ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຖືກກ່າວຫາ ຕັ້ງແກ້ງບໍ່ຫົວຊາ ແລະທຳຮ້າຍອົບພະຍົບທີ່ຂ້າມນໍ້າເຂົ້າມາ


ບັນດາຜູ້ຊອກຫາບ່ອນລີ້ໄພ ຢືນເບິ່ງຢູ່ຮົ້ວ ທີ່ເກາະກັກຂັງ Manus ໃນ Papua New Guinea ວັນທີ 21 ມີນາ 2014.
ບັນດາຜູ້ຊອກຫາບ່ອນລີ້ໄພ ຢືນເບິ່ງຢູ່ຮົ້ວ ທີ່ເກາະກັກຂັງ Manus ໃນ Papua New Guinea ວັນທີ 21 ມີນາ 2014.

ປະເທດອອສເຕຣເລຍກຳລັງຖືກກ່າວຫາວ່າ ເມີນເສີຍບໍ່ໃຫ້ການດູແລ ຊາວອົບພະຍົບ ທີ່ຖືກກັກຂັງຢູ່ເກາະ ໃນປາຊິຟິກ ອັນເປັນພາກສ່ວນນຶ່ງຂອງນະໂຍບາຍບໍ່ຕ້ອນຮັບ ບັນ ດາຜູ້ລີ້ໄພອຶ່ນໆ ທີ່ພະຍາຍາມເຂົ້າມາດິນແດນຂອງຕົນໂດຍທາງເຮືອ. ການອ້າງດັ່ງກ່າວ ກຳລັງຖືກເຮັດຂຶ້ນຢູ່ໃນລາຍງານໂດຍອົງການນິລະໂທດກຳສາກົນ ແລະສິ້ງຊອມສິດທິມະ ນຸດ Human rights Watch ທີ່ໄດ້ເດີນທາງຢ່າງລັບໆໄປເກາະ Nauru ເພື່ອບັນທຶກສະ ພາບການຢູ່ໃນສູນຄຸມຂັງທີ່ ອອສເຕຣເລຍໃຫ້ທຶນ. ລັດຖະບານຍັງບໍ່ທັນໄດ້ຕອບໂຕ້ຕໍ່ ການກ່າວຫານີ້. Phil Mercer ລາຍງານມາຈາກນະຄອນ Sydney ຊຶ່ງ ກິ່ງສະຫວັນ ມີເລື້ອງນີ້ມາສະເໜີທ່ານ.

ບັນດາຜູ້ຊອກຫາການລີ້ໄພ ໄດ້ຖືກສະກັດກັ້ນ ໃນຂະນະທີ່ພະຍາຍາມໄປເຖິງ ປະເທດ ອອສເຕຣຍເລຍໂດຍທາງເຮືອ ໂດຍໄດ້ຖືກສົ່ງໄປຢູ່ເກາະ Papua New Guinea ແລະ Nauru ທີ່ເປັນເກາະນ້ອຍໆ ຢູ່ໃນສາທາລະນະປາຊິຟິກຕອນໃຕ້. ລັດຖະບານໃນນະ ຄອນ Canberra ເຄີຍໄດ້ເນັ້ນຢໍ້ານະໂຍບາຍນັ້ນວ່າ ແມ່ນກ່ຽວກັບການຮັກສາຊີວິດຢູ່ ທະເລ ໂດຍສ້າງຄວາມໝັ້ນໃຈວ່າ ບໍ່ໃຫ້ເດີນທາງທີ່ເປັນການສ່ຽງຕໍ່ອັນຕະລາຍແບບນັ້ນ.

ແຕ່ວ່າລາຍງານໃໝ່ຂອງກຸ່ມສິດທິມະນຸດ ອ້າງວ່າ ຄວາມລົ້ມແຫລວໃນການຖະແຫລງ ເຖິງ “ການດູແລທີ່ບໍ່ມີມະນຸດສະທໍາ” ຕໍ່ພວກທີ່ຖືກກັກຂັງຢູ່ເກາະ Nauru ນັ້ນ ປາກົດວ່າ ເປັນແຜນທີ່ຕັ້ງແກ້ງເຮັດ ເພື່ອ “ໃຫ້ເກີດຄວາມທຸກທໍລະມານ” ເພື່ອປັດປ່າຍຄົນເຂົ້າເມຶອງ ຊຸດໃໝ່ໃນອານາຄົດ ບໍ່ໃຫ້ເຂົ້າມາອອສເຕຣຍເລຍທາງເຮືອ.

ທ່ານນາງ Anna Neustat ຫົວໜ້າຫ້ອງການອາວຸໂສຄົ້ນຄວ້າຄົນນຶ່ງ ທີ່ອົງການນິລະ ໂທດກຳສາກົນ ກ່າວວ່າ:

“ສິ່ງທີ່ຂ້າພະເຈົ້າໄດ້ພົບເຫັນຢູ່ເກາະ Nauruເປັນສິ່ງທີ່ຂ້າພະເຈົ້າສາມາດອະທິບາຍ ໄດ້ ວ່າເປັນການຕັ້ງແກ້ງກະທຳ ມີລະບົບແບບແຜນການທາລຸນ. ພວກເຮົາບໍ່ໄດ້ເວົ້າ ເຖິງ ເລື້ອງບຸກຄົນເປັນກໍລະນີໄປ ພວກເຮົາເວົ້າກ່ຽວກັບສິ່ງທີ່ເກີດຂຶ້ນເປັນປະຈຳ. ແລະ ຂ້າ ພະ ເຈົ້າຄິດວ່າມັນເປັນທີ່ແຈ້ງຂາວ ແລະຄວາມຈິງແລ້ວ ຂ້າພະ ເຈົ້າບໍ່ຄິດວ່າລັດ ຖະບານອອສເຕຣຍເລຍໄດ້ພະຍາຍາມຢ່າງໜັກເພື່ອຊຸກເຊື່ອງເລື້ອງນີ້ແຕ່ຄວາມຈິງ ແລ້ວແມ່ນ ເຂົາເຈົ້າເອົາຄົນເຫລົ່ານີ້ເປັນໂຕຢ່າງ ເພື່ອປ້ອງກັນບໍ່ໃຫ້ມີການເດີນທາງ ເຂົ້າມາ ໂດຍ ທາງເຮືອຕໍ່ໄປອີກ.”

ທ່ານນາງ Neistat ໄດ້ເດີນທາງຢ່າງລັບໆໄປເກາະ Nauru ກັບທະນາຍຄວາມຄົນນຶ່ງ ຈາກ ອົງການສິ້ງຊອມສິດທິມະນຸດ. ນັບແຕ່ການຢ້ຽມຢາມຄັ້ງສຸດທ້າຍໃນປີ 2012 ມາ ອົງການນິລະໂທດກຳສາກົນກ່າວວ່າ ໄດ້ຍື່ນຄຳຮ້ອງຂໍອະນຸຍາດເຂົ້າໄປຢ້ຽມຢາມສູນ ກັກຂັງທີ່ ອອສເຕຣເລຍເປັນຜູ້ອຸບປະຖໍານັ້ນເຖິງຫົກເທື່ອແຕ່ບໍ່ເປັນຜົນສຳເລັດ. ການ ກ່າວ ຫາຂອງເຂົາເຈົ້າກ່ຽວກັບການປະຕິບັດຜິດມີລວມທັງຄວາມຮຸນແຮງ ແລະການນາບ ຂູ່ ໂດຍ ທ້ອງຖິ່ນ ແລະປະຕິເສດບໍ່ໃຫ້ການປິ່ນປົວ.

ກຸ່ມປົກປ້ອງສິດທິມະນຸດໄດ້ໂອ້ລົມກັບຫລາຍກວ່າ 80 ຄົນໃນຈຳນວນ 1,200 ຄົນທີໄດ້ ຖືກຍົກຍ້າຍໄປຢູ່ເກາະ Nauru ຫລັງ ຈາກຊອກຫາການລີ້ໄພຢູ່ໃນອອສເຕຣເລຍ ຮວມທັງ ພວກທີ່ມາຈາກອັຟການິສຖານ ອີຣັກ ອີຣ່ານ ແລະປາກິສຖານ. ສ່ວນໃຫຍ່ໄດ້ຖືກຮັບຮູ້ ວ່າເປັນອົບພະຍົບ ແລະຢູ່ໃນປະຊາຄົມຂອງຊາວ Nauru.

ໂຄສົກຍິງຂອງກະຊວງຄົນເຂົ້າເມືອງ ແລະປ້ອງກັນຊາຍແດນ ອອສເຕຣເລຍ ກ່າວວ່າ ບໍ່ໄດ້ມີການປຶກສາຫາລືກັບອົງການນິລະໂທດສາກົນ ກ່ຽວກັບລາຍງານເລື້ອງນີ້.

ເດືອນແລ້ວນີ້ ບັນດາດອກເຕີກຸ່ມນຶ່ງໄດ້ທ້າທາຍຕໍ່ກົດໝາຍລັບ ທີຫ້າມເຂົາເຈົ້າຈາກການ ກ່າວອອກມາກ່ຽວກັບສະພາບການທີ່ເຂົາເຈົ້າເຫັນຢູ່ໃນ ບັນດາສູນກັກຂັງຄົນເຂົ້າເມືອງທີ່ ຂັດແຍ້ງຂອງອອສເຕຣເລຍ. ບັນດາດອກເຕີຂອງອົບພະຍົບໄດ້ໂຕ້ແຍ້ງວ່າ ມາດຕະການ ທີ່ນຳມາໃນປີກາຍນີ້ຝ່າຝືນສິດທິໃນລັດຖະທຳມະນູນກ່ຽວກັບ ‘ເສລີພາບການສົນທະນາ ການເມືອງ.” ເລື້ອງດັ່ງກ່າວກຳລັງໄດ້ຮັບການພິຈາລະນາຢູ່ໂດຍສານສູງສຸດຂອງ ອອສ ເຕຣເລຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG