ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອ​ສ​ເຕ​ຣ​ເລຍ ກ່າວ​ວ່າ ຕົນ​ຄົ້ນ​ພົບ​ແຜນ​ການ​ແຊກ​ແຊງ​ຂອງ​ອີ​ຣ່ານ


ແຟ້ມ - ກຳ​ປັ່ນ​ລົບ ພວມ​ແລ່ນ​ກາຍໂຮງ​ລະ​ຄອນ ທີ່​ນະ​ຄອນ​ຊິດ​ນີ ໃນ​ການ​ທົ​ບ​ທວນ​ກຳ​ລັງ​ເມື່ອ​ວັນ​ທີ 4 ຕຸ​ລາ 2013.
ແຟ້ມ - ກຳ​ປັ່ນ​ລົບ ພວມ​ແລ່ນ​ກາຍໂຮງ​ລະ​ຄອນ ທີ່​ນະ​ຄອນ​ຊິດ​ນີ ໃນ​ການ​ທົ​ບ​ທວນ​ກຳ​ລັງ​ເມື່ອ​ວັນ​ທີ 4 ຕຸ​ລາ 2013.

ອົງການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ ພວກເຂົາ​ໄດ້​ສະ​ກັດ​ກັ້ນ ​ແຜນການ​ແຊກ​ແຊງ​ຂອງ​ອີຣ່ານ. ການສົມຮູ້ຮ່ວມຄິດນີ້​ແມ່ນ​ຮວມທັງ​ການ​ກ່າວ​ຫາ​ວ່າ ມີການສອດແນມ ເບິ່ງບ້ານ ຂອງຊາວອອສເຕຣເລຍເຊື້ອ​ສາຍ​ອີ​ຣ່ານ ທີ່ພົວພັນກັບການປະທ້ວງ ຂອງຊາວອອສເຕຣເລຍ ກ່ຽວກັບ ການເສຍຊີວິດຂອງນາງ Mahsa Amini ໃນອີຣ່ານປີກາຍນີ້. Phil Mercer ລາຍງານຈາກນະ​ຄອນ Sydney.

ລັດຖະມົນຕີກະຊວງພາຍໃນຂອງອອສເຕຣເລຍ ທ່ານ​ນາງ Clare O'Neil ໄດ້ເປີດເຜີຍການສົມຮູ້ຮ່ວມຄິດ ໃນຄຳປາໄສ ທີ່ມະຫາວິທະຍາໄລແຫ່ງຊາດ ອອສເຕຣເລຍ ໃນວັນອັງຄານຜ່ານ​ມານີ້.

ທ່ານ​ນາງ​ກ່າວ​ວ່າ ຊາວ​ອອ​ສ​ສເ​ຕຣ​ເລຍເຊື້ອ​ສາຍ​ອີ​ຣ່ານ ຕົກເປັນ​ເປົ້າ​ໝາຍ​ຂອງ​ພວກ​ກະ​ທຳ​ຜິດ ​ທີ່​ຮັບ​ຄຳ​ສັ່ງ​ຈາກ​ອີ​ຣ່ານ ແລະ​ ແຜນການ​ດັ່ງ​ກ່າວ​ ໄດ້​ຖືກ​ເປີດ​ເຜີຍ​ໂດຍ ASIO, ຊຶ່ງແມ່ນອົງ​ການ​ຂ່າວກອງດ້ານຄວາມໝັ້ນຄົງຂອງອອສເຕຣເລຍ.

ທ່ານນາງ O'Neil ກ່າວ​ວ່າ ລັດຖະບານ​ຂອງອອດເຕຣເລຍ​ຈະ "ບໍ່​ຍອມ​ທົນ​ຕໍ່​ການ​ກະທຳ​ທີ່ບໍ່ເປັນມິດ​ໃນ​ຮູບ​ແບບ​ຂອງການສອດແນມ, ການຄຸກຄາມ ຫຼື​ການ​ຂົ່ມຂູ່​ຕໍ່​ບຸກຄົນ ຫຼື​ສະມາຊິກ​ໃນ​ຄອບຄົວ... ​ໃນ​ອອສເຕຣເລຍ".

"ພວກເຮົາມີບາງຄົນທີ່ອາໄສຢູ່ໃນປະເທດຂອງເຮົາ ທີ່ຖືກຕິດຕາມ, ເຝົ້າເບິ່ງ, ຖ່າຍຮູບ, ເຮືອນຂອງພວກເຂົາຖືກບຸກລຸກໂດຍບຸກຄົນທີ່ຢູ່ພາຍໃຕ້ການຊີ້ນໍາຂອງອໍານາດຕ່າງປະເທດ. ສິ່ງທີ່ກຳລັງເກີດຂື້ນໃນອອສເຕຣເລຍ ແລະ ມັນເປັນສິ່ງທີ່ອົງ​ການ ASIO ໄດ້ດຳເນີນການ ຢ່າງຈິງຈັງ. ດັ່ງນັ້ນ, ຂ້ອຍຕ້ອງ ການໃຫ້ປະຊາຊົນເ ຂົ້າໃຈຕໍ່ບັນ​ດາປະເທດ ທີ່ດໍາເນີນການຢູ່ໃນເງົາເຫຼົ່ານັ້ນ, ພວກເຮົາມີຂໍ້ຄວາມງ່າຍໆ - ພວກເຮົາກໍາລັງເບິ່ງເຈົ້າຢູ່."

ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ທີ່​ຜ່ານ​ມາ, ອຳ​ນາດ​ການປົກຄອງ ​ພາຍ​ໃຕ້​ການ​ນຳ​ພາ​ທາງສາ​ສະ​ໜາ​ຂອງ​ອີຣານ ​ໄດ້​ຮັບ​ຄວາມ​ກົດ​ດັນ​ຈາກ​ການ​ປະ​ທ້ວງ​ພາຍ​ໃນ​ປະ​ເທດ ​ເພື່ອ​ຕອບ​ໂຕ້​ຕໍ່ການ​ເສຍ​ຊີວິດຂອງນາງ Mahsa Amini ​ໄວ 22 ປີ ໃນລະຫວ່າງ​ການ​ຄວບຄຸມໂຕຂອງ​ຕຳຫຼວດ.

ອອສເຕຣເລຍໄດ້​ປະ​ນາມສິ່ງທີ່​ເອີ້ນ​ວ່າ “ການ​ຕອບ​ໂຕ້ຢ່າງ​ໂຫດ​ຮ້າຍ” ຂອງ​ອີ​ຣ່ານ ຕໍ່​ການ​ປະ​ທ້ວງ.

ຄວາມຄຽດແຄ້ນຢູ່ໃນອີຣ່ານໄດ້ແຜ່ລາມໄປທົ່ວໂລກ. ມີ​ການ​ໂຮມ​ຊຸມ​ນຸມ​ຕ້ານ​ລັດ​ຖະ​ບານ​ຄັ້ງໃຫຍ່ ​ຢູ່​ໃນ​ອອສເຕຣເລຍ ​ໃນ​ເດືອນ​ທັນ​ວາ​ຜ່ານ​ມາ.

ລັດຖະບານ Canberra ​ໄດ້​ວາງ​ມາດ​ຕະການລົງໂທດ (ຂ້ວມບາດ) ​ທາງ​ດ້ານ​ການ​ເງິນ​ຕໍ່​ເຈົ້າ​ໜ້າທີ່​ຜູ້ບັງຄັບ​ໃຊ້​ກົດໝາຍ​ຂອງ​ອິຣ່ານຫຼາຍ​ຄົນ ​ແລະ​ໄດ້​ສັ່ງ​ຫ້າມ​ການ​ເດີນທາງຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ນາງ O'Neil ກ່າວວ່າ: ຊຸມຊົນຊາວອົບພະຍົບອື່ນໆໃນອອ​ສເຕຣເລຍໄດ້ປະເຊີນກັບຄວາມກົດດັນ "ເມື່ອພວກເຂົາປະທ້ວງໂດຍສັນຕິ ກ່ຽວກັບການກະ ທຳ ຂອງລັດຖະບານ ຢູ່ທີ່ບ້ານເກີດຂອງພວກເຂົາ."

ທ່ານ​ນາງ​ກ່າວ​ເຕືອນ​ວ່າ “ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ​ບໍ່​ພຽງ​ແຕ່​ມາ​ຈາກ​ປະ​ເທດ​ດຽວ​ເທົ່າ​ນັ້ນ – ມັນກຳລັງ​ຖືກ​ດຳ​ເນີນ​ການ ​ແລະ ຊີ້​ນຳ ​ໂດຍ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ.”

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG