ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຈະຮ່ວມມື ກັບສະຫະລັດ ພັດທະນາລູກສອນໄຟ ນຳວິຖີໄວກວ່າສຽງ


ຮູບພາບຈາກກະຊວງປ້ອງກັນປະເທດຣັດເຊຍ ວັນທີ 11 ມີນາ 2018 ສະແດງໃຫ້ເຫັນ ລູກສອນໄຟໄວກວ່າສຽງ Kinzhal ລະຫວ່າງການທົດລອງ ຢູ່ທາງພາກໃຕ້ຣັດເຊຍ.
ຮູບພາບຈາກກະຊວງປ້ອງກັນປະເທດຣັດເຊຍ ວັນທີ 11 ມີນາ 2018 ສະແດງໃຫ້ເຫັນ ລູກສອນໄຟໄວກວ່າສຽງ Kinzhal ລະຫວ່າງການທົດລອງ ຢູ່ທາງພາກໃຕ້ຣັດເຊຍ.

ອອສເຕຣເລຍຈະຮ່ວມກັບສະຫະລັດ ພັດທະນາລູກສອນໄຟນຳວິຖີໄວກວ່າສຽງ ໃນ
ຄວາມພະຍາຍາມເພື່ອຮັບມືກັບຈີນ ແລະຣັດເຊຍ ທີ່ກຳລັງພັດທະນາອາວຸດຄ້າຍຄືກັນ
ທີ່ລັດຖະມົນຕີປ້ອງກັນປະເທດ ທ່ານນາງລິນດາ ເຣໂນລ (Linda Reynolds) ໄດ້
ກ່າວໄວ້ ໃນວັນອັງຄານມື້ນີ້.

ທ່ານນາງເຣໂນລ ກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາຈະສືບຕໍ່ການລົງທຶນ ເພື່ອ
ສ້າງຄວາມກ້າວໜ້າໃຫ້ແກ່ສະມັດຕະພາບ ຂອງກອງກຳລັງປ້ອງກັນປະ ເທດອອສ
ເຕຣເລຍ ມີທາງເລືອກຫຼາຍຂຶ້ນ ເພື່ອສະກັດກັ້ນຕ້ານການຮຸກຮານ ຕໍ່ຜົນປະໂຫຍດ
ຂອງອອສເຕຣເລຍ.”

ທ່ານນາງບໍ່ໄດ້ເປີດເຜີຍຕົ້ນທຶນຂອງການພັດທະນາລູກສອນໄຟ ຫຼືວ່າເວລາໃດ ຈຶ່ງຈະ
ສົ່ງເຂົ້າປະຈຳການໄດ້.

ອອສເຕຣເລຍໄດ້ຈັດເງິນ 9 ພັນ 3 ຮ້ອຍລ້ານໂດລາອອສເຕຣເລຍ ຫຼືປະມານ 6 ພັນ 8
ຮ້ອຍລ້ານໂດລາສະຫະລັດ ໃນປີນີ້ ເພື່ອສ້າງລະບົບຕໍ່ຕ້ານລູກສອນ ໄຟຄວາມໄວສູງ ທີ່
ຍິງຈາກໄລຍະໄກ ຮວມທັງການຄົ້ນຄວ້າລູກສອນໄຟໄວ ກວ່າສຽງນຳດ້ວຍ.

ລູກສອນໄຟໄວກວ່າສຽງ ມີຄວາມສາມາດໃນການເດີນທາງໄວກວ່າສຽງຫ້າເທົ່າ ແລະ
ດ້ວຍຄວາມໄວ ຮວມເຂົ້າກັນຄວາມສາມາດໃນການເຄື່ອນໄຫວ ແລະການ ບິນໃນລະດັບ
ສູງເຮັດໃຫ້ຍາກທີ່ຈະຕິດຕາມ ແລະຍິງທຳລາຍໄດ້.

ໃນປີກາຍນີ້ ຣັດເຊຍໄດ້ນຳເຂົ້າປະຈຳການ ລູກສອນໄຟນິວເຄລຍໄວກວ່າສຽງ ໃນຂະນະ
ທີ່ທຳນຽບຫ້າແຈ ກໍໄດ້ທົດລອງລູກສອນໄຟໄວກວ່າສຽງທີ່ຄ້າຍຄຶກັນ ໃນປີ 2017 ໂດຍມີ
ເປົ້າໝາຍທີ່ຈະນຳເຂົ້າປະຈຳການລູກສອນໄຟໄວກວ່າສຽງ ໃນຕົ້ນຊຸມປີ 2020.

Australia will jointly develop hypersonic cruise missiles with the United States in a bid to counter China and Russia, which are developing similar weapons, Defense Minister Linda Reynolds said Tuesday.

"We will continue to invest in advanced capabilities to give the Australian Defense Force more options to deter aggression against Australia's interests," Reynolds said in a statement.

She did not reveal the cost of developing the missiles or when they would be operational.

Australia had set aside up to A$9.3 billion (U.S. $6.8 billion) this year for high-speed, long-range missile defense systems, including hypersonic research.

Hypersonic missiles are capable of traveling at more than five times the speed of sound, and the combination of speed, maneuverability and altitude makes them difficult to track and intercept.

Last year Russia deployed its first hypersonic nuclear-capable missiles, while the Pentagon, which tested a similar hypersonic missile in 2017, has a goal of fielding hypersonic war-fighting capabilities in the early to mid-2020s.

XS
SM
MD
LG