ່ ຢູເຄຣນ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ເປັນເຈົ້າພາບຈັດການຖະແຫຼວງຂ່າວກບນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ, ໃນນະຄອນຫຼວງກີຢິຍ, ປະເທດຢູເຄຣນ, ເມື່ອວັນທີ 3 ກໍລະກົດ 2022.
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ເປັນເຈົ້າພາບຈັດການຖະແຫຼວງຂ່າວກບນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ, ໃນນະຄອນຫຼວງກີຢິຍ, ປະເທດຢູເຄຣນ, ເມື່ອວັນທີ 3 ກໍລະກົດ 2022.

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ ໄດ້ເດີນທາງໄປຢ້ຽມຢາມເມືອງຕ່າງໆຂອງ ຢູເຄຣນ, ບ່ອນ​ທີ່ ຣັດເຊຍ ໄດ້ຖືກກ່າວຫາວ່າ ກໍ່ອາຊະຍາກໍາສົງຄາມ ຕໍ່ພົນລະເຮືອນ. ທ່ານອາລບານິສ ຍັງໄດ້ໃຫ້ສັນ ຍາທີ່ຈະຊ່ວຍເຫຼືອທາງທະຫານເພີ້ມເຕີມໃຫ້ແກ່ ຢູເຄຣນ ປະມານ 70 ລ້ານໂດລາ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນ​ດັບຕໍ່ໄປ.

ທ່ານແອນໂທນີ ອາລບານິສ ໄດ້ເຮັດໃຫ້ຫຼາຍຄົນປະຫຼາດໃຈດ້ວຍການເດີນທາງໄປຢ້ຽມຢາມຢູເຄຣນ ໃນມື້ວັນອາທິດແລ້ວນີ້ ລຸນຫຼັງທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດ ຂອງອົງການ NATO ຢູ່ໃນນະຄອນຫຼວງມາດຣິດ ຂອງປະເທດສະເປນ. ນາຍົກລັດຖະມົນຕີຂອງອອສເຕຣເລຍ ໄດ້ໄຕ້ທຽນເພື່ອ​ລະ​ນຶກ​ເຖິງພົນລະເຮືອນທີ່ເສຍຊີວິດ ​ທີ່ຖືກຝັງໃນຂຸມຂະໜາດໃຫຍ່ຢູ່ເມືອງ​ບູ​ຊາ ໃກ້ໆກັບນະຄອນ ຫຼວງກີຢິບຂອງປະເທດຢູເຄຣນ, ເຊິ່ງທະຫານຂອງຣັດເຊຍ ໄດ້ຖືກກ່າວຫາວ່າ ປະຕິບັດການຢ່າງໂຫດຮ້າຍທາລຸນຫຼາຍໆຢ່າງ. ທ່ານກ່າວວ່າ ອອສເຕຣເລຍ ໄດ້ແບ່ງປັນຄວາມປາດຖະໜາຂອງຊຸມຊົນໂດຍການຊອກຫາຄວາມຍຸຕິທໍາໃຫ້ກັບຜູ້ທີ່ໄດ້​ຮັບເຄາະຮ້າຍ.

ທ່ານອາລບານິສ ຍັງໄດ້ເດີນທາງໄປເມືອງ​ເອີປິນ ເຊິ່ງເປັນເມືອງອີກເມືອງນຶ່ງທີ່ມີຮອຍແປ້ວຈາກສົງຄາມ, ໂດຍທ່ານໄດ້ກ່າວຕໍ່ນັກຂ່າວວ່າ ທ່ານ​ໄດ້ເຫັນການ ທໍາລາຍລ້າງຈາກສົງຄາມ, ເຊິ່ງທ່ານໄດ້ກ່າວວ່າ:

“ທີ່ນີ້ ພວກເຮົາມີໃນສິ່ງທີ່ເຫັນກັນຢ່າງຈະແຈ້ງວ່າ ແມ່ນຕຶກ​ອາ​ຄານ​ບ້ານ​ເຮືອນປະຊາຊົນ ອີກ​ຫຼັງນຶ່ງ​ແມ່ນ​ຢູ່​ທາງ​ດ້ານຫຼັງ ​ໄດ້​ຖືກໂຈມຕີຢ່າງໂຫດຮ້າຍທາລຸນ. ນີ້ແມ່ນອາຊະຍາກໍາສົງຄາມ, ມັນຄືການທໍາລາຍລ້າງ. ສິ່ງເຫຼົ່ານີ້ແມ່ນການດໍາລົງຊີວິດ ແລະການມີຊີວິດທີ່ແທ້ຈິງ ທີ່ໄດ້ສູນເສຍໄປ.”

ທ່ານອາລບານິສ ຍັງໄດ້ພົບປະກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ.

ອອສເຕຣເລຍ ກໍາລັງສົ່ງການຊ່ວຍເຫຼືອທາງທະຫານເພີ້ມເຕີມໄປໃຫ້ ຢູເຄຣນ ລວມມີລົດຫຸ້ມເກາະຫຼາຍກວ່າ 30 ຄັນ ແລະເຮືອບິນທີ່ບໍມີຄົນຂັບອີກຈໍານວນນຶ່ງ.

ແຄນເບີຣາ, ຍັງໄດ້ວາງຂໍ້ກໍານົດເພີ້ມເຕີມໃນການລົງໂທດທາງດ້ານເສດຖະກິດຕ່າງໆ ໂດຍການຫ້າມການເດີນທາງຕໍ່ລັດຖະມົນຕີ​ໃນ​ຄະ​ນະ​ລັດ​ຖ​ະ​ບານ ແລະ​ພວກ​ຊົນ​ຊັ້ນ​ຮັ່ງ​ມີ​ທີ່​ມີ​ເສັ້ນ​ສາຍຂອງຣັດເຊຍ 16 ຄົນ, ພ້ອມທັງຍຸຕິການນໍາເຂົ້າຄໍາຈາກ ຣັດເຊຍ.

ທ່ານນາງມິແຊລ ເກຣແຕນ (Michelle Grattan), ຫົວໜ້ານັກຂ່າວ ຂອງ​ອົງ​ການ​ຂ່າວ​ອອນ​ລາຍ​ນ໌ Conversation, ກ່າວ​ຕໍ່​ອົງ​ການ​ອອກ​ອາ​ກາດຂອງອອສເຕຣເລຍວ່າ ການຢ້ຽມຢາມ ຢູເຄຣນ ຂອງທ່ານ ອາລບານິສ ແມ່ນຄວາມໝາຍອັນສໍາຄັນ, ເຊິ່ງ ທ່ານນາງ ເກຣແຕນໄດ້ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ເປັນການຢ້ຽມຢາມທີ່ສໍາຄັນຫຼາຍ ເນື່ອງຈາກເປັນການເນັ້ນ ຢໍ້າເຖິງຄວາມສາມັກຄີ ທີ່ອອສເຕຣເລຍ ກໍາລັງສະແດງໃຫ້ເຫັນຢູ່ໃນສະຖານະການທີ່ໜ້າ​ຢ້ານ​ກົວດັ່ງກ່າວນີ້. ຂ້າພະເຈົ້າຄິດວ່າ ປະຊາຊົນຈະມີຄວາມຍິນດີກັບຄວາມມຸ້ງໝັ້ນອັນໃໝ່ ທີ່ນາຍົກລັດຖະມົນຕີໄດ້ໃຫ້​ໄວ້​ກ່ຽວ​ກັບ​ອຸບ​ປະ​ກອນທາງທະຫານ.”

ລັດຖະບານຂອງອອສເຕຣເລຍ ຍັງໄດ້ພິຈາລະນາທີ່ຈະເປີດສະຖານທູດຄືນຢູ່ໃນປະເທດຢູເຄຣນ.

ທ່ານອາລບານິສ ເຂົ້າຮ່ວມລາຍຊື່ຂອງຜູ້ນໍາລະດັບໂລກ ເປັນແຖວຍາວ ທີ່ໄດ້ເດີນທາງ​ໄປຢ້ຽມຢາມປະເທດຢູເຄຣນ ນັບຕັ້ງແຕ່ການຮຸກຮານຢູເຄຣນ ຂອງ ຣັດເຊຍ ໄດ້ເລີ້ມຕົ້ນຂຶ້ນເມື່ອເດືອນກຸມພາທີ່ຜ່ານມາ.

ທ່ານເດີນທາງເຂົ້າໄປຢູເຄຣນ ໂດຍຜ່ານປະເທດໂປແລນ, ເຊິ່ງເດີນທາງດ້ວຍລົດໄຟຫຸ້ມເກາະ. ທ່ານໄດ້ຖືກຄຸ້ມຄອງຢ່າງໃກ້ຊິດ ໂດຍກອງກໍາລັງພິເສດຂອງ ຢູເຄຣນ.

ຜູ້ອົບພະຍົບຊາວຢູເຄຣນຫຼາຍພັນຄົນ ໄດ້ຮັບອະນຸຍາດໃຫ້ລີ້ໄພຊົ່ວຄາວຢູ່ໃນ ອອສເຕຣເລຍ.

XS
SM
MD
LG