ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ທ່ານນາງ ອອງຊານ ຊູຈີ ຢ້ຽມຢາມ ສະພາສະວິສ (ສະໄລດ໌)


ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Kyi ກໍາລັງຖະແຫລງການຕໍ່ບັນດານັກຂ່າວ ທີ່ກອງປະຊຸມແຮງ ງານສາກົນ ທີ່ກຸງ Geneva, Switzerland, ໃນວັນພະຫັດ ທີ່ 14, ມິຖຸນາ 2012.

ຜູ້​ນໍາ​ປະຊາທິປະໄຕ​ມຽນມາ ທ່ານ​ນາງ Aung San Suu Kyi ​ໄດ້​ເຂົ້າ​ຮ່ວມ​ການ​
ປະຊຸມ​ຂອງສະພາ​ສະ​ວິສ ຫລັງຈາກການບໍ່​ສະບາ​ຍ​ເປັນ​ເວລາ​ສັ້ນໆໄດ້​ບັງ​ຄັບໃຫ້
​ທ່ານ​ນາງຕ້ອງ​ໄດ້​ຍົກ​ເລີກ​ການ​ໄປ​ຮ່ວມ​ງານ​ລ້ຽງຮັບຮອງ​ຮັບ​ປະທານອາຫານ​ຄໍ່າ
ຢ່າງ​ເປັນ​ທາງການຂອງ​ລັດຖະບານ​ສະ​ວິສ ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້.

ຜູ້ນຳປະຊາທິປະໄຕຂອງ​ມຽນມາ ຕ້ອງ​ໄດ້​ຂໍໂຕຈາກ​ກອງປະ​ຊຸ​ມສື່ມວນ​ຊົນໃນ​ວັນ
​ພະຫັດວານ​ນີ້ ໂດຍ​ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ອິດ​ເມື່ອຍ ​ແລະ​ສັບສົນ​ຈາກ​ການ
​ເດີນ​ທາງ​ໄກ ​ແລະ​ການປ່ຽນເວລາ​. ອົງການນິລະ​ໂທດ​ສາກົນ​ໄດ້​ຕ້ອນຮັບ​ທ່ານນາງ
​ຢູ່ທີ່ຕຶກ​ສະພາ ​ໃນ​ກຸງ Bern ​ໃນ​ວັນ​ສຸກມື້ນີ້ ບ່ອນ​ທີ່​ທ່ານ​ນາງ​ໄດ້​ນັ່ງ​ຟັງ​ການ​ອະພິ
ປາຍ​ຂອງ​ສະພາ​ສະວິສ.

​ຫຼັງຈາກ​ນັ້ນ​ແລ້ວ​ໃນ​ມື້ນີ້ ທ່ານ​ນາງຈະ​ໄດ້​ເດີນທາງ​ໄປ​ຍັງ​ນະຄອນ Oslo ບ່ອນ​ທີ່
ທ່ານ​ນາງ​ ຈະ​ໄດ້​ກ່າວ​ຄຳ​ປາ​ໄສໃນ​ວັນ​ເສົາມື້ອື່ນ ເພື່ອ​ຮັບ​ເອົາລາງວັນໂນ​ແບ​ລ
ຂະ​ແໜງສັນຕິພາບ ທີ່​ໄດ້​ມອບ​ໃຫ້​ທ່ານນາງ​ໃນ​ປີ 1990.

ຫລັງ​ຈາກ​ນັ້ນ ​ໃນການ​ເດີນທາງ​ຢ້ຽມຢາມຢູ​ໂຣບ​ເປັນ​ເວລາ 17 ວັນ ທ່ານ​ນາງ Aung
San Suu Kyi ຈະ​ກ່າວ​ຄຳ​ປາ​ໄສຕໍ່​ສະພາ​ອັງກິດ ​ແລະ​ຮັບ​ເອົາລາງວັນ​ ສິດທິ​ມະນຸດ​
ຂອງ​ອົງການນິລະ​ໂທດ​ສາກົນ ທີ່​ກຸງ Dublin ຈາກ​ດາຣານັກ​ຮ້ອງ Bono. ຕໍ່​ຈາກ​ນັ້ນ
ທ່ານ​ນາງຍັງຈະເດີນ​ທາງໄປຝຣັ່ງ.

ການ​ປ່ຽນ​ແປງການ​ເມືອງ​ໃນ​ມຽນມາຢ່າງ​ກະທັນຫັນ​ທີ່​ມີ​ມາ​ແຕ່​ປີ​ກາຍ​ນີ້ ຫລັງ​ຈາກ
​ການປົກ​ຄອງ​ຂອງ​ພວກ​ທະຫານ​ເປັນ​ເວລາ​ເຄິ່ງສັດຕະວັດໄດ້​ສີ້​ນສຸດ​ລົງ. ​ລັດຖະບານ​
ພົນລະເຮືອນ​ພຽງ​ແຕ່​ໃນ​ນາມໄດ້ເຂົ້າກໍາ​ອໍານາດ​ມາ​ນັບ​ແຕ່ເດືອນ​ມີນາປີ​ກາຍ​ນີ້ມາ
ຫລັງຈາກໄດ້ມີການ​ເລືອກ​ຕັ້ງ​ ໃນ​ເດືອນ​ພະຈິກ ປີ 2010 ​ແລະທ່ານນາງ Aung San
Suu Kyi ​ໄດ້ໄຊ​ຊະນະບ່ອນ​ນັ່ງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ໃນ​ເດືອນ​ເມສາຜ່ານ​ມາ.

ທ່ານ​ນາງ Aung San Suu Kyi ​ໄດ້ໄປ​ຢ້ຽ​ມຢາມ​ຢູ​ໂຣບ ​ເປັນ​ຄັ້ງ​ທໍາ​ອິດ​ໃນ ຮອບ 24
ປີ. ທ່ານ​ນາງໄດ້​ໄຊ້​ເວລາດົນ​ກວ່າ 14 ປີ​ ຖືກ​ຄຸມ​ຂັງໃນ​ຮູບ​ແບບ ຕ່າງໆ​ ຢູ່ໃນ​ປະ​ເທດ​
ຂອງ​ທ່ານນາງ​ ກ່ອນຖືກ​ປ່ອຍໃຫ້​ເປັນ​ອິດສະຫຼະ​ໃນ​ປີ 2010.

XS
SM
MD
LG