ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຊູ ຈີ ກ່າວປ້ອງກັນ ການຕັດສິນໂທດ ນັກຂ່າວ ຣອຍເຕີ້


ທ່ານນາງ ອອງ ຊານ ຊູ ຈີ, ຜູ້ນຳທີ່ແທ້ຈິງ ຂອງມຽນມາ, ສະແດງທ່າທີ ໃນລະຫວ່າງ ການສົນທະນາ ແບບສອງຕໍ່ສອງ ກັບ ທ່ານເບີຣຈ໌ ເບຣນດ໌ ຢູ່ທີ່ ກອງປະຊຸມ ສົນທະນາ ດ້ານເສດຖະກິດ ຂອງໂລກ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ.
ທ່ານນາງ ອອງ ຊານ ຊູ ຈີ, ຜູ້ນຳທີ່ແທ້ຈິງ ຂອງມຽນມາ, ສະແດງທ່າທີ ໃນລະຫວ່າງ ການສົນທະນາ ແບບສອງຕໍ່ສອງ ກັບ ທ່ານເບີຣຈ໌ ເບຣນດ໌ ຢູ່ທີ່ ກອງປະຊຸມ ສົນທະນາ ດ້ານເສດຖະກິດ ຂອງໂລກ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ.

ຜູ້ນຳທີ່ແທ້ຈິງຂອງມຽນມາ ທ່ານນາງອອງຊານ ຊູ ຈີ ໄດ້ກ່າວປ້ອງກັນ ການຕ້ອງຕິ ຕໍ່
ລັດຖະບານຂອງທ່ານນາງທີ່ໄດ້ຕັດສິນໂທດນັກຂ່າວອົງການຂ່າວຣອຍເຕີ້ 2 ຄົນໃນ
ຂໍ້ຫາ ລະເມີດກົດໝາຍຄວາມລັບຂອງທາງການແຕ່ສະໄໝອານານິຄົມຂອງປະເທດ.

ທ້າວ ວາ ໂລນ ກັບ ທ້າວ ຈໍ ໂຊ ອູ ໄດ້ຖືກຈັບ ເມື່ອເດືອນທັນວາ ປີກາຍນີ້ ຫຼັງຈາກທີ່
ໄດ້ໄປພໍ້ກັບເຈົ້າໜ້າທີ່ຕຳຫຼວດ 2 ຄົນ ຢູ່ທີ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນຢາງກຸ້ງ
ທີ່ໄດ້ມອບເອກກະສານຕັບນຶ່ງ ໃຫ້ແກ່ພວກເຂົາເຈົ້າ.

ນັກຂ່າວທັງ 2 ພວກທຳການສືບສວນ ກ່ຽວກັບການສັງຫານໝູ່ ຊາວມຸສລິມໂຣຮິງຢາ
10 ຄົນ ໂດຍຕຳຫຼວດ ແລະ ພວກທະຫານ ຢູ່ທີ່ບ້ານ ອິນດິນ ເມື່ອປີກາຍນີ້. ພວກນັກ
ຂ່າວທັງ 2 ໄດ້ຖືກຕັດສິນ ໃຫ້ຕິດຄຸກເປັນເວລາ 7 ປີ.

ໃນການຖະແຫຼງຕໍ່ກອງປະຊຸມສົນທະນາດ້ານເສດຖະກິດຂອງໂລກ ທີ່ນະຄອນຫຼວງ
ຮາໂນ່ຍ ຂອງຫວຽດນາມນັ້ນ ທ່ານນາງອອງຊານ ຊູ ຈີ ໄດ້ຮຽກຮ້ອງ ໃຫ້ທຸກໆຄົນ ທີ່
ຕ້ອງຕິການຕັດສິນໂທດ ແລະຂໍຮ້ອງໃຫ້ປ່ອຍ ນັກຂ່າວທັງ 2 ທີ່ຮວມທັງ ຮອງປະທາ
ນາທິບໍດີສະຫະລັດ ທ່ານໄມຄ໌ ແພັນສ໌ ນັ້ນ “ຈົ່ງຊີ້ໃຫ້ເຫັນວ່າ” ໄດ້ມີການຕັດສິນ ທີ່ບໍ່
ເປັນທຳຫຼືບໍ່.

ນັກຂ່າວມຽນມາ ທ້າວວາ ໂລນ ແລະ ທ້າວ ໂຈ ຊໍ ອູ ຖືກຕຳຫຼວດ ນຳຕົວໄປຂຶ້ນສານ ທີ່ນະຄອນຢ້າງກຸ້ງ. (ວັນທີ 18 ກໍລະກົດ 2018).
ນັກຂ່າວມຽນມາ ທ້າວວາ ໂລນ ແລະ ທ້າວ ໂຈ ຊໍ ອູ ຖືກຕຳຫຼວດ ນຳຕົວໄປຂຶ້ນສານ ທີ່ນະຄອນຢ້າງກຸ້ງ. (ວັນທີ 18 ກໍລະກົດ 2018).

ພວກທະນາຍຄວາມ ຂອງນັກຂ່າວທັງສອງ ທ່ານຄິນ ມັອງ ຊໍ ກ່າວວ່າ “ຂ້ອຍພຽງແຕ່ບໍ່
ຢາກຕ້ອງຕິ ເພື່ອໂຈມຕີ ຜູ້ນຳຂອງພວກເຮົາ. ຂ້ອຍຈື່ໄດ້ວ່າ ການໃຫ້ຄວາມເຫັນ ຂອງ
ທ່ານນາງອອງຊານ ຊູ ຈີ ເວລານັກຂ່າວ ຂອງວາຣະສານຢູນີຕີໄດ້ຖືກຕັດສິນໂທດໃນປີ
2015 ໃນຂໍ້ຫາແບບດຽວກັນນີ້ ກ່ຽວກັບເລື້ອງຄວາມລັບ ຂອງທາງການ. ເວລານີ້ ທ່ານ
ນາງໄດ້ໃຫ້ຄວາມເຫັນ ແບບກົງກັນຂ້າມ ກ່ຽວກັບສິ່ງທີ່ທ່ານນາງ ເຄີຍກ່າວໃນປີ 2015
ຊຶ່ງກໍຄືວ່າເປັນອິດສະຫຼະໂດຍປາສະຈາກສິ່ງຜູກມັດໃດໆ. ນັ້ນແມ່ນກ່ອນທາງນາງເປັນ
ຜູ້ນຳພາຂອງປະເທດ. ຂ້ອຍຢາກຮັບເອົາ ຊ່ວງໄລຍະເວລານັ້ນໃນການເປັນອິດສະຫຼະ
ຂອງທ່ານນາງ.”

ທ່ານໝາຍເຖິງການຕັດສິນໂທດ ທີ່ພົວພັນກັບການພິມເຜີຍແຜ່ ຂອງວາຣະສານຢູນີຕີ
ເມື່ອວັນທີ 25 ພະຈິກປີ 2014 ບົດຄວາມ ກ່ຽວກັບ ພວກທະຫານ ທີ່ສ້າງຄ້າຍຢູ່ເມືອງ
ປັອກໃສ່ດິນທີ່ຖືກຍຶດໄປຈາກຊາວນາໃນເຂດທ້ອງຖິ່ນ. ບົດຄວາມນີ້ ແມ່ນຮວມທັງຮູບ ຂອງຄ້າຍດັ່ງກ່າວ ແລະການກ່າວຫາທີ່ວ່າ ມັນເປັນໂຮງງານສ້າງອາວຸດເຄມີ ອີງຕາມ
ກຸ່ມປົກປ້ອງສິດທິມະນຸດ Human Rights Watch. ລັດຖະບານໄດ້ປະຕິເສດຕໍ່ບົດ
ລາຍງານນີ້ ແລະ ກ່າວຫາ ພວກນັກຂ່າວ 4 ຄົນ ພ້ອມທັງ ຫົວໜ້າບັນນາທິການ ຂອງ
ວາຣະສານຢູນີຕີ ວ່າລະເມີດຕໍ່ຂໍ້ມາດຕາ ໃນກົດໝາຍຄວາມລັບ ຂອງທາງການ. ບຸກ
ຄົນທັງ 5 ຖືກພົບເຫັນວ່າມີຄວາມຜິດແລະຕັດສິນຈຳຄຸກ 10 ປີ. ໃນການຂໍອຸທອນນັ້ນ ໂທດຂອງພວກເຂົາເຈົ້າໄດ້ຖືກຫລຸດລົງມາເປັນ 7 ປີ.

ອົງການນິລະໂທດກຳສາກົນ ໄດ້ຕ້ອງຕິການກ່າວປ້ອງກັນ ກ່ຽວກັບການຕັດສິນໂທດ
ຕໍ່ພວກນັກຂ່າວ ຂອງທ່ານນາງອອງຊານ ຊູ ຈີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG