ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ, ນິວຊີແລນ ເພີ້ມຄວາມພະຍາຍາມໃນການຊ່ວຍເຫຼືອຕອງກາ ເນື່ອງຈາກຖືກຄື້ນສຸນາມິພັດຖະຫຼົ່ມ


ໃນຮູບພາບທີ່ນໍາສະເໜີໂດຍ ກອງກໍາລັງປ້ອງກັນປະເທດຂອງອອສເຕຣເລຍ, ເຮືອບິນ P-8 ໂພເຊດອນ (Poseidon) ຂອງກອງທັບອາກາດອອສເຕຣເລຍ ບິນອອກຈາກຖານທັບອາກາດໃນເມືອງແອມເບີລີ, ອອສເຕຣເລຍ, ວັນທີ 17 ມັງກອນ 2022, ເພື່ອຊ່ວຍເຫຼືອຕອງກາ ລຸນຫຼັງເກີດການລະເບີດຂອງພູໄຟໃຕ້ທະເລ. (LACW Emma Schwenke/ADF via AP)
ໃນຮູບພາບທີ່ນໍາສະເໜີໂດຍ ກອງກໍາລັງປ້ອງກັນປະເທດຂອງອອສເຕຣເລຍ, ເຮືອບິນ P-8 ໂພເຊດອນ (Poseidon) ຂອງກອງທັບອາກາດອອສເຕຣເລຍ ບິນອອກຈາກຖານທັບອາກາດໃນເມືອງແອມເບີລີ, ອອສເຕຣເລຍ, ວັນທີ 17 ມັງກອນ 2022, ເພື່ອຊ່ວຍເຫຼືອຕອງກາ ລຸນຫຼັງເກີດການລະເບີດຂອງພູໄຟໃຕ້ທະເລ. (LACW Emma Schwenke/ADF via AP)

ໃນມື້ວັນຈັນນີ້, ອອສເຕຣເລຍ ແລະນິວຊີແລນ ໄດ້ສົ່ງເຮືອບິນກວດສອບ ເພື່ອເຂົ້າໄປປະເມີນຄວາມເສຍຫາຍຢູ່ໃນ ຕອງກາ ທີ່ຕັ້ງຢູ່ໂດດດ່ຽວຮ່າງຈາກສ່ວນອື່ນຂອງໂລກພາຍນອກ, ອັນເນື່ອງມາຈາກການລະເບີດຂອງພູໄຟຢູ່ໃຕ້ນໍ້າ ເຊິ່ງກໍ່ໃຫ້ເກີດຄື້ນສຸນາມິ ແລະປົກຄຸມໄປດ້ວຍຂີ້ເຖົ່າ ເທິງເກາະປາຊີຟິກແຫ່ງນີ້. ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ສະກັອດ ມໍຣິຊັນ ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນການຊ່ວຍເໜືອ ຕອງກາ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແຕ່ກ່າວວ່າຂີ້ເຖົ່າທີ່ປົກຄຸມທົ່ວບໍລິເວນນັ້ນ ເປັນອຸປະສັກສໍາລັບຄວາມພະຍາຍາມທີ່ຈະເຂົ້າໄປຊ່ວຍບັນເທົາທຸກ.
“ມັນມີຄວາມທ້າທາຍຢ່າງຫຼວງຫຼາຍ ດ້ວຍໝອກຄວັນຂີ້ເຖົ່າ ແລະການຢຸດສະງັກຈາກການຕິດຕໍ່ສື່ສານ, ດັ່ງນັ້ນພວກເຮົາຈຶ່ງກໍາລັງປະຕິບັດງານຮ່ວມກັນ ເພື່ອນໍາການຊ່ວຍເຫຼືອເຂົ້າໄປ ຕອງກາ ໃຫ້ຫຼາຍທີ່ສຸດເທົ່າທີ່ພວກເຮົາຈະສາມາດເຮັດໄດ້,” ທ່ານ ມໍຣິຊັນ ກ່າວຕໍ່ສະຖານີວິທະຍຸ 2GB ໃນວັນຈັນມື້ນີ້.

ສໍານັກງານອຸຕຸນິຍົມວິທະຍາຂອງ ອອສເຕຣເລຍ ກ່າວຕໍ່ອົງການຂ່າວຣອຍເຕີ ໂດຍຜ່ານຖະແຫຼງການທາງອີເມລໃນວັນຈັນມື້ນີ້ວ່າ “ປັດຈຸບັນ ບໍ່ມີການລະເບີດຂອງພູໄຟ, ແລະພູໄຟກໍບໍ່ໄດ້ພົ່ນຂີ້ເຖົ່າອອກມາ.” ເຊິ່ງທາງສໍານັກງານໄດ້ກ່າວວ່າ ຂີ້ເຖົ່າທີ່ໄຫຼມາເຖິງລັດ ຄວີນສແລນ ຂອງອອສເຕຣເລຍນັ້ນ ແມ່ນມາຈາກການລະເບີດຂອງພູໄຟໃນຄັ້ງທີ່ຜ່ານມາ.

ລັດຖະມົນຕີກະຊວງປາຊີຟິກຂອງອອສເຕຣເລຍ ທ່ານ ເຊັດ ເຊເຊລຈາ (Zed Seselja) ກ່າວໃນລາຍງານເບື້ອງຕົ້ນລະບຸວ່າ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼືເສຍຊີວິດ ແລະສະໜາມບິນຂອງ ຕອງກາ “ແມ່ນຍັງຄົງຢູ່ໃນສະພາບທີ່ດີ” ແຕ່ວ່າ ໄດ້ມີ “ຄວາມເສຍຫາຍທີ່ສໍາຄັນ” ເຊັ່ນ ຖະໜົນ ແລະຂົວຫຼາຍແຫ່ງ.

ທ່ານ ເຊເຊລຈາ ກ່າວວ່າ ອອສເຕຣເລຍ ກໍາລັງຕິດຕໍ່ປະສານງານກັບ ສະຫະລັດ, ນິວຊີແລນ ຝຣັ່ງ ແລະບັນດາປະເທດຕ່າງໆ ເພື່ອໃຫ້ຄວາມຮ່ວມມືໃນການຊ່ວຍເຫຼືອດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG