ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂົງເຂດມະຫາສະໝຸດ ປາຊີຟິກ ກໍາລັງມີຄົນຕິດເຊື້ອໄວຣັສໂຄວິດ-19 ເພີ້ມຫລາຍຂຶ້ນ


ຜູ້ເດີນທາງມາຢືນລໍຖ້າຢູ່ໂຕະບໍລິການລູກຄ້າຂອງສາຍການບິນ Virgin Australia Airlines ຢູ່ສະໜາມບິນ Kingsford Smith International ຂອງນະຄອນຊິດນີ ພາຍຫລັງທີ່ມີການລະບາດຂອງໄວຣັສໂຄໂຣນາໃນນະຄອນດັ່ງກ່າວ ຂອງອອສເຕຣເລຍ (ພາບຖ່າຍໃນວັນ 18, 2020 ໂດຍ REUTERS/Loren Elliott)
ຜູ້ເດີນທາງມາຢືນລໍຖ້າຢູ່ໂຕະບໍລິການລູກຄ້າຂອງສາຍການບິນ Virgin Australia Airlines ຢູ່ສະໜາມບິນ Kingsford Smith International ຂອງນະຄອນຊິດນີ ພາຍຫລັງທີ່ມີການລະບາດຂອງໄວຣັສໂຄໂຣນາໃນນະຄອນດັ່ງກ່າວ ຂອງອອສເຕຣເລຍ (ພາບຖ່າຍໃນວັນ 18, 2020 ໂດຍ REUTERS/Loren Elliott)

ກໍລະນີຄົນຕິດເຊື້ອໄວຣັສໂຄວິດ (COVID)-19 ສືບຕໍ່ເພີ້ມທະວີຂຶ້ນ ຢູ່ໃນຂົງ ເຂດມະຫາສະໝຸດປາຊີຟິກ. ໝູ່ເກາະໂປລີເນຊຍຂອງຝຣັ່ງ ໄດ້ລາຍງານ ມາ ວ່າ ມີການບັນທຶກຜູ້ຕິດເຊື້ອທີ່ຮູ້ກັນແລ້ວຢູ່ 35 ລາຍ ໃນ ຂະນະທີ່ຈໍານວນກໍ ລະນີຄົ ຕິດເຊື້ອໄວຣັສນີ້ສືບຕໍ່ເພີ້ມຂຶ້ນໃນເກາະກວມ ທີ່ເປັນດິນແດນຂອງສະ ຫະລັດນັ້ນ (ມີຫລາຍກວ່າ 55 ລາຍ). ສ່ວນຢູ່ໃນໝູ່ເກາະຂອງປະເທດອື່ນໆ ກໍພາກັນເຮັດທຸກສິ່ງທຸກຢ່າງ ເພື່ອຮັກສາບໍ່ໃຫ້ເຊື້ອໄວຣັສນີ້ ເຂົ້າໄປໄດ້. ນິວ ຊີແລນ ໄດ້ມີການບັນ ທຶກວ່າຜູ້ເສຍຊີວິດຄົນທໍາອິດຍ້ອນເຊື້ອໄວຣັສໂຄວິດ (COVID)-19 ໃນປະເທດ ນັ້ນ (ຊຶ່ງມີຫລາຍກວ່າ 500 ກໍລະນີທີ່ຮູ້ກັນແລ້ວ). Phil Mercer, ນັກຂ່າວວີ ໂອເອ ມີລາຍງານມາຈາກນະຄອນຊິດນີ ຂອງ ອອສເຕຣເລຍ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາເຈົ້າໜ້າທີ່ທັງຫລາຍຢູ່ໃນເກາະກວມ ທີ່ເປັນດິນແດນຂອງສະຫະລັດນັ້ນ ກໍາລັງເຕືອນວ່າ ກໍລະນີຄົນຕິດເຊື້ອໄວຣັສ ໂຄ ໂຣນາມີທ່າທາງວ່າຈະຖີບຕົວສູງ ຂຶ້ນ. ໃນທ້າຍອາທິດຜ່ານມານີ້ ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາໄດ້ປະກາດ ວ່າ ມີໄພພິບັດຢ່າງໃຫຍ່ຫລວງຢູ່ໃນເກາະກວມແລະໄດ້ສັ່ງໃຫ້ເອົາ ການຊ່ວຍເຫລືອແບບສຸກເສີນຈາກລັດຖະບານກາງ ໄປໃຫ້ ເກາະດັ່ງກ່າວ.

ມີຄວາມຢ້ານກົວກັນວ່າ ການບໍລິການທາງດ້ານປິ່ນປົວສຸຂະພາບຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ ຈະບໍ່ສາມາດຮັບມືກັບ ການຕິດເຊື້ອເປັນຈໍານວນຫຼວງຫລາຍໄດ້. ການປິດເມືອງເປັນເວລານຶ່ງອາທິດ ໄດ້ເລີ້ມຕົ້ນຂຶ້ນຢູ່ໃນເກາະຕົງກາ (Tonga) ໃນຂະນະທີ່ພວກເຈົ້າໜ້າທີ່ທັງຫລາຍ ພະຍາຍາມທີ່ຈະຮັກສາເກາະໃນມະຫາສະໝຸດແຫ່ງນັ້ນໃຫ້ປອດຈາກການຕິດເຊື້ອ ໄວ ຣັສ ໂຄວິດ (COVID)-19. ຢູ່ໃນໝູ່ເກາະໂປລີເນເຊຍຂອງຝຣັ່ງນັ້ນ ໄດ້ມີການຫ້າມອອກເຮືອນໃນຍາມກາງຄືນຈະມີຜົນ ບັງ ຄັບໃຊ້ຕໍ່ໄປຈົນຮອດວັນທີ 15 ເມສາເພື່ອພະຍາຍາມຈະສະກັດກັ້ນເຊື້ອໄວຣັສນີ້ໄວ້.

ໄດ້ມີການປະກາດພາວະສຸກເສີນ ຢູ່ໃນເກາະຊາມົວ. ຄວາມພະຍາຍາມຂອງເກາະແຫ່ງນັ້ນ ໃນການຮັກສາບໍ່ໃຫ້ເຊື້ອໄວຣັສ ເຂົ້າໄປຫາຝັ່ງທະເລຂອງຕົນ ແມ່ນໄດ້ຮັບແຮງກະຕຸ້ນຈາກເງິນທຶນຊ່ວຍເຫລືອຈໍານວນ 5 ລ້ານໂດລາຈາກທະນາຄານໂລກ.

ສ່ວນຢູ່ໃນເກາະປາປົວນິວກີນີ ນັ້ນ ລະບົບທີ່ຊ່ວຍໃຫ້ຄວບຄຸມການລະບາດຂອງ ໂຣກເປ້ຍລ່ອຍ ຫລື ໂປລິໂອໄວ້ໄດ້ ໃນປີ ກາຍນີ້ ໄດ້ຖືນນໍາມາເຮັດໃຫ້ໃຊ້ງານ ຄືນໄດ້ອີກ ເພື່ອຮັບມືກັບໄພຂົ່ມຂູ່ຈາກເຊື້ອໄວຣັສໂຄວິດ (COVID)-19.

ນິວຊີແລນ ໄດ້ມີການບັນທຶກການເສຍຊີວິດຂອງຄົນໃນປະເທດນັ້ນຜູ້ທໍາອິດ ຍ້ອນເຊື້ອໄວຣັສໂຄໂຣນາ ໃນຂະນະທີ່ຈໍານວນ ຄົນທີ່ຕິດເຊື້ອໄວຣັສໂຄໂຣນາ ທີ່ຮູ້ກັນແລ້ວ ກໍເພີ້ມອີກ.

ມາດຕະການປິດເມືອງໄວ້ໂດຍທັງໝົດ ໄດ້ຖືກວາງອອກໃຫ້ໃຊ້ຢູ່ທົ່ວປະເທດ ເພື່ອພະຍາຍາມເຮັດໃຫ້ການແຜ່ລະບາດ ຂອງໄວຣັສ ທີ່ມີການຕິດເຊື້ອສູງນີ້ ຊັກຊ້າລົງ. ຄົນຕ່າງປະເທດທຸກຄົນ ແມ່ນຫ້າມບໍ່ໃຫ້ເຂົ້າໄປໃນປະເທດນັ້ນ.

ນາຍົກລັດຖະມົນຕີ ຈາຊິນດາ ອາເດີນ (Jacinda Ardern) ກ່າວຕໍ່ວິທະຍຸ ຂອງນິວຊີແລນວ່າ ເຫດການສຸກເສີນຈະແກ່ ຍາວອອກໄປເປັນເວລາດົນນານ. ທ່ານກ່າວດັ່ງນີ້:

“ພວກເຮົາຈະຕ້ອງໄດ້ຄວບຄຸມເຊື້ອໄວຣັສ ໂຄວິດ (COVID)-19 ໄປອີກຕັ້ງ ຫລາຍເດືອນ ແນ່ນອນ ຈົນກວ່າວ່າ ຈະມີຢາວັກ ຊິນ ແລະອັນນັ້ນກໍຈະໃຊ້ເວ ລາຫລາຍເດືອນ. ເປົ້າໝາຍຂອງຂ້າພະເຈົ້າກໍຄື, ຢູ່ໃນຕອນສຸດທ້າຍຂອງສີ່ອາທິດນີ້ ຢ່າງໜ້ອຍ ພວກເຮົາກໍຢູ່ໃນຈຸດທີ່ວ່າ ພວກເຮົາມີຄວາມສາມາດຢ່າງໜ້ອຍ ແມ່ນ ເຮັດໃຫ້ບາງພາກຂອງປະເທດ ເຄື່ອນໄປຢູ່ໃນຂັ້ນເຕືອນ ໄພທີ່ມີລະດັບຕໍ່າ ກວ່ານີ້ໄດ້. ອັນນີ້ ກໍຄືຈຸດເພັ່ງເລັງຂອງຂ້າພະເຈົ້າໃນເວລານີ້ ແລະໃນໄລຍະທີ່ ຍາວໄປກວ່ານີ້ ແມ່ນພວກ ເຮົາຈະຕ້ອງໄດ້ຄິດກ່ຽວກັບເລື້ອງຊາຍແດນ.”

ສ່ວນອອສເຕຣເລຍນັ້ນ ໄດ້ບັງຄັບໃຫ້ພົນລະເມືອງທຸກຄົນທີ່ເດີນທາງກັບຄືນ ປະເທດຕ້ອງໄດ້ຖືກກັກກັນ ແລະຕິດຕາມ ເປັນເວລາ 14 ວັນ ຢູ່ໃນໂຮງແຮມ ທີ່ລັດຖະບານເສຍຄ່າໃຫ້.

ເທົ່າທີ່ຜ່ານມາ ພວກນັກເດີນທາງທ່ອງທ່ຽວທີ່ກັບມາຈາກຕ່າງປະເທດ ແມ່ນ ກວາມເອົາ 2 ສ່ວນ 3 ຂອງຈໍານວນຄົນທີ່ຕິດ ເຊື້ອໄວຣັສໂຄວິດ (COVID)-19 ທັງໝົດຂອງອອສເຕຣເລຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມ

Confirmed cases of COVID-19 continue to increase in the Pacific. French Polynesia has recorded 35 known infections, while cases continue to rise in the U.S. territory of Guam (to more than 55). Other island nations are doing all they can to keep the virus out. New Zealand has recorded its first death from COVID-19 (it has more than 500 known cases). From Sydney, Phil Mercer reports.

Officials in the U.S. territory of Guam are warning the number of coronavirus cases are likely to surge. Over the weekend President Donald Trump declared a major disaster in Guam and ordered emergency Federal assistance.

There are fears health services in the Pacific will not be able to cope with large numbers of infections. A week-long lockdown has begun in Tonga as the authorities try to keep the archipelago free of COVID-19. In French Polynesia, a nighttime curfew will be enforced until April 15 to try to contain the virus.

There is a state of emergency in Samoa. Its efforts to keep the virus away from its shores have been boosted by a grant of $5 million from the World Bank.

In Papua New Guinea, systems that helped to control an outbreak of Polio last year have been re-activated to deal with the threat of COVID-19.

New Zealand has recorded its first coronavirus death as the number of known coronavirus infections increases.

A full lockdown has been imposed across the country in an effort to slow the spread of the highly infectious disease. All foreigners have been banned.

Prime Minister Jacinda Ardern told Radio New Zealand the emergency will last a long time.

ARDERN ACT:

“We will be having to manage COVID-19 for months until, of course, there is a vaccine and that will be many months. My goal, though, is to at the end of this four-week (period) at least be in a position where we have the ability at least for some parts of the country to move to a lower level of our alert system. That is my focus for now and the longer term we are having to think about the borders.”

Australia is forcing all citizens returning to the country into mandatory and monitored 14-day quarantine in hotel rooms paid for by the government.

Travelers returning from overseas have so far made up two-thirds of Australia’s COVID-19 cases.

XS
SM
MD
LG