ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຫາທາງຫ້າມປາມ ພວກອົບພະຍົບ ຕະຫຼອດຊີວິດ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນພັກ ໃນລະຫວ່າງການຊຸມນຸມ
ໃນເມືອງ Sydney. 3 ກໍລະກົດ, 2016.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນພັກ ໃນລະຫວ່າງການຊຸມນຸມ ໃນເມືອງ Sydney. 3 ກໍລະກົດ, 2016.

ສະພາແຫ່ງຊາດຂອງ ອອສເຕຣເລຍ ມີກຳນົດຈະລົງຄະແນນສຽງໃນສັບປະດາໜ້າ ກ່ຽວ ກັບ ແຜນການທີ່ຈະຫ້າມອົບພະຍົບທຸກໆຄົນຜູ້ທີ່ເດີນທາງຮອດປະເທດໂດຍເຮືອ ບໍ່ໃຫ້ ໄດ້ຮັບວີຊາເພື່ອອາໄສຢູ່ໃນປະເທດ ຫຼື ແມ່ນກະທັ້ງຢ້ຽມຢາມປະເທດ ຫຼື ສ້າງຕັ້ງທຸລະກິດ ນຳດ້ວຍ. ນາຍົກລັດຖະມົນຕີ ທ່ານ Malcolm Turnbull ໄດ້ກ່າວວ່າ

ການຫ້າມຕະຫຼອດຊີວິດແມ່ນກຳລັງຖືກບັນຍັດ ເພື່ອຍັບຢັ້ງພວກລັກລອບຂົນສິ່ງຂອງຜິດ ກົດໝາຍ ຜູ້ທີ່ນຳເອົາພວກຍົກຍ້າຍຖິ່ນຖານເຂົ້າສູ່ປະເທດ ອອສເຕຣເລຍ. ທ່ານ Turnbull ກ່າວວ່າ "ນີ້ແມ່ນການຕໍ່ສູ້ຂອງຄວາມຕັ້ງໃຈ ລະຫວ່າງ ປະຊາຊົນ ອອສເຕຣ ເລຍ, ຜູ້ທີ່ໄດ້ເປັນຕົວແທນໂດຍລັດຖະບານຂອງພວກເຂົາເຈົ້າ, ແລະ ກຸ່ມອາຊະຍາ ກອນ ກ່ຽວກັບ ການລັກລອບນຳເອົາຄົນເຂົ້າປະເທດ.”

ແນວໃດກໍຕາມ, ເມື່ອມະຕິທີ່ຖືກສະເໜີ ແມ່ນຄວນຈະເພັ່ງເລັງໃສ່ການຍັບຢັ້ງພວກລັກ ລອບນຳສິ່ງທີ່ຜິດກົດໝາຍເຂົ້າສູ່ປະເທດນັ້ນ, ມັນກໍຊໍ້າພັດແມ່ນຜູ້ອົບພະຍົບຈຳນວນຫຼາຍ ພັນຄົນຈາກ ອາຟຣິກາ, ເອເຊຍ ແລະ ຕາເວັນອອກກາງ ທີ່ຈະໄດ້ຮັບຜົນກະທົບໂດຍກົງ.

ກົດໝາຍໃໝ່ຈະມີຜົນກະທົບຕໍ່ອົບພະຍົບທາງເຮືອ ຜູ້ທີ່ຖືກສົ່ງໄປຄ້າຍກັກຂັງໃນເກາະ Nauru ຫຼື ເກາະ Manus ຂອງ ປາປົວນິກິນີ ໃນມະຫາສະໝຸດ ປາຊີຟິກ ເຊິ່ງຕັ້ງຢູ່ນອກ ຊາຍຝັ່ງຂອງ ອອສເຕຣເລຍ ໃນວັນທີ 19 ກໍລະກົດ 2013. ນະຄອນຫຼວງ Canberra ໄດ້ຫ້າມພວກເຂົາເຈົ້າມາແລ້ວ ຈາກການຕັ້ງຖິ່ນຖານໃນ ອອສເຕຣເລຍ ແມ່ນກະທັ້ງທີ່ ພວກເຂົາເຈົ້າຈະຖືກພົບວ່າເປັນອົບພະຍົບແທ້ໆກໍຕາມ. ແທນທີ່, ລັດຖະບານ ຈະໄດ້ໃຫ້ ທາງເລືອກແກ່ຜູ້ຂໍລີ້ໄພນັ້ນວ່າ ຈະເດີນທາງກັບຄືນສູ່ບ້ານເກີດ, ສ້າງຊີວິດຢູ່ໃນແຫ່ງໜຶ່ງ ຂອງຄ້າຍກັກຂັງຢູ່ເກາະຕ່າງໆນັ້ນ ຫຼື ໄປປະເທດທີສາມ.

ພວກເດັກນ້ອຍຈະຖືກຍົກເວັ້ນຈາກການຫ້າມນັ້ນ, ໃນຂະນະທີ່ລັດຖະ ມົນຕີຄົນເຂົ້າເມືອງ ຈະມີຄວາມສາມາດເພື່ອທຳການຍົກເວັ້ນຕໍ່ກົດໝາຍທີ່ຖືກນຳສະເໜີນັ້ນ.

ທະນາຍຄວາມ ກ່ຽວກັບ ຄົນເຂົ້າເມືອງທ່ານ David Manne ໄດ້ກ່າວຕໍ່ສະຖານີວິທະຍຸ ອັອສເຕຣເລຍ ວ່າ “ບໍ່ໄດ້ເຮັດຫຍັງ” ທີ່ຈະກ່າວເຖິງຄຳຖາມພື້ນຖານກ່ຽວກັບວ່າ ພວກ ຍົກຍ້າຍຖິ່ນຖານຈະຖືກສົ່ງໄປໃສ. "ດັ່ງນັ້ນພວກເຂົາເຈົ້າຈຶ່ງສາມາດສ້າງຊີວິດໃໝ່ຂອງ ພວກເຂົາເຈົ້າດ້ວຍຄວາມປອດໄພ ແລະ ດ້ວຍກຽດສັກສີ.”

ທ່ານ Mat Tinkler ຫົວໜ້າ ກ່ຽວກັບ ນະໂຍບາຍ ແລະ ການສະໜັບສະໜູນສາທະລະນະ ຂອງການອົງການ Save the Children ໃນ ອອສເຕຣເລຍ ໄດ້ກ່າວວ່າ “ລັດຖະບານ ຕ້ອງລົງມືປະຕິບັດຢ່າງຮີບດ່ວນ ເພື່ອໃຫ້ຄວາມຫວັງແກ່ຄົນພວກນີ້, ບໍ່ແມ່ນຈະສືບຕໍ່ ເອົາເລື້ອງອອກໄປຈາກພວກເຂົາເຈົ້າ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG