ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານນາງ ອອງຊານ ຊູຈີ ຈະບໍ່ເຂົ້າຮ່ວມ ກອງປະຊຸມ ສະມັດຊາໃຫຍ່ ສປຊ


ຜູ້ຊີ້ນຳລັດຖະບານ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກັບນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi ໃນນະຄອນຫຼວງ ເນປີດໍ, ມຽນມາ. 6 ກັນຍາ, 2017.
ຜູ້ຊີ້ນຳລັດຖະບານ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກັບນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi ໃນນະຄອນຫຼວງ ເນປີດໍ, ມຽນມາ. 6 ກັນຍາ, 2017.

ຜູ້ນຳຂອງປະເທດ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ໄດ້ຍົກເລີກແຜນການທີ່ຈະເຂົ້າ
ຮ່ວມ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນເດືອນນີ້ ຖ່າມກາງ
ການຕ້ອງຕິ ຈາກສາກົນທີ່ເພີ່ມຂຶ້ນ ກ່ຽວກັບ ການຮັບມືຂອງທ່ານນາງກັບຄວາມຮຸນ
ແຮງທີ່ເກີດຂຶ້ນໃນພາກຕາເວັນຕົກຂອງ ມຽນມາ ທີ່ໄດ້ບັງຄັບໃຫ້ຊາວມຸສລິມຊົນເຜົ່າ
ໂຣຮິງຢາ ຫຼາຍເຖິງ 370,000 ຄົນຕ້ອງຫຼົບໜີຂ້າມເຂດຊາຍແດນ ເຂົ້າໄປໃນປະເທດ
ບັງກລາແດັສ.

ໂຄສົກລັດຖະບານທ່ານ Zaw Htay ໄດ້ກ່າວໃນວັນພຸດມື້ນີ້ວ່າ ຜູ້ທີ່ໄດ້ຮັບລາງວັນໂນ
ແບລຂະແໜງສັນຕິພາບ ຈະຢູ່ໃນປະເທດ ມຽນມາ ເພື່ອຮັບມືກັບສະຖານະການດ້ານ
ຄວາມປອດໄພທີ່ກຳລັງເກີດຂຶ້ນຢູ່ໃນເວລານີ້.

ທ່ານນາງ ອອງ ຊານ ຊູ ຈີ ໄດ້ຖືກຍົກຍ້ອງ ໃຫ້ເປັນຕົວຢ່າງຂອງປະຊາທິປະໄຕ ຍ້ອນ
ການຖືກກັກຂັງເປັນເວລາຫຼາຍທົດສະວັດ ພາຍໃຕ້ອະດີດລັດຖະບານທະຫານຂອງ
ມຽນມາ. ແຕ່ຄວາມບໍ່ເອົາໃຈໃສ່ຂອງທ່ານນາງຕໍ່ຊະຕາກຳຂອງຊາວ ໂຣຮິງຢາ ໃນລັດ
ຣາຄາຍ, ແລະ ການປະຕິເສດ ບໍ່ຮັບຮູ້ລາຍງານຫຼາຍສະບັບ ກ່ຽວກັບ ສະຖານະການ
ນັ້ນວ່າເປັນ “ຂໍ້ມູນປອມ” ທີ່ຖືກອອກແບບມາ ເພື່ອສະໜັບສະໜູນຜົນປະໂຫຍດຂອງ
“ພວກກໍ່ການຮ້າຍ” ນັ້ນ ໄດ້ພາໃຫ້ທ່ານນາງຖືກໂຈມຕີຈາກລັດຖະບານ ແລະ ບັນດາ
ນັກເຄື່ອນໄຫວເພື່ອສິດທິມະນຸດ, ລວມທັງເພື່ອນ ຜູ້ທີ່ໄດ້ຮັບລາງໂນແບລຂະແໜງສັນ
ຕິພາບ ຂອງທ່ານນາງຫຼາຍຄົນ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ມີກຳນົດທີ່ຈະຈັດກອງປະຊຸມສຸກເສີນ
ໃນວັນພຸດມື້ນີ້ ກ່ຽວກັບ ຄວາມຮຸນແຮງ ແລະວິກິດການສິດທິມະນຸດ ທີ່ຈະຕາມມາໃນ
ລັດ ຣາຄາຍ. ກອງປະຊຸມແມ່ນໄດ້ຖືກຮຽກຮ້ອງໂດຍ ອັງກິດ ແລະ ສະວີເດັນ ໃນວັນ
ຈັນທີ່ຜ່ານມາ ຫຼັງຈາກຫົວໜ້າສິດທິມະນຸດ ອົງການສະຫະປະຊາຊາດ ທ່ານ Zeid
Ra’ad al-Hussein ໄດ້ກ່າວການປະຕິບັດຕໍ່ຊາວໂຣຮິງຢາວ່າເປັນ “ຕົວຢ່າງຈາກ
ຕຳລາການກວາດລ້າງຊົນເຜົ່າ.”

ຄວາມຮຸນແຮງຄັ້ງທຳອິດ ໄດ້ເກີດຂຶ້ນໃນວັນທີ 25 ສິງຫາທີ່ຜ່ານມາ, ເມື່ອກຸ່ມຫົວຮຸນ
ແຮງ ໂຣຮິງຢາ ໄດ້ໂຈມຕີປ້ອມຕຳຫຼວດ ແລະ ຄ້າຍທະຫານຫຼາຍສິບແຫ່ງ ໃນສິ່ງທີ່
ເຂົາເຈົ້າໄດ້ກ່າວວ່າ ເປັນຄວາມພະຍາຍາທີ່ຈະປົກປ້ອງຊົນເຜົ່າກຸ່ມນ້ອຍຈາກການບຽດ
ບຽນ. ປະມານ 400 ຄົນໄດ້ຖືກຂ້າຕາຍໃນການປະທະກັນ ແລະ ການໂຈມຕີຕອບໂຕ້
ຂອງກອງທັບ ທີ່ໄດ້ກະຕຸ້ນໃຫ້ເກີດການຫຼັ່ງໄຫຼເດີນທາງອອກຈາກປະເທດ.

ໃນການກ່າວຈາກປະເທດ ບັງກລາແດັສ, ທ່ານນາງ Tirana Hassan ຜູ້ອຳນວຍການ
ພະແນກຮັບມືກັບວິກິດການ ຂອງອົງການນິລະໂທດກຳສາກົນໄດ້ກ່ວຕໍ່ບັນດານັກຂ່າວ
ອົງການສະຫະປະຊາຊາດວ່າ, "ປະຊາຊົນພວກນີ້ ໄດ້ພາກັນຍ່າງ, ບາງຄົນຍ່າງເປັນ
ເວລາຫຼາຍມື້, ໃນການຫຼົບໜີຈາກສິ່ງທີ່ສາມາດອະທິບາຍໄດ້ ພຽງແຕ່ວ່າ ການລ່ວງ
ລະ​ເມີດທີ່ແຜ່ກວ້າງ ແລະ ເປັນລະບົບ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG