ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອອສເຕຣເລຍ ພວມຊຸກຍູ້ໃຫ້ມີຂໍ້ຕົກລົງຂອງໂລກ ເພື່ອຫລຸດຜ່ອນ ຂີ້ເຫຍື້ອຢາງພລາສຕິກ


ແຟ້ມພາບ - ຕູ້ຄອນເທນເນີ້ ບັນຈຸເຕັມໄປດ້ວຍຂວດຢາງພລາສຕິກເສດເຫຼືອ ຈາກອອສເຕຣເລຍ ໃນທ່າເຮືອ ແຄລງ ຂອງມາເລເຊຍ, ວັນທີ 28 ພຶດສະພາ 2019.
ແຟ້ມພາບ - ຕູ້ຄອນເທນເນີ້ ບັນຈຸເຕັມໄປດ້ວຍຂວດຢາງພລາສຕິກເສດເຫຼືອ ຈາກອອສເຕຣເລຍ ໃນທ່າເຮືອ ແຄລງ ຂອງມາເລເຊຍ, ວັນທີ 28 ພຶດສະພາ 2019.

ລັດຖະມົນຕີ ກະຊວງສະພາບແວດລ້ອມຂອງອອສເຕຣເລຍ ທ່ານນາງ ທັນຢາ ພລາຍເບີເສກຄ໌ ໄດ້ໄປ​ຢ້ຽມ​ຢາມນະຄອນຫຼວງປາຣີ ຂອງຝຣັ່ງ ເພື່ອການເຈລະຈາ ກ່ຽວກັບຂໍ້ສະເໜີສົນທິສັນຍາກ່ຽວກັບຢາງພລາສຕິກຂອງໂລກ. ຄະນະກຳມະການຂອງສະຫະປະຊາຊາດ ພວມປະຊຸມກັນເພື່ອວຽກງານກ່ຽວກັບຂໍ້ຕົກລົງລະດັບໂລກ ທີ່ແນເປົ້າໝາຍໃສ່ ການສິ້ນສຸດ​ບໍ່​ໃຫ້​ມີ​ຂີ້ເຫຍື້ອຢາງພລາສຕິກ. ອັນນັ້ນ ເປັນຄວາມຄິດ ທີ່ຈະມີຄວາມເປັນເອກະສັນກັນເລັກນ້ອຍ ກ່ຽວກັບ​ວ່າຜົນ​ທີ່​ອອກ​ມາຄວນຈະເປັນ​ແນວ​ໃດ. ຟີລ ເມີເຊີ ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄະນະກຳມະການເຈລະຈາລະຫວ່າງລັດຖະບານ ເລື້ອງຢາງພລາສຕິກ ໄດ້ເລີ້ມຕົ້ນກອງປະຊຸມ ໃນວັນຈັນຜ່ານມານີ້ ຢູ່ໃນນະຄອນຫຼວງປາຣີ ເພື່ອ​ເຮັດສົນທິສັນຍາທີ່ມີ​ການຜູກມັດທາງກົດໝາຍ ສະບັບທຳອິດຂອງໂລກ ກ່ຽວກັບມົນລະພິດຂອງຢາງພລາສຕິກ. ການປຶກສາຫາລືກັນ ໃນນະຄອນຫຼວງຂອງປະເທດຝຣັ່ງ ນີ້ ຄາດໝາຍກັນວ່າ ຈະສິ້ນສຸດລົງ ໃນມື້ວັນສຸກ.

ກອງປະຊຸມໄດ້ດຶງດູດຄວາມສົນໃຈ ຫຼາຍກວ່າ 2,000 ຄົນ ຈາກເກືອບ 200 ປະເທດ.

ຄວາມທ້າທາຍທີ່ພວກເຂົາເຈົ້າປະເຊີນຢູ່ນັ້ນ ແມ່ນໜັກໜ່ວງຫຼາຍ.

ໃນເດືອນເມສາ ໂຄງການສະພາບແວດລ້ອມຂອງສະຫະປະຊາຊາດ ໄດ້ກ່າວວ່າ ຂີ້ເຫຍື້ອຢາງພລາສຕິກຫຼາຍກວ່າ 430 ລ້ານໂຕນ ໄດ້ຖືກຜະລິດອອກມາໃນແຕ່ລະປີ. ປະມານສອງສ່ວນສາມຂອງຢາງພລາສຕິກ ແມ່ນສິນຄ້າຕ່າງໆທີ່ມີອາຍຸສັ້ນ ແລະຈະກາຍເປັນສິ່ງເສດເຫຼືອໃນບໍ່ຊ້າ.

ນໍເວ ແລະ ຣວັນດາ ເປັນປະເທດທີ່ນຳໜ້າຄວາມພະຍາຍາມທີ່ຈະຍຸຕິມົນລະພິດຂອງຢາງພລາສຕິກ ພາຍໃນປີ 2040 ເພື່ອປົກປ້ອງສຸຂະພາບຂອງມະນຸດ, ປົກປ້ອງຊີວະນາໆພັນ ແລະຫລຸດຜ່ອນຜົນກະທົບໃນການປ່ຽນແປງຂອງດິນຟ້າອາກາດ.

​ແຕ່​ແນວ​ໃດ​ກໍ​ຕາມ ຍັງບໍ່ມີຄວາມເປັນເອ​ກະ​ສັນກັນ. ພວກຜູ້ຜະລິດສານເຄມີ ເຊື່ອວ່າ ຂໍ້ຕົກລົງໃດໆເພື່ອກຳຈັດມົນລະພິດນຂອງຢາງພລາສຕິກ ຄວນຮັກສາໄວ້ຜົນປະໂຫຍດຕ່າງໆທີ່ສຳຄັນ ແລະສິ່ງຂອງຢາງພລາສຕິກຕ່າງໆທີ່ຊ່ອຍຊີວິດຄົນ. ສະຫະລັດ ຈີນ ແລະ ຊາອຸດີ ອາຣາເບຍ ເຊື່ອວ່າ ຄວນມີຄວາມພະຍາຍາມຫຼາຍຂຶ້ນຕື່ມ ເພື່ອເຮັດໃຫ້ມີການສົ່ງເສີມໃນການໝຸນໃຊ້. ພວກຜູ້ເຂົ້າຮ່ວມຈາກປະເທດອື່ນໆ ຢືນຢັດໃຫ້ມີຂໍ້ຕົກລົງແຫ່ງຊາດ ແທນທີ່ຈະເປັນສົນທິສັນຍາຂອງໂລກທີ່ຄືກັນໝົດ ຈະເປັນແນວທາງທີ່ດີທີ່ສຸດ.

ອອສເຕຣເລຍ ແມ່ນມີຄວາມກະຕືລືລົ້ນເພື່ອໃຫ້ມີສັນຍາລະຫວ່າງປະເທດ ທີ່ຕົກລົງກັນໄດ້.

ລັດຖະມົນຕີກະຊວງສະພາບແວດລ້ອມຂອງອອສເຕຣເລຍ ທ່ານນາງ ທັນຢາ ພລາຍເບີເສກຄ໌ ໄດ້ຢູ່ໃນນະຄອນຫຼວງປາຣີ ແລ້ວ. ທ່ານນາງໄດ້ກ່າວຕໍ່ບໍລິສັດກະຈາຍສຽງຂອງອອສເຕຣເລຍ ໃນວັນພຸດຜ່ານມານີ້ ວ່າ ສົນທິສັນຍາຂອງໂລກ ແມ່ນແນວທາງກ້າວໜ້າທີ່ດີທີ່ສຸດ.

ທ່ານນາງ ພລາຍເບີເສກຄ໌ ອະທິບາຍວ່າ “ຄວາມກະຕືລືລົ້ນທີ່ໜັກແໜ້ນຂອງນານາຊາດນັ້ນ ຈະໃຫ້ພວກເຮົາສິ່ງໃດສິ່ງນຶ່ງເພື່ອແນເປົ້າໝາຍໃສ່ ແລະໃຫ້ຫຼາຍໆປະເທດຮ່ວມໄມ້ຮ່ວມມືກັນ. ດ້ວຍການເຮັດວຽກຮ່ວມມືກັບຢູໂຣບ, ພວກເຮົາຍົກຄວາມກະຕືລືລົ້ນຂອງພວກເຮົາຢູ່ທີ່ນີ້ ໃນອອສເຕຣເລຍ ຂຶ້ນ ເນື່ອງຈາກວ່າ ພວກເຂົາເຈົ້າໄດ້ມີມາດຕະຖານທີ່ສູງກວ່າ ກ່ຽວກັບການໝຸນໃຊ້ໃນບາງຢ່າງ ແລະປະເພດຕ່າງໆຂອງຢາງພລາສຕິກ ແລະສານເພີ້ມເຕີມຢາງພລາສຕິກ.”

ທ່ານນາງ ພລາຍເບີເສກຄ໌ ໄດ້ກ່າວວ່າ ອອສເຕຣເລຍ ຄວນເພີ້ມຄວາມອາດສາມາດໃນການໝຸນໃຊ້ຂອງຕົນຂຶ້ນສອງເທົ່າ ພາຍໃນປີ 2025 ໂດຍການລົງທຶນໃນໂຮງງານຈັດການສິ່ງເສດເຫຼືອໃໝ່ 48 ແຫ່ງ.

ເຂດແດນນະຄອນຫຼວງຂອງອອສເຕຣເລຍ ຊຶ່ງເປັນເຂດມີສິດອຳນາດອ້ອມຮອບ ນະຄອນຫຼວງ ແຄນເບີຣາ ນັ້ນ ຈະຂະຫຍາຍການຫ້າມຂອງຕົນ ຕໍ່ຢາງພລາສຕິກ ຈາກວັນທີ 1 ກໍລະກົດ ເປັນຕົ້ນໄປ. ສ່ວນລັດຕ່າງໆຂອງອອສເຕຣເລຍ ແລະເຂດແດນທັງຫຼາຍ ໄດ້ສ້າງກົດໝາຍວ່າດ້ວຍສິ່ງເສດເຫຼືອຢາງພລາສຕິກຫຼາຍສະບັບ.

ຊົມວີດີໂອ ລາຍງານທີ່ກ່ຽວຂ້ອງອີກ ໂດຍ ອາຣາຊ ອາຣາບາຊາດີ ນັກຂ່າວຂອງວີໂອເອ

New International Push Underway to End Plastic Pollution
please wait

No media source currently available

0:00 0:02:36 0:00

Australian Environment Minister Tanya Plibersek has been in Paris, France, for talks on a proposed global plastics treaty. A United Nations committee is meeting to work on a global pact that aims to end plastic waste. There is, though, little consensus about what the outcome should be.

The Intergovernmental Negotiating Committee for Plastics began meeting Monday in Paris to develop the first legally binding global treaty on plastic pollution. Discussions in the French capital are expected to end Friday.

The meeting has attracted more than 2,000 people from almost 200 countries.

The challenge they face is immense.

In April, the United Nations Environment Program said more than 430 million tons of plastic were produced each year. About two-thirds are short-lived products that soon become waste.

Norway and Rwanda are leading efforts to end plastic pollution by 2040 to protect human health, protect biodiversity and mitigate the impacts of climate change.

There is, though, no consensus. Chemical producers believe any deal to eliminate plastic pollution should retain the benefits of essential and life-saving plastic items. The United States, China and Saudi Arabia believe more effort should be made to boost recycling. Other participants have insisted national agreements, rather than a uniform global treaty, would be the best approach.

Australia is keen for an international accord to be struck.

Australian Environment Minister Tanya Plibersek has been in Paris and told the Australian Broadcasting Corp. Wednesday that a global pact is the best way forward.

“That strong international ambition gives us something to aim for and countries to cooperate with,” Plibersek said. “By working cooperatively with Europe, we lift our ambition here in Australia because they have got higher standards on some of the recycling and types of plastics and plastic additives.”

Plibersek said Australia would double its recycling capacity by 2025 by investing in 48 new waste facilities.

The Australian Capital Territory, the jurisdiction that surrounds Canberra, will expand its ban on plastics from 1 July. Other Australian states and territories have developed a range of laws on plastic waste.

In June 2022, New South Wales banned lightweight plastic bags.

Western Australia and South Australia will outlaw the use of plastic takeaway containers in 2024.

Western Australia will also ban expanded polystyrene that is used to pack electrical goods in cartons in 2025.

Australian authorities have warned previously that the amount of plastic waste in the oceans could outweigh the fish population by 2050.

XS
SM
MD
LG