ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອອສເຕຣເລຍ ຍົກລະດັບ ການຂົ່ມຂູ່ ພວກກໍ່ການຮ້າຍ ຂື້ນອີກ ຂີດນຶ່ງ (ວີດີໂອ)


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott.

ລັດຖະບານອອສ​ເຕຣ​ເລຍ ​ໄດ້​ຍົກລະ​ດັບ​ການ​ຂົ່ມຂູ່ ຂອງພວກ
​ກໍ່​ການ​ຮ້າຍ​ຂຶ້ນ​ສູ່ຂັ້ນ “ສູງ” ຊຶ່ງເປັນ​ລະດັບທີສອງ​ຮອງຂັ້ນສູງ
​ສຸດ ​ໃນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ການ​ຂົ່ມຂູ່​ ຈາກພວກ​ສະໜັບ
ສະໜູນ​ ລັດ​ອິສລາມ ພາຍໃນປະເທດ.

ນາຍົກລັດຖະມົນ​ຕີ Tony Abbott ກ່າວ​ຢູ່​ໃນ​ກອງ​ປະຊຸມນັກ
​ຂ່າວ ​ໃນວັນ​ສຸກ​ມື້​ນີ້​ວ່າ ການ​ເຄື່ອນ​ໄຫວດັ່ງກ່າວ ບໍ່​ໄດ້​ອີງ​ຕາມ
ຄວາມຮູ້​ ກ່ຽວກັບ​ແຜນ​ການໂຈມ​ຕີ ທີ່ສະ​ເພາະ​ເຈາະ​ຈົງໃດນຶ່ງ
​ ແຕ່​ມາ​ຈາກ​ການ​ສືບ​ລັບທີ່​ວ່າມີ​ຄົນຈຸນຶ່ງ​ທີ່​ມີ​ຈຸດປະສົງ ​ແລະ​ມີ​
ຄວາມ​ສາມາດ​ທີ່​ຈະລົງມືທຳ​ການ​ໂຈມຕີ.

ທ່ານ Abbott ກ່າວ​ວ່າ ລະດັບການ​ຂົ່ມຂູ່ຂອງພວກ​ກໍ່​ກາ​ນຮ້າຍ ​ໄດ້​ຖືກຍົກຂື້ນ​ໃນ ອອສ​
ເຕຣ​ເລຍ ໃນຮອບປີທີ່ຜ່ານມາ ສ່ວນນຶ່ງແມ່ນເປັນຍ້ອນມີຊາວອອສ​ເຕຣເລຍ ໄດ້ໄປຮ່ວມ
ການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ ​ຢູ່​ໃນຊີ​ເຣຍ ແລະໃນ ອີຣັກ.

ອອສເຕຣຍ​ເລຍກະປະມານ​ວ່າ ມີປະຊາຊົນຂອງຕົນ 60 ຄົນພາກັນ​ຕໍ່ສູ້​ຮ່ວມ ກັບ​ພວກ​ຫົວ
​ຮຸນ​ແຮງ ໃນ​ຂະນະ​ທີ່ອີກ 100 ຄົນ ​ໃຫ້ການ​ສະ​ໜັບສະ​ໜູນຢ່າງ ແຂງຂັນ ຕໍ່ບັນດາ​ກຸ່ມ​ຫົວ
​ຮຸນ​ແຮງ​ຕ່າງໆ ຈາກພາຍໃນອອສ​ເຕຣ​ເລຍ.

ພວກເຈົ້າ​ໜ້າ​ທີ່ ​ກ່າວ​ວ່າ ບັນດາ​ອົງການ​ຮັກສາ​ຄວາມ​ປອດ​ໄພຊາບ​ດີ​ວ່າ​ ຢ່າງ​ໜ້ອຍມີ 20
ຄົນ ​ທີ່ໄດ້ກັບ​ຄືນ​ປະ​ເທດ ຫລັງ​ຈາກ​ໄດ້​ທຳການສູ້​ລົບ​ຢູ່​ໃນພາກຕາ​ເວັນ​ອອກ​ກາງ.ຫວ່າງ​
ມໍ່ໆ​ມາ​ນີ້ ລັດຖະບານອອສ​ເຕຣຍ​ເລຍ ​ໄດ້​ປະກາດ ​ກ່ຽວກັບແຜນການຕໍ່ ຕ້ານພວກກໍ່ການ
ຮ້າຍ ທີ່ມີມູນຄ່າເກືອບ 600 ລ້ານ​ໂດ​ລາ ເພື່ອສະໜັບສະໜຸນບັນດາອົງການ​ຮັກສາຄວາມ​ປອດ​ໄພຂອງປະເທດ.

AUSTRALIA TERROR LEVEL VO
please wait

No media source currently available

0:00 0:00:37 0:00

XS
SM
MD
LG