ເຈົ້າໜ້າທີ່ອອສເຕຣເລຍໄດ້ຊ່ອຍກູ້ຊີວິດພວກຜູ້ຄົນສ່ວນຫຼາຍທີ່ເດີນທາງໄປນຳເຮືອແອອັດໄປດ້ວຍອົບພະຍົບລຳນຶ່ງ ຊຶ່ງໄດ້ປີ້ນຂວໍ້າໃນມະຫາສະມຸດອິນເດຍໃນວັນພຸດມື້ນີ້.
ນາຍົກລັດຖະມົນຕີ Julia Gillard ກ່າວວ່າ ຢ່າງໜ້ອຍປະຊາຊົນ 125 ຄົນໄດ້ຖືກຊ່ອຍຊີວິດໄວ້ໄດ້ຈາກເຮືອລໍາດັ່ງກ່າວ ຊຶ່ງໄດ້ຫຼົ້ມຢູ່ໄກ ປະມານ 200 ຫລັກ ຈາກຝັ່ງທະເລຂອງເກາະຄຣິສມາສທີ່ຕັ້ງຢູ່ຫ່າງໄກຈາກແຜ່ນດິນໃຫຍ່ອອສເຕຣເລຍນັ້ນ. ເຈົ້າໜ້າທີ່ໄດ້ກູ້ເອົາສົບມາໄດ້ 1 ສົບ ແລະອາດມີຮອດ 20 ຄົນ ທີ່ຍັງຊອກບໍ່ເຫັນ.
ເຫດເຮືອຫຼົ້ມດັ່ງກ່າວໄດ້ມີຂຶ້ນໃນເວລາບໍ່ຮອດ 1 ສັບປະດາ ຫຼັງຈາກ ເຮືອອີກລໍານຶ່ງທີ່ພວມມຸ້ງໜ້າໄປສູ່ອອສເຕຣເລຍ ທີ່ບັນທຸກພວກອົບພະຍົບຫາບ່ອນລີ້ໄພຈໍານວນຫຼາຍກວ່າ 200 ຄົນ ຫຼົ້ມລົງໃນເຂດດຽວກັນ ຊຶ່ງເຮັດຫຼາຍຮອດ 90 ຄົນເສຍຊີວິດ.
ເຫດການເຫຼົ່ານີ້ໄດ້ກະຕຸ້ນໃຫ້ມີການໂຕ້ວາທີກັນຂຶ້ນໃໝ່ໃນອອສເຕຣເລຍ ກ່ຽວກັບວ່າຈະເຮັດວິທີໃດດີ ເພື່ອຍັບຍັ້ງພວກອົບພະຍົບຫາບ່ອນລີ້ໄພຈໍານວນເປັນພັນໆຄົນ ໃນແຕ່ລະປີ ບໍ່ໃຫ້ເດີນທາງໄປໃນທະເລທີ່ກັນດານແລະເປັນອັນຕະລາຍ ໂດຍທາງເຮືອທີ່ແອອັດແລະບາງຄັ້ງກໍບໍ່ໄດ້ຮັບການກໍ່ສ້າງຢ່າງແໜ້ນໜານັ້ນ.