ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມຕ ລອຍ ອອສຕິນ ຕ້ອງການໃຫ້ເທີກີ ຮັງກາຣີ ຮັບຮອງເອົາ ສະວີເດັນ ທີ່ພະຍາຍາມຂໍເຂົ້າເປັນສະມາຊິກ NATO ກ່ອນເດືອນກໍລະກົດ


ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານລອຍ ອອສຕິນ ຢ້ຽມຢາມ ຖານທັບເຮືອມຸສໂກ (Musko Naval Base) ຂອງສະວີເດັນ ຢູ່ໃນເຂດເມືອງສະຕັອກໂຮມ.
ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານລອຍ ອອສຕິນ ຢ້ຽມຢາມ ຖານທັບເຮືອມຸສໂກ (Musko Naval Base) ຂອງສະວີເດັນ ຢູ່ໃນເຂດເມືອງສະຕັອກໂຮມ.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍ ອອສຕິນ ໄດ້ພົບປະກັບຄູ່ຕຳແໜ່ງຈາກສະວີເດັນ ຢູ່ນອກນະຄອນຫຼວງ ສະຕັອກໂຮມ ໃນວັນພຸດທີ່ຜ່ານມາ ເຊິ່ງເປັນການຢ້ຽມຢາມທີ່ບໍ່ຄ່ອຍເກີດຂຶ້ນ ເພື່ອສະແດງການສະໜັບສະໜຸນຂອງວໍຊິງຕັນ ໃຫ້ແກ່ການພະຍາຍາມເຂົ້າຮ່ວມອົງການເນໂຕ້ ຂອງສະວີເດັນ. ນັກຂ່າວວີໂອເອ ປະຈຳທຳນຽບຫ້າແຈ ຄາລາ ບາບ ກຳລັງເດີນທາງໄປກັບທ່ານລັດຖະມົນຕີ ແລະມີລາຍງານນີ້ ຈາກຖານທັບເຮືອຂອງສະວີເດັນ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີກະຊວງປ້ອງກັນປະເທດ ລອຍ ອອສຕິນ ໄດ້ຊົມການສາທິດດ້ານການທະຫານຂອງສະວີເດັນ ຢູ່ເທິງກຳປັ່ນລົບອາລັກຂາຂະໜາດນ້ອຍແລະມີຊົງລຽບ ຢູ່ໃນທະເລບາລຕິກ (Baltic Sea) ຊຶ່ງເປັນການຢ້ຽມຢາມສະວີເດັນ ຄັ້ງທຳອິດ ໂດຍລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ໃນຮອບຫຼາຍກວ່າສອງທົດສະວັດ.

ການມີຄວາມສົນໃຈໃນກອງທັບຂອງສະວີເດັນທີ່ເພີ້ມຂຶ້ນນີ້ ອາດເປັນເຈດຕະນາເພື່ອເປັນການສະແດງໃຫ້ເຫັນ ເຖິງການສະໜັບສະໜຸນຂອງອາເມຣິກາ ສຳລັບການເຂົ້າຮ່ວມເປັນສະມາຊິກອົງການເນໂຕ້ຂອງສະວີເດັນ.

ທ່ານລອຍ ອອສຕິນ ກ່າວວ່າ “ແລະໃຫ້ເປັນທີ່ຈະແຈ້ງ, ພວກເຮົາຍິນດີທີ່ອັນນັ້ນ ເກີດຂຶ້ນກ່ອນໜ້າຂອງກອງປະຊຸມສຸດຍອດ ໃນເດືອນກໍລະກົດ. ດັ່ງນັ້ນ ພວກເຮົາຊຸກຍູ້ບັນດາພັນທະມິດຂອງພວກເຮົາ ເຊັ່ນ ເທີກີ ແລະ ຮັງກາຣີ ໃຫ້ຮັບຮອງເອົາສະວີເດັນ ເຂົ້າເປັນສະມາຊິກ ໄວທີ່ສຸດເທົ່າທີ່ເປັນໄປໄດ້.”

ສ່ວນລັດຖະມົນຕີກະຊວງປ້ອງກັນປະເທດຂອງສະວີເດັນ ທ່ານປາລ ຈອນສັນ ໄດ້ກ່າວວ່າ ປະເທດນີ້ ຈະພຽງເຕີບໂຕແຂງແກ່ນຂຶ້ນກວ່າເກົ່າ ທີ່ເປັນສ່ວນນຶ່ງຂອງກຸ່ມພັນທະມິດ.

ທ່ານຈອນສັນ ເວົ້າວ່າ “ສະວີເດັນ ຮູ້ສຶກປອດໄພຫຼາຍຂຶ້ນໃນເວລານີ້ ຫຼັງຈາກພວກເຮົາໄດ້ຖືກເຊື້ອເຊີນເຂົ້າອົງການເນໂຕ້. ພວກເຮົາຄິດວ່າ ພວກເຮົາສາມາດສະໜອງແກ່ກຸ່ມພັນທະມິດ ດ້ວຍຍຸດທະສາດທີ່ເລິກເຊິ່ງ ແລະຍັງເຮັດໃຫ້ກຸ່ມນີ້ດີຂຶ້ນກວ່າເກົ່າ ແລະຍັງມີປະສິດທິພາບຫຼາຍຂຶ້ນ ເພື່ອທີ່ຈະສະແດງໃຫ້ເຫັນໃນດ້ານການສະກັດກັ້ນ ແລະການປ້ອງກັນ, ບໍ່ຢ່າງໜ້ອຍເມື່ອມັນເປັນສ່ວນກ່ຽວຂ້ອງກັບປະເທດໃນເຂດທະເລບາລຕິກ ແລະຕໍ່ຈາກນັ້ນ ປະເທດຟິນແລນ.”

ສະວີເດັນ ມີຖ້ຳທະຫານຫຼາຍແຫ່ງ ແລະມີເກາະຫຼວງຫຼາຍ ກະຈາຍໄປທົ່ວທະເລບາລຕິກ-ຊຶ່ງເປັນຊັບສິນທີ່ສຳຄັນສຳລັບການປ້ອງກັນ ບັນດາພັນທະມິດຂອງອົງການເນໂຕ້ ຢູ່ໃນພາກພື້ນ ຖ້າຫາກຝ່າຍຄູ່ຕໍ່ສູ້ ເຊັ່ນ ຣັດເຊຍ ທຳການໂຈມຕີ.

ທ່ານໄມໂກລ ໂອ’ແຮນລອນ ເຈົ້າໜ້າທີ່ອະວຸໂສປະຈຳສະຖາບັນ ບຣຸກກິງ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງ ວໍຊິງຕັນ ກ່າວວ່າ “ສະນັ້ນ ຖ້າຫາກວ່າ ມີສະຖານະການທີ່ອາດເກີດຂຶ້ນ ເຈົ້າຄວນຢາກໃຫ້ກຸ່ມພັນທະມິດອົງການເນໂຕ້ ມີທ່າທີເໜືອກວ່າ ຢູ່ໃນເຂດທະເລບາລຕິກ. ແລະດ້ວຍເຫດຜົນອັນນັ້ນ ທ່າທີຂອງສະວີເດັນ ເຈົ້າກໍຮູ້ດີ ເປັນຈຸດສູນກາງ.”

ສະວີເດັນ ແລະປະເທດເພື່ອນບ້ານ ຟິນແລນ ຊຶ່ງໄດ້ກາຍເປັນສະມາຊິກຂອງອົງການເນໂຕ້ ໃນຕົ້ນເດືອນນີ້ ໄດ້ຖືກຂໍໃຫ້ເຂົ້າຮ່ວມກຸ່ມພັນທະມິດນີ້ ຫຼັງຈາກທີ່ໄດ້ເບິ່ງການບຸກລຸກຢູເຄຣນ ຢ່າງໂຫດຮ້າຍຂອງຣັດເຊຍ. ບັນດານັກວິເຄາະ ກ່າວວ່າ ຣັດເຊຍ ໄດ້ຫວັງທີ່ຈະເຮັດໃຫ້ກຸ່ມພັນທະມິດດັ່ງກ່າວແຕກແຍກກັນ ແຕ່ບັນດາພັນທະມິດຂອງເນໂຕ້ ແລະຄູ່ພາຄີທັງຫຼາຍ ຜູ້ທີ່ຫວັງຈະເຂົ້າມາຮ່ວມກຸ່ມພັນທະມິດ ໃນໄວໆນີ້ ກ່າວວ່າ ກຸ່ມພັນທະມິດນີ້ ແມ່ນເຂັ້ມແຂງກວ່າທີ່ເຄີຍເປັນ.

Defense Secretary Lloyd Austin met with his Swedish counterpart outside Stockholm Wednesday, a rare visit intended to show Washington’s support for Sweden’s bid to join NATO. VOA’s Pentagon correspondent, Carla Babb, is traveling with the secretary and has this report from a Swedish naval base.

Defense Secretary Lloyd Austin watches Swedish military demonstrations aboard a sleek, corvette warship in the Baltic Sea, the first visit to Sweden by a U.S. defense secretary in more than two decades.

The rising interest in Swedish military might intended as a show of American support for Sweden’s accession to NATO.

(Lloyd Austin, U.S. Defense Secretary)

“And to be clear, we look forward to that happening before the summit in July. So we encourage our allies, Turkey and Hungary to ratify Sweden's accension as soon as possible.”

Swedish Defense Minister Pal Jonson said the country would only grow stronger as part of the alliance.

(Pal Jonson, Swedish Defense Minister)

“Sweden feels more secure now after we have been invited into NATO. //(flash of white or cover top)) ”We think that we can provide the alliance with strategic depth and make it also better and more effective also in order to show deterrence and defense, not at least when it comes to the Baltic states and then Finland.”

Sweden has military caves and a myriad of islands scattered across the Baltic Sea –important assets for defending NATO allies in the region should an adversary like Russia attack.

Michael O’Hanlon is a senior fellow at the Washington-based Brookings Institution.

(Michael O’Hanlon, The Brookings Institution)

“So if that ever came to such a scenario, you'd want the NATO alliance to have the upper hand in the Baltic Sea. And for that reason, Sweden's, you know, position is central.”

Sweden and neighboring Finland, which became a NATO member earlier month, asked to join the alliance after watching Russia’s brutal invasion of Ukraine. Analysts say Russia hoped to fracture the alliance, but NATO allies, and partners who hope to soon become allies, say the alliance is stronger than ever.

XS
SM
MD
LG