ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປັບປຸງແຜນການຕ່າງໆ ເພື່ອຮັບມືກັບໄພພິບັດທາງທໍາມະຊາດ

ແຟ້ມຮູບ-ເຮືອລໍານຶ່ງ ແລ່ນຜ່ານກ້ອງຂົວຊິດນີ ຮາເບີ ແລະຕໍ່ໜ້າອາຄານຊິດນີໂອເປຣາ ໃນລະຫວ່າງທີ່ມີລົມພັດ ແລະຝົນຕົກແຮງກະທົບໃສ່ໂຕເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 28 ພະຈິກ 2018.
ແຟ້ມຮູບ-ເຮືອລໍານຶ່ງ ແລ່ນຜ່ານກ້ອງຂົວຊິດນີ ຮາເບີ ແລະຕໍ່ໜ້າອາຄານຊິດນີໂອເປຣາ ໃນລະຫວ່າງທີ່ມີລົມພັດ ແລະຝົນຕົກແຮງກະທົບໃສ່ໂຕເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 28 ພະຈິກ 2018.

ໂດຍ​ທີ່ສະພາບອາກາດ ລາ ນີຍາ (La Nina) ກໍາລັງເກີດຂຶ້ນເປັນຄັ້ງທີສາມ, ປະເທດອອສເຕຣເລຍພ​ວມປ່ຽນແປງ​ວິ​ທີ​ການຮັບມືກັບໄພພິບັດທໍາມະຊາດຂອງພວກເຂົາເຈົ້າ. ສອງໜ່ວຍງານສຸກເສີນທີ່ສໍາຄັນຂອງປະເທດໄດ້ຖືກ​ຮວມເຂົ້າກັນ ລຸນຫຼັງທີ່ມີການຕໍາໜິຕິຕຽນ ກ່ຽວກັບການຮັບມືກັບເຫດການນໍ້າຖ້ວມຄັ້ງປະຫວັດສາດຂອງພາກລັດ ໃນຊ່ວງຕົ້ນປີນີ້. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ຈະ​ນຳ​ເອົາລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອອສເຕຣເລຍ ກໍາລັງກຽມຮັບມືກັບຄວາມເສຍຫາຍທີ່ອາດຈະເກີດຂຶ້ນໄດ້ໃນຊ່ວງລະດູໃບໄມ້ປົ່ງ ແລະຊ່ວງລະດູຮ້ອນ.

ພາຍຸທີ່ຮ້າຍແຮງຕ່າງໆ, ປະລິມານຂອງນໍ້າຝົນທີ່ຕົກລົງມາແບບໜັກໜ່ວງ, ແລະພາຍຸໝາກເຫັບຂະໜາດໃຫຍ່ ຄາດວ່າຈະມີ​ຜົນກະທົບໃສ່ພາກຕາເວັນອອກຂອງປະເທດໃນໄລຍະສາມເດືອນຂ້າງໜ້ານີ້, ໃນຂະນະທີ່ໄຟປ່າ ທີ່ຄາດວ່າຈະເກີດຂຶ້ນຢູ່ໃນ​ຫຼາຍໆ​ເຂດ ທາງພາກເໜືອຂອງປະເທດ.

ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຢືນພາຍເຮືອຢູ່ເທິງແຜ່ນກະດານ ຜ່ານບໍລິເວນນໍ້າຖ້ວມຢູ່ເທິງຖະໜົນ ໃນເມືອງວິນເຊີ, ບໍລິເວນນອກເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຢືນພາຍເຮືອຢູ່ເທິງແຜ່ນກະດານ ຜ່ານບໍລິເວນນໍ້າຖ້ວມຢູ່ເທິງຖະໜົນ ໃນເມືອງວິນເຊີ, ບໍລິເວນນອກເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ.

ສະພາບອາກາດ ລາ ນີຍາ ກໍາລັງເກີດຂຶ້ນອີກຄັ້ງເປັນຄັ້ງທີສາມຕິດຕໍ່ກັນ, ເຊິ່ງໂດຍທົ່ວໄປແລ້ວ ຈະເຮັດໃຫ້ມີຝົນຕົກໜັກ ໃນລະດັບທີ່ສູງກວ່າປົກກະຕິ ຂອງຊ່ວງລະດູບານໃໝ່ ແລະລະດູຮ້ອນ. ນັກຊ່ຽວຊານກ່ຽວກັບການປ່ຽນແປງຂອງສະພາບອາກາດໄດ້ເຕືອນວ່າ ສະພາບອາກາດຂອງໂລກທີ່ຮ້ອນຂຶ້ນ ກໍາລັງເຮັດໃຫ້ແບບແຜນຂອງຂອງສະພາບອາກາດຕາມທໍາມະຊາດ ປ່ຽນແປງໄປໃນທາງທີ່ຊຸດໂຊມລົງຕື່ມ.

ປະເທດອອສເຕຣເລຍ ໄດ້ຈັດຕັ້ງ​ອົງ​ການ​ຄຸ້ມ​ຄອງເຫດການສຸກເສີນແຫ່ງຊາດ, ເຊິ່ງເປັນການເຮັດວຽກລວມກັນ ລະຫວ່າງສອງ​ພະ​ແນກ​ການຂອງລັດຖະບານ ເຊັ່ນ ໜ່ວຍງານຟື້ນຟູແຫ່ງຊາດ ແລະໜ່ວຍງານຮັບ​ມືກັບເຫດການສຸກເສີນຂອງປະເທດອອສເຕຣເລຍ.

ເຈົ້າໜ້າທີ່ທາງການກ່າວວ່າ ​ອົງ​ການໃໝ່ນີ້ຈະຍົກລະດັບການຮັບມືກັບໄພພິບັດ ທໍາມະຊາດ ຂອງອອສເຕຣເລຍ. ໃນຊ່ວງໄລຍະຕົ້ນປີນີ້, ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກເຫດການນໍ້າຖ້ວມໃນບາງແຫ່ງ ມີຄວາມຈໍາເປັນຕ້ອງຫາທາງປ້ອງກັນພວກເຂົາເຈົ້າເອງ ເນື່ອງຈາກໜ່ວຍງານຮັບ​ມື​ກັບ​ເຫດ ການສຸກເສີນ ບໍ່ສາມາດເຂົ້າໄປໃຫ້ການຊ່ວຍເຫຼືອໄດ້ທົ່ວເຖິງ. ບັນດາອາສາສະໝັກ ຢູ່ໃນເມືອງລິສມໍ (Lismore) ເຊິ່ງຕັ້ງຢູ່ທາງທິດເໜືອຂອງນະຄອນຊິດນີ ໄດ້ພາກັນເອົາເຮືອນ້ອຍ ແລະເຮືອອື່ນໆ ເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ໃນບໍລິເວນທີ່ມີນໍ້າຖ້ວມກະທັນຫັນ ແລະຮຸນແຮງ.

ແຟ້ມ-ປະຊາຊົນຢູ່ໃນທ້ອງຖິ່ນ ພາກັນຢືນເຍິ່ງສວນສາທາລະນະ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເນື່ອງຈາກຝົນຕົກໜັກຢູ່ບໍລິເວນຂົງເຂດ ແຄມເດິນ ຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 3 ກໍລະກົດ 2022.
ແຟ້ມ-ປະຊາຊົນຢູ່ໃນທ້ອງຖິ່ນ ພາກັນຢືນເຍິ່ງສວນສາທາລະນະ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເນື່ອງຈາກຝົນຕົກໜັກຢູ່ບໍລິເວນຂົງເຂດ ແຄມເດິນ ຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 3 ກໍລະກົດ 2022.

ທ່ານເມີເຣ ວັດທ໌ (Murray Watt), ລັດຖະມົນຕີຮັບ​ມືກັບ​ເຫດ​ການສຸກເສີນຂອງລັດຖະບານກາງ ກ່າວກັບສະຖານີອອກອາກາດ ຂອງອອສເຕຣເລຍວ່າ ປັດຈຸບັນນີ້ ເຈົ້າໜ້າທີ່ຈະ​ຕ້ອງ​ໄດ້ມີການກະກຽມທີ່ດີຂຶ້ນກວ່າເກົ່າ, ເຊິ່ງທ່ານກ່າວວ່າ:

“ມັນຈະເປັນຊ່ວງເວລາທີ່ຫຍຸ້ງຍາກຫຼາຍ ແລະດ້ວຍເຫດນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ໃນຖານະລັດຖະບານກາງ ພວກເຮົາມີການກະກຽມທີ່ຄົບຊຸດ. ດ້ວຍການປະຕິບັດງານຮ່ວມກັນ, ຮັບມືກັບສະຖານະການໄພພິບັດ, ແລະຄວາມອາດສາ ມາດໃນການຟື້ນຟູຕໍ່ສະພາບການໄພພິບັດຂອງລັດຖະບານກາງ ມັນໄດ້ນໍາພາໄປສູ່ຄວາມພະຍາຍາມໃນການປະສານງານກັນຫຼາຍຂຶ້ນ.”

ໃນຊ່ວງ 18 ເດືອນທີ່ຜ່ານມາ, ຫຼາຍຊຸມຊົນຢູ່ໃນປະເທດອອສເຕຣເລຍ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ເຊິ່ງບາງພື້ນທີ່ ໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼາຍກວ່ານຶ່ງຄັ້ງ.

ແຟ້ມ-ຜູ້ໂດຍສານຄົນນຶ່ງ ໂບກມືຂໍຄວາມຊ່ວຍເຫຼືອ ໃນຂະນະທີ່ນໍ້າຖ້ວມໄດ້ໄຫຼພັດເຂົ້າມາບໍລິເວນສີ່ແຍກ ໃນເມືອງ ຕຸວູມບາ (Toowoomba), ຫ່າງອອກໄປທາງທິດຕາເວັນຕົກຈາກນະຄອນ ບຣິສເບນ 105 ກິໂລແມັດ ຫຼື 65 ໄມລ໌, ປະເທດອອສເຕຣເລຍ, ວັນທີ 10 ມັງກອນ 2011.

ອີງຕາມລາຍງານຈາກສະພາປະກັນໄພຂອງປະເທດອອສເຕຣເລຍເປີດເຜີຍວ່າ ໄດ້ມີການຄາດການໄວ້ວ່າເຮືອນ 1 ໃນ​ທຸກໆ 10 ຫຼັງຂອງປະຊາຊົນຊາວອອສເຕຣເລຍ ມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ນັກຊ່ຽວຊານອີກສ່ວນນຶ່ງຢູ່ໃນອອສເລຍ ກໍາລັງຮຽກຮ້ອງໃຫ້ຊຸມຊົນຕ່າງໆພາກັນກຽມແຜນການຕ່າງໆ ເພື່ອຫຼີກລ້ຽງ ແລະຫຼົບໜີຈາກໄພນໍ້າຖ້ວມ. ສິ່ງຕ່າງໆເຫຼົ່ານີ້ ລວມທັງການສັງເກດຫາເສັ້ນທາງເພື່ອໄປຢູ່ໃນທີ່ທີ່ປອດໄພ, ຕ້ອງມີນໍ້າມັນຢູ່ໃນຖັງນໍ້າມັນລົດຢ່າງໜ້ອຍເຄິ່ງຖັງ, ແລະພາກັນມອດໄຟ, ເຕົາແກັສ, ແລະນໍ້າ ທີ່ເປັນສິ່ງສໍາຄັນຫຼັກ ກ່ອນພາກັນອອກເດີນທາງ.

ອອສເຕຣເລຍ ເປັນດິນແດນທີ່ມັກມີສະພາບການທາງທໍາມະຊາດທີ່ຮຸນແຮງ. ຄື້ນຄວາມຮ້ອນ ແມ່ນໄພທໍາມະຊາດທີ່ຮຸນແຮງ ແລະ​ເປັນອັັນຕະລາຍທີ່ສຸດ.

ແຟ້ມ-ນັກດັບເພີງ ກໍາລັງຕໍ່ສູ້ກັບການມອດໄຟປ່າ ຢູບໍລິເວນ ວູໂຣລູ, ໃກ້ກັບເມືອງເພີດທ໌, ປະເທດອອສເຕຣເລຍ, ວັນທີ 1 ກຸມພາ 2021.
ແຟ້ມ-ນັກດັບເພີງ ກໍາລັງຕໍ່ສູ້ກັບການມອດໄຟປ່າ ຢູບໍລິເວນ ວູໂຣລູ, ໃກ້ກັບເມືອງເພີດທ໌, ປະເທດອອສເຕຣເລຍ, ວັນທີ 1 ກຸມພາ 2021.

ຈາກການສອບຖາມລາຍລະອຽດເພີ້ມເຕີມທີ່ເປັນທາງການໃນລະຫວ່າງປີ 2019 ຫາ 2020, ສະພາບໄຟປ່າໄດ້ເຕືອນວ່າ ການປ່ຽນແປງຂອງສະພາບອາກາດ ບໍ່ສາມາດທີ່ຈະຫຼີກລ້ຽງໄດ້ເລີຍ, ແລະນັ້ນ “ຄືການລວມກັນຂອງໄພພິບັດ” ຢູ່ໃນປະເທດອອສເຕຣເລຍ ທີ່ຈະເກີດຂຶ້ນຫຼາຍກວ່າທີ່ເຄີຍມີມາ.

ລາຍງານປະຈໍາເດືອນຕຸລາຂອງປີ 2020 ຂອງຄະນະກໍາມາທິການ ຮັບ​ມືກັບໄພພິບັດທໍາມະຊາດເປີດເຜີຍວ່າ ໄພອັນຕະລາຍທາງທໍາມະຊາດ ເຊັ່ນໄຟປ່າ, ນໍ້າຖ້ວມ ແລະພາຍຸຕ່າງໆ ອາດຈະເກີດຂຶ້ນໃນໄລຍະເວລາດຽວກັນ ຫຼືເກີດຂຶ້ນໃນແຕ່ລະຄັ້ງ ຫຼັງຈາກເຫດການນຶ່ງເກີດຂຶ້ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG