ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມີນາ ໒໐໒໕

ອອສເຕຣເລຍ ຂຶ້ນຄ່າວ່າວີຊ່ານັກສຶກສາຕ່າງປະເທດ ສອງເທົ່າ ເພື່ອທັບມ້າງການຍົກຍ້າຍຖິ່ນຖານ


ນັກສຶກສາຕ່າງປະເທດ ໃນອອສເຕຣເລຍ
ນັກສຶກສາຕ່າງປະເທດ ໃນອອສເຕຣເລຍ

ອອສເຕຣເລຍ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ເພີ່ມຄ່າທຳນຽມວີຊ່າສຳລັບນັກສຶກ ສາຕ່າງປະເທດ ຂຶ້ນຫຼາຍກວ່າສອງເທົ່າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດຂອງ ລັດຖະບານ ໃນການຄວບຄຸມການຍົກຍ້າຍຖິ່ນຖານສູງເປັນປະຫວັດການ ເຊິ່ງໄດ້ເພີ່ມຄວາມກົດດັນຕໍ່ຕະຫຼາດທີ່ຢູ່ອາໄສທີ່ເຄັ່ງຕຶງຢູ່ແລ້ວ, ອີງຕາມອົງ ການຂ່າວ Reuters.

ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ຄ່າທຳນຽມວີຊ່ານັກຮຽນຕ່າງປະເທດ ໄດ້ເພີ່ມຂຶ້ນເປັນ 1,600 ໂດລາອອສເຕຣເລຍ ຫຼື 1,068 ໂດລາສະຫະລັດ ຈາກ 710 ໂດລາອອສເຕຣເລຍ, ໃນຂະນະທີ່ຜູ້ຖືວີຊ່ານັກທ່ອງທ່ຽວ ແລະ ນັກສຶກສາທີ່ມີວີຊ່າຈົບການສຶກສາຊົ່ວຄາວ ຖືກຫ້າມບໍ່ໃຫ້ຍື່ນຂໍວີຊ່ານັກຮຽນຢູ່ ນອກປະເທດ.

ທ່ານ ນາງ ແຄລ ໂອນີລ (Clare O'Neil) ລັດຖະມົນຕີກະຊວງພາຍໃນ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການປ່ຽນແປງທີ່ມີຜົນບັງຄັບໃຊ້ໃນມື້ນີ້ ຈະຊ່ວຍຟື້ນຟູຄວາມສົມບູນໃຫ້ລະບົບການສຶກສາສາກົນຂອງພວກເຮົາ, ແລະ ສ້າງລະບົບການຍົກຍ້າຍຖິ່ນຖານທີ່ຍຸດຕິທຳຫຼາຍຂຶ້ນ, ນ້ອຍກວ່າ ແລະ ສາມາດສະໜອງໃຫ້ແກ່ອອສເຕຣເລຍໄດ້ດີກວ່າ.”

ຂໍ້​ມູນຢ່າງເປັນ​ທາງ​ການ​ທີ່​ເປີດ​ເຜີຍ​ໃນ​ເດືອນ​ມີນາ​ ສະ​ແດງ​ໃຫ້​ເຫັນ​ວ່າ ຈຳນວນ ຜູ້ຍົກຍ້າຍຖິ່ນຖານ​ສຸດທິ​ໄດ້​ເພີ່ມ​ຂຶ້ນ 60 ເປີເຊັນ ເປັນ​ລະດັບສູງສຸດເປັນປະ ຫວັດຈາກຈຳນວນ 548,800 ຄົນ​ ໃນ​ປີ ຈົນເຖິງ​ວັນ​ທີ 30 ກັນຍາ 2023.

ການຂຶ້ນຄ່າທຳນຽມໄດ້ເຮັດໃຫ້ການຍື່ນຂໍວີຊ່ານັກຮຽນສຳລັບອອສເຕຣເລຍມີລາຄາແພງກວ່າໃນປະເທດຄູ່ແຂ່ງເຊັ່ນ: ສະຫະລັດ ແລະ ການາດາ, ເຊິ່ງມີລາຄາ ປະມານ 185 ໂດລາສະຫະລັດ ແລະ 150 ໂດລາການາດາ ຫຼື 110 ໂດລາ ສະຫະລັດ ຕາມລຳດັບ.

ລັດຖະບານກ່າວວ່າ ຕົນຍັງຈະປິດຊ່ອງຫວ່າງໃນກົດລະບຽບດ້ານວີຊ່າທີ່ອະນຸ ຍາດໃຫ້ນັກຮຽນຕ່າງປະເທດສາມາດຢູ່ຕໍ່ໃນອອສເຕຣເລຍໄດ້ຢ່າງຕໍ່ເນື່ອງ ຫຼັງຈາກທີ່ນັກ​ສຶກ​ສາຈໍານວນນຶ່ງ​ທີ່​ຖືວີຊ່າທີສອງ ຫຼືຂັ້ນຕໍ່ໆມາ ໄດ້ເພີ່ມຂຶ້ນຫຼາຍ ກວ່າ 30 ເປີເຊັນ, ເປັນຫຼາຍກວ່າ 150,000 ຄົນ ໃນປີ 2022-23 ນີ້.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

SYDNEY, July 1 (Reuters) - Australia said on Monday it had more than doubled the visa fee for international students, the latest move by the government to rein in record migration that has intensified pressure on an already tight housing market.

From July 1, the international student visa fee has risen to A$1,600 ($1,068) from A$710, while visitor visa holders and students with temporary graduate visas are banned from applying onshore for a student visa.

"The changes coming into force today will help restore integrity to our international education system, and create a migration system which is fairer, smaller and better able to deliver for Australia," Home Affairs Minister Clare O'Neil said in a statement.

Official data released in March showed net immigration rose 60% to a record 548,800 people in the year to Sept. 30, 2023.

The rise in fees makes applying for a student visa for Australia far more expensive than in competing countries like the U.S. and Canada, where they cost about $185 and C$150 ($110) respectively.

The government said it was also closing loopholes in visa rules that allowed foreign students to continuously extend their stay in Australia, after the number of students on a second or subsequent student visa spiked by over 30% to more than 150,000 in 2022–23.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG