ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ເຊັນຂໍ້ຕົກລົງດ້ານຄວາມໝັ້ນຄົງກັບ ອັງກິດ


ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ແກຣ້ນ ແຊັບສ໌, ຊ້າຍ, ແລະ ລັດຖະມົນຕີປ້ອງກັນປະເທດ ອອສເຕຣເລຍ ທ່ານ ຣິເຈີດ ມາລສ໌ ແລກປ່ຽນເອກະສານສົນທິສັນຍາການປ້ອງກັນປະເທດ ໃນລະຫວ່າງການປະຊຸມຢູ່ສະພາແຫ່ງຊາດໃນນະຄອນຫຼວງ ແຄນເບີຣາ, 21 ມີນາ 2024. (AAP Image/Lukas Coch via Reuters)
ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ແກຣ້ນ ແຊັບສ໌, ຊ້າຍ, ແລະ ລັດຖະມົນຕີປ້ອງກັນປະເທດ ອອສເຕຣເລຍ ທ່ານ ຣິເຈີດ ມາລສ໌ ແລກປ່ຽນເອກະສານສົນທິສັນຍາການປ້ອງກັນປະເທດ ໃນລະຫວ່າງການປະຊຸມຢູ່ສະພາແຫ່ງຊາດໃນນະຄອນຫຼວງ ແຄນເບີຣາ, 21 ມີນາ 2024. (AAP Image/Lukas Coch via Reuters)

ອອ​ສ​ເຕ​ຣ​ເລຍ ແລະ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ເຊັນ​ຂໍ້​ຕົກ​ລົງ​ປ້ອງ​ກັນ​ປະ​ເທດ ແລະ ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ສະ​ບັບ​ໃໝ່​ ໃນ​ວັນ​ພະ​ຫັດ​ວານນີ້ ທີ່​ຈະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວ​ ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ ເຮັດ​ໃ​ຫ້​ມັນ​ງ່າຍຂຶ້ນ​ສຳ​ລັບ​ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ທີ່ຈະປະ​ຕິ​ບັດ​ງານ​ຮ່ວມ​ກັນ​ໃນ​ປະ​ເທດ​ຂອງ​ກັນ​ແລະ​ກັນ, ແລະ ຂະ​ຫຍາຍ​ໂຄງ​ການ​ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ​ໃໝ່​ກັບ ສະ​ຫະ​ລັດ. ນັກ​ຂ່າວ​ວີ​ໂອ​ເອ ຟິ​ລ ເມີ​ເຊີ, ມີ​ລາຍ​ງານ​ຈາກ​ນະ​ຄອນ ຊິດ​ນີ, ເຊິ່ງ ພຸດ​ທະ​ສອນ ມີ​ລາຍ​ງານ.

ອອ​ສ​ເຕ​ຣ​ເລຍ ໄດ້​ກ່າວ​ວ່າ​ ສົນ​ທິ​ສັນ​ຍາ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ປ້ອງ​ກັນ​ປະ​ເທດ​ສະ​ບັບ​ໃໝ່​ຈ​ະ​ປັບ​ປຸງ​ສາຍ​ພົວ​ພັນ​ທີ່​ມີ​ມາ​ຍາວ​ນານ​ຂອງ​ເຂົາ​ເຈົ້າ​ກັບ ອັງ​ກິດ “ເພື່ອ​ບັນ​ລຸ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ທ່ານ ຣິ​ເຈີດ ມາ​ລ​ສ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ໃນ​ຂະ​ນະ​ທີ່ “ໂລກ​ກາຍ​ມາ​ມີ​ຄວາມ​ຊັບ​ຊ້ອນກວ່າ​ເກົ່າ ແລະ ບໍ່​ແນ່ນອນ, ພວກ​ເຮົາ​ຕ້ອງ​ປັບ​ສາຍ​ພົວ​ພັນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພວກ​ເຮົາ​ໃຫ້​ທັນ​ສະ​ໄໝ​.”

ຂໍ້​ຕົກ​ລົງ​ໃໝ່​ທີ່ຖືກ​ເຊັນ​ເມື່ອ​ວັນ​ພະ​ຫັດ​ວານ​ນີ້ ຈະ​ຂະ​ຫຍາຍ​ພັນ​ທະ​ມິດ AUKUS 2021, ເຊິ່ງ​ຖືກ​ອອກ​ແບບ​ມາ​ເພື່​ອ​ອະ​ນຸ​ຍາດ​ໃຫ້ ອ​ອ​ສ​ເຕ​ຣ​ເລຍ ສ້າງກອງ​ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ​ມູນ​ຄ່າຫຼາຍ​ພັນ​ລ້ານ​ໂດ​ລາ​ໃໝ່ ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ ສະ​ຫະ​ລັດ ແລະ ອັງ​ກິດ.

ທ່ານ ມາ​ລ​ສ໌ ຕໍ່​ມາ​ໄດ້​ບອກ​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ແຄນ​ເບີ​ຣາ ວ່າ​ ຂໍ້​ຕົກ​ລົງ​ຮອບ​ດ້ານ​ດັ່ງ​ກ່າວ ​ກັບ ອັງ​ກິດ ແມ່ນ​ເປັນ​ພື້ນ​ຖານ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ອອ​ສ​ເຕ​ຣ​ເລຍ.

ທ່ານ ມາ​ລ​ສ໌ ກ່າວ​ວ່າ “ມັນ​ໄດ້​ສະ​ທ້ອນ​ເຖິງ​ສາຍ​ພົວ​ພັນ​ທີ່​ໄດ້​ກາຍ​ມາ​ເປັນ​ຍຸດ​ທະ​ສາດຫຼາຍ​ຂຶ້ນ, ສາຍ​ພົວ​ພັນ​ທີ່​ມີ​ຄວາມ​ສຳ​ຄັນ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທີ່​ໃຫຍ່ກວ່າຫຼາຍ. ຍ້ອນ​ເຫດ​ຜົນ​ນັ້ນ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ຈຶ່ງ​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ພາກ​ພື້​ນ ອິນ​ໂດ-ປາ​ຊີ​ຟິກ ​ທີ່ຫຼາຍກວ່າທີ່​ເຮົາ​ເຄີຍ​ເຫັນ​ເປັນ​ເວ​ລາ​ດົນ​ນານ. ພວກ​ເຮົາ​ຍັງ​ໄດ້​ເວົ້າ​ໃນ​ມື້ນີ້ ກ່ຽວ​ກັບ AUKUS, ເຊິ່ງ​ບາງ​ເທື່ອ, ຢູ່​ໝາກ​ຫົວ​ໃຈ​ຂອງ​ສາຍ​ພົວ​ພັນ​ດ້ານ​ຍຸດ​ທະ​ສາດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ​ລະ​ຫວ່າງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ, ທ່ານ ແກ​ຣ້ນ ແຊັບ​ສ໌, ແມ່ນ​ໄດ້​ເດີນ​ທາງ​ໄປ ອອ​ສ​ເຕ​ຣ​ເລຍ ສຳ​ລັບ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປະ​ຈຳ​ປີ ​ລະ​ຫວ່າງ ອອ​ສ​ເຕ​ຣ​ເລຍ ແລະ ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ເຊິ່ງ​ຖືກ​ຈັດ​ຂຶ້ນ​ທຳ​ອິດ​ໃນ​ປີ 2006. ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ການ​ເຈ​ລະ​ຈາ​ສອງ​ຝ່າຍ​ຍັງ​ຈະ​ລວມ​ມີ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ ຢູ​ເຄ​ຣນ, ສັນ​ຕິ​ພາບ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ, ຄວາມ​ຮຸນ​ແຮງ​ທີ່​ອີງ​ໃສ່​ເພດ​ ໃນ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ການ​ຄ້າ.

ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ປະ​ເທດ​ທີ່​ຖືກ​ເຊັນ​ໃນ​ວັນ​ພະ​ຫັດ​ວານນີ້​ ລວມ​ມີ​ຂໍ້​ກຳ​ນົດ​ຕ່າງໆ​ເພື່ອ​ເຮັດ​ໃຫ້​ມັນ​ງ່າຍກວ່າ​ເກົ່າ​ສຳ​ລັບ​ກອງ​ກຳ​ລັງ ອອ​ສ​ເຕ​ຣ​ເລຍ ແລະ ອັງ​ກິດ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ໃນ​ປະ​ເທດ​ຂອງ​ກັນ​ແລະ​ກັນ, ຄ້າຍ​ຄື​ກັບ​ການ​ຊ້ອມ​ລົບ​ຮ່ວມ​ຂອງກອງ​ທະ​ຫານ ຢູ​ເຄ​ຣນ ໃນ ອັງ​ກິດ. ມັນ​ຈະ​ມີ​ການ​ຮ່ວມ​ມື​ທີ່​ໃກ້​ຊິດກວ່າ​ເກົ່າ ກ່ຽວ​ກັບ ສົງ​ຄາມ​ໃຕ້​ນ້ຳ, ການ​ສືບ​ລັບ ແລະ ການ​ຊ້ອມ​ລົບທາງດ້ານທະ​ຫານ.

ທ່ານ ແຊັບ​ສ໌ ໄດ້​ກ່າວ​ໃນ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ແຄນ​ເບີ​ຣາ ວ່າ ສົນ​ທິ​ສັນ​ຍາ​ນັ້ນ​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ໃນ​ທົ່ວ​ໂລກ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ.

ທ່ານ ແຊັບ​ສ໌ ກ່າວ​ວ່າ “ພວກ​ເຮົາ​ຢື​ນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ ໃນ​ທຸ​ກວິ​ທີ​ທີ່​ວ່ານີ້ ແລະ ໃນຫຼາຍ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ, ແລະ ສິ່ງ​ທີ່​ໄດ້​ດົນ​ໃຈ​ຂ້າ​ພະ​ເຈົ້າ​ທີ່​ສຸດ​ໃນ​ສອງ​ສາມ​ຊົ່ວ​ໂມງ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ທີ່ນີ້​ກັບ​ທ່ານ ​ກໍແມ່ນ​ຂະ​ໜາດ​ຂອງ​ໄລ​ຍະ​ທາງ​ບໍ່​ໄດ້​ເປັນ​ສິ່ງ​ກີດ​ຂວາງ​ຕໍ່​ພວກ​ເຮົາ​ເລີຍ ເພາະ​ວ່າ ​ພວກ​ເຮົາ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ໃນ​ວິ​ໄສ​ທັດ​ຂອງ​ພວກ​ເຮົາ​ ກ່ຽວ​ກັບ ໂລກ ແລະ ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ແລ້ວ ແລະ ພວກ​ເຮົາ​ແມ່ນ​ປະ​ເທດ​ທີ່​ດຳ​ເນີນ​ກາ​ນ​ລ່ວງ​ໜ້າ ທີ່​ກຽມ​ພ້ອມ​ທີ່​ຈະ​ລຸກ​ຂຶ້ນ ແລະ ຮັບ​ປະ​ກັນ​ວ່າ ​ພວກ​ເຮົາ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ໂລກ.”

ການ​ປະ​ກາດ ກ່ຽວ​ກັບ ຂໍ້​ຕົກ​ລົງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ສະ​ບັບ​ໃໝ່​ລະ​ຫວ່າງ ແຄນ​ເບີ​ຣາ ແລະ ລອນດອນ ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ ອອ​ສ​ເຕ​ຣ​ເລຍ ໄດ້​ຕ້ອນ​ຮັບ​ນັກ​ການ​ທູດ​ອາ​ວຸ​ໂສ​ທີ່​ສຸດ​ຂອງ ຈີນ ທີ່​ໄປ​ຢ້ຽມ​ຢາມຄື​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ຫວັງ ຢີ.

ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ຄວາມ​ດຸ​ຮ້າຍ​ຍິ່ງ​ຂຶ້ນ​ຂອງ ຈີນ ແມ່ນ​ແຮງ​ຈູງ​ໃຈ​ທີ່​ສຳ​ຄັນ​ທີ່ຢູ່​ເບື້ອງຫຼັງ​ຂໍ້​ຕົກ​ລົງ AUKUS ສາມ​ຝ່າຍ, ແຕ່ ຈີນ ໄດ້​ກ່າວຫາ ອອ​ສ​- ເຕ​ຣ​ເລຍ, ອັງ​ກິດ ແລະ ສະ​ຫະ​ລັດ ກ່ຽວ​ກັບ “ການ​ມີ​ຄວາມ​ຄິດ​ແບບ​ສົງ​ຄາມ​ເຢັນ,” ໂດຍເວົ້າ​ວ່າ ​ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ກ້າວ​ເຂົ້າ​ສູ່ “ເສັ້ນ​ທາງ​ຂອງ​ຄວາມ​ຜິດ​ພາດ ແລະ ອັນ​ຕະ​ລາຍ.”

ວັນ​ພະ​ຫັດ​ວານນີ້, ລັດ​ຖະ​ບານ ແຄ​ນ​ເບີ​ຣາ ຍັງ​ໄດ້​ປະ​ກາດ​ຂໍ້​ຕົກ​ລົງຫຼາຍ​ລ້ານ​ໂດ​ລາ​ສະ​ບັບໃໝ່ ເພື່ອ​ສົ່ງ​ລົດ​ທະ​ຫານ​ໄປ ເຢຍ​ຣະ​ມັນ. ໃນ​ຂໍ້​ຕົກ​ລົງ​ການ​ສົ່ງ​ອອກ​ອຸ​ປະ​ກອນ​ປ້ອງ​ກັນ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ ອອ​ສ​ເຕ​ຣ​ເລຍ ນັ້ນ, ລົດ​ຕິດ​ອາ​ວຸດ Boxer 100 ຄັນ​ຈະ​ຖືກ​ສົ່ງ​ໄປ​ໃຫ້​ກອງ​ທັບ​ບົກ ເຢຍ​ຣະ​ມັນ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG